ບຳລຸງສາຍຕາ ບໍ່ຕ້ອງຄິດໄກຜັກບົ້ງຊ່ວຍໄດ້ປະໂຫຍດຫຼາຍ

271


ສາຍຕາເປັນປັດໄຈຫຼັກທີ່ເຮັດໃຫ້ມະນຸດເຮົາສາມາດແນມເຫັນໄດ້ ແຕ່ຖ້າຫາກເຮົາຂາດປັດໄຈນີ້ໄປແລ້ວກໍຈະເຮັດໃຫ້ການດຳລົງຊີວິດຍາກລຳບາກຂຶ້ນ ສະນັ້ນ ເພື່ອຮັກສາສາຍຕາໃຫ້ໄດ້ນຳໃຊ້ໄປຍາວນານ ມື້ນີ້ແອັດມິນຈະມາແນະນຳຜັກບົ້ງທີ່ເປັນຜັກບຳລຸງສາຍຕາພ້ອມທັງມີສັບພະຄຸນຫຼາຍຢ່າງມາຝາກແຟນຂ່າວກັນ.

ຜັກບົ້ງເປັນໜຶ່ງໃນອາຫານທີ່ຂຶ້ນຊື່ໃນເລື່ອງຂອງການບຳບຸງສາຍຕາ ຄົນສະໄໝແຕ່ກ່ອນໄດ້ບອກວ່າກິນຜັກບົ້ງແລ້ວຈະເຮັດໃຫ້ບຳລຸງສາຍຕາ ຕາຫວານ ເຊິ່ງຜັກບົ້ງເປັນຜັກປູກງ່າຍ ຈະເລີນເຕີບໃຫຍ່ໄດ້ດີຢູ່ບໍລິເວນດິນຊື້ນ ແລະຜັກບົ້ງເປັນຜັກທີ່ສາມາດນຳໄປປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍເມນູ ບໍ່ວ່າຈະເປັນເມນູຂົ້ວ ຕົ້ມ ລວກ ຕ່າງໆ ຕາມໃຈຜູ້ທີ່ຜັກກິນຜັກບົ້ງເອງ ນອກຈາກ ຜັກບົ້ງໃຫ້ຄວາມແຊບແລ້ວຍັງມີຄຸນຄ່າທາງດ້ານອາຫານ ແລະດີຕໍ່ສຸຂະພາບອີກດ້ວຍ.


ສານອາຫານທີ່ຢູ່ໃນຜັກບົ້ງແມ່ນອຸດົມໄປດ້ວຍສານອາຫານທີ່ສຳຄັນຄື ວິຕາມິນເອ ວິຕາມິນບີ1 ບີ2 ເຊິ່ງມີສ່ວນຊ່ວຍໃນການສ້າງພູມຄຸ້ມກັນຮ່າງກາຍຈາກເຊື້ອລາ ແລະເຊື້ອແບັດທີເຣຍ ຍັງມີວິຕາມິນຊີຊ່ວຍໃນການຜະລິດຄໍລະເຈນ ທັງເປັນໂປຣຕີນທີ່ສຳຄັນຕໍ່ຮ່າງກາຍໃນການສ້າງກະດູກອ່ອນ ແລະຍັງຊ່ວຍຫຼຸດຄວາມແຫ່ວຍານຂອງຜິວ ເສັ້ນໃຍອາຫານແມ່ນຊ່ວຍໃຫ້ລະບົບຂັບຖ່າຍເປັນໄປຢ່າງປົກກະຕິ ປ້ອງກັນທ້ອງອຶດ ສາມາດຊ່ວຍກຳຈັດຂອງເສຍອອກຈາກຮ່າງກາຍໄດ້ດີ ເບຕ້າແຄໂຣທີນຊ່ວຍປ້ອງກັນມະເລັງ ນອກຈາກນີ້ ຜັກບົ້ງຍັງມີຟອສຟໍຣັສ ທາດເຫຼັກ ແລະ ແຄວຊ້ຽມ ທີ່ເປັນປະໂຫຍດຕໍ່ຮ່າງກາຍ.

ຜັກບົ້ງເປັນຜັກທີ່ອອກລິດເຢັນ ມີສັບພະຄຸນຊ່ວຍໃຫ້ຈະເລີນອາຫານ ບຳລຸງທາດ ບຳລຸງສາຍຕາ ເຮັດໃຫ້ມີນ້ຳຕາຫຼໍ່ລ້ຽງ ບໍ່ເຮັດໃຫ້ຕາແຫ້ງ ຊ່ວຍໃຫ້ຕາໃສມີແວວປະກາຍ ຊ່ວຍໃຫ້ການແນມເຫັນໃນບ່ອນທີ່ມືດມົວໄດ້ຊັດແຈ້ງຂຶ້ນ ປ້ອງກັນໂລກຕາບອດສີ ປ້ອງກັນໂລກຕາຕໍ້ ແລະຍັງຊ່ວຍປ້ອງກັນບໍ່ໃຫ້ຈຸລັງຂອງຈໍປະສາດຕາຖືກທຳລາຍ.
ຮູ້ແບບນີ້ແລ້ວ ແຟນຂ່າວກໍຢ່າລືມຊອກຊື້ມາປຸງແຕ່ງກິນເພື່ອບຳລຸງສາຍຕາກັນເດີ້ ແຕ່ການທີ່ຈະກິນໃຫ້ໄດ້ປະໂຫຍດ ແລະດີຕໍ່ຕົນເອງກໍຄວນກິນໃຫ້ພໍເໝາະຕາມທີ່ຮ່າງກາຍຕ້ອງການ ພ້ອມທັງກິນອາຫານໃຫ້ຄົບ 5 ໝູ່ ພຽງເທົ່ານີ້ທ່ານກໍຈະມີສາຍຕາທີ່ດີ ພ້ອມຮ່າງກາຍທີ່ແຂງແຮງແລ້ວ.