ຢາກໄປໄທ! ຕ້ອງປະຕິບັດຕາມມາດຕະການນີ້ ອອກໜັງສືຜ່ານແດນບໍ່ງ່າຍ

286

ຊ່ວງນີ້ມີແຟນຂ່າວຫຼາຍຄົນອິນບັອກມາຖາມແອັດມິນກ່ຽວກັບການອອກເດີນທາງໄປປະເທດໄທ ເຊິ່ງບ້ານເພິ່ນກໍ່ບໍ່ຕ່າງຫຍັງຈາກປະເທດເຮົາທີ່ຍັງຕ້ອງເຝົ້າລະວັງຢ່າງໃກ້ຊິດຕໍ່ການລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ທັນມີການເປີດຊາຍແດນ ລວມເຖິງການບໍລິການຂົນສົ່ງຕ່າງໆ.

ອີງຕາມການປະກາດ ຂອງສະຖານທູດໄທປະຈຳ ສປປ ລາວ ໃນວັນທີ 13 ພຶດສະພາ 2020 ກ່ຽວກັບ ມາດຕະການຊົ່ວຄາວໃນການງົດ ຫຼື ລໍຖ້າການເຮັດໜັງສືຜ່ານແດນ ໃນຊ່ວງສະຖານະພາບການລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ລະບຸວ່າ: ອັນສືບເນື່ອງມາຈາກການລະບາດຂອງໂລກໄວຣັດໂຄວິດ-19 ໄດ້ແພ່ລະບາດໄປທົ່ວໂລກ ແລະ ເປັນເຫດໃຫ້ຖ້ຽວບິນຕ່າງໆຢຸດໃຫ້ບໍລິການ ສົ່ງຜົນກະທົບຕໍ່ການຂົນສົ່ງໜັງສືຜ່ານແດນ ຈາກປະເທດໄທມາ ສປປ ລາວ.

ດ້ວຍເຫດນີ້ສະຖານທູດໄທປະຈຳ ສປປ ລາວ ຈຶ່ງຂໍແຈ້ງມາ ໃຫ້ທຸກທ່ານຊາບດັ່ງນີ້:

1 ຫາກບໍ່ຈຳເປັນກໍລະນີເລັ່ງດ່ວນ ຫຼື ມີຄວາມຈຳເປັນຢ່າງຍິ່ງ ຂໍໃຫ້ງົດ ຫຼື ເລື່ອນການຂໍເຮັດໜັງສືຜ່ານແດນອອກໄປກ່ອນ.

2 ກໍລະນີຜູ້ຮ້ອງຂໍມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງເຮັດໜັງສືຜ່ານແດນ ຂໍໃຫ້ນັດໝາຍລ່ວງໜ້າ ແລະ ແຈ້ງບ່ອນຢູ່ເພື່ອໃຫ້ກະຊວງການຕ່າງປະເທດສົ່ງໜັງສືເດີນທາງໃຫ້ໂດຍກົງ ໂດຍຜູ້ຮ້ອງຂໍຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການຂົນສົ່ງ (ເພີ່ມຈາກຄ່າທຳນຽມໃນການຂໍໜັງສືເດີນທາງ) ຈຳນວນ 260 ບາດ ຕໍ່ເຫຼັ້ມ.

ມາດຕະການຂ້າງເທິງເປັນພຽງມາດຕະການຊົ່ວຄາວໃນຊ່ວງສະຖານການລະບາດຂອງໂລກໄວຣັດໂຄວິດ-19 ເທົ່ານັ້ນ ຈົນກວ່າຈະມີແຈ້ງການປ່ຽນແປງ ຈະມາປະກາດໃຫ້ຊາບອີກເທື່ອໜຶ່ງ.