ສ່ອງສາເຫດຂອງການລົ້ມລະລາຍຂອງຫຼາຍສາຍການບິນທົ່ວໂລກ

95

ຜູ້ຊ່ຽວຊານຄາດຄະເນວ່າສາຍການບິນສ່ວນໃຫຍ່ທົ່ວໂລກສ່ຽງລົ້ມລະລາຍພາຍໃນເດືອນ ພຶດສະພານີ້ຈາກຜົນກະທົບຂອງໂຄວິດ-19ແຜ່ລະບາດ,ແຕ່ກໍມີບາງສາຍການບິນທີ່ລົ້ມລະລາຍໄປແລ້ວໄລຍະ2ເດືອນທີ່ຜ່ານມາ.

ເກືອບຈະທັນທີທີ່ມີຂ່າວການລະບາດຂອງພະຍາດດັ່ງກ່າວໃນໄລຍະທ້າຍເດືອນ ມັງກອນທີ່ຜ່ານມາ,ຄວາມຕ້ອງການເດີນທາງທາງອາກາດໄປທຸກທະວີບກໍຫຼຸດໜ້ອຍຖອຍລົງຢ່າງໄວວາ.

ແມ້ແຕ່ກ່ອນລັດຖະບານທົ່ວໂລກອອກມາດຕະການຫ້າມການເດີນທາງ,ຫຼາຍສາຍການບິນເລີ່ມປັບຫຼຸດຖ້ຽວບິນໄປປະເທດຈີນແລ້ວເຊິ່ງເປັນຈຸດເລີ່ມຕົ້ນຂອງການແຜ່ລະບາດ ແລະ ປະເທດອື່ນໆໃນອາຊີເນື່ອງຈາກແຕກຕື່ນກ່ຽວກັບພະຍາດຮ້າຍເຮັດໃຫ້ຜູ້ໂດຍສານສ່ຽງເດີນທາງມາຍັງທະວີບນີ້.

ຢ່າງໃດກໍຕາມພາຍໃນບໍ່ເທົ່າໃດອາທິດຕໍ່ມາກໍເຫັນວ່າຖ້ຽວບິນໄປອາຊີບໍ່ແມ່ນເສັ້ນທາງດຽວທີ່ປະເຊີນກັບຜູ້ໂດຍສານຫຼຸດລົງໂດຍສາຍການບິນເອີຣົບກໍ່ເຊັ່ນກັນຕາມມາດ້ວຍທະວີບອາເມຣິກາ ແລະ ອາຟຣິກາ.

ທັງນີ້,ຄວາມຕ້ອງການເດີນທາງຂອງຜູ້ໂດຍສານຕົກຕໍ່າລົງທົ່ວທຸກທະວີບເນື່ອງຈາກຜູ້ຄົນຕ່າງພາກັນກັງວົນທີ່ຈະເດີນທາງອອກຈາກບ້ານ ແລະ ພະຍາຍາມທີ່ຈະຫຼີກເວັ້ນການເດີນທາງທາງອາກາດເພາະຢູ່ໃກ້ຊິດຄົນອື່ນອາດຈະສ່ຽງຕິດໂຄວິດ-19ຂຶ້ນມາໄດ້.

ສິ່ງທີ່ຕິດຕາມມາຄືຕ່າງຄົນຕ່າງພາກັນເລື່ອນຊື້ປີ້ຍົນສໍາລັບຖ້ຽວບິນໃນອະນາຄົດເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບພະຍາດລະບາດ.

ຂະນະດຽວກັນການທີ່ປະເທດຕ່າງໆທົ່ວໂລກປິດຊາຍແດນ,ພ້ອມທັງປະກາດປິດເມືອງເຮັດໃຫ້ການເດີນທາງທາງອາກາດຫຼຸດລົງຢ່າງເຫັນໄດ້ຈະແຈ້ງຈົນບັນດາສາຍການບິນຕ່າງຍົກເລີກເສັ້ນທາງບິນ ແລະ ຈໍາເປັນຕ້ອງຢຸດໃຫ້ບໍລິການ.

ສະຖານະການນີ້ເກີດຂຶ້ນກັບສາຍການບິນທົ່ວໂລກ,ສະມາຄົມຂົນສົ່ງທາງອາກາດຫຼືໄອອາຕາຄາດຄະເນວ່າສາຍການບິນທົ່ວໂລກຈະຂາດທຶນປະມານ3,14ຮ້ອຍຕື້ໂດລາ.

ບໍລິສັດທີ່ປຶກສາດ້ານສາຍການບິນລະດັບປະເມີນວ່າ:ໃນທ້າຍເດືອນ ພຶດສະພານີ້ສາຍການບິນສ່ວນໃຫຍ່ທົ່ວໂລກຈະລົ້ມລະລາຍຫາກບໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະ ການປັບໂຄງສ້າງຢ່າງເໝາະສົມ.

ທ່ານ ອັງໂກ ເດິ ເວິບ ປະທານຄະນະອໍານວຍການຂອງ ເອວຽນກາກ່າວວ່າ:ສາຍບິນກໍາລັງປະເຊີນເຫດການທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນປະຫວັດສາດການສ້າງຕັ້ງຍາວນານ100ປີ,ຄະນະຜູ້ບໍລິຫານວິເຄາະຄວາມເປັນໄປໄດ້ໃນຫຼາຍຊ່ອງທາງແລ້ວໄດ້ຂໍ້ສະຫຼຸບວ່າການປັບໂຄງສ້າງບໍລິສັດດ້ວຍການຍື່ນຂໍພິທັກຊັບສິນໃນຖານະລົ້ມລະລາຍຕາມມາດຕາ11ຖືເປັນທາງອອກທີ່ດີທີ່ສຸດ.