ທ່ຽວເມືອງງອຍເກົ່າ ສຳຜັດສະເໜ່ແຫ່ງເມືອງເລິກລັບ

228

ເມືອງງອຍເກົ່າ ເປັນເມືອງທີ່ມີສະເໜ່ຍິ່ງ ສຳລັບການທ່ອງທ່ຽວແບບສຳຜັດວິຖີຊີວິດລາວເດີມ ໄປພ້ອມກັບຊົມທຳມະຊາດ, ເປັນເມືອງເກົ່າທີ່ຕັ້ງຢູ່ແຄມແມ່ນໍ້າອູ ທີ່ອ້ອມຮອບດ້ວຍພູຜາປ່າໄມ້ ແລະ ທຳມະຊາດທີ່ສວຍສົດງົດງາມ. ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ນັກທ່ອງທ່ຽວຊາວຕ່າງຊາດສົນໃຈທີ່ສຸດອີກແຫ່ງໜຶ່ງ ຈົນໄດ້ຄຳວ່າ “ ເມືອງເລິກລັບແຫ່ງເມືອງມໍລະດົກໂລກ ”.

ເປັນເມືອງທີ່ຕັ້ງຢູ່ແຄມນໍ້າອູ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຫຼວງພະບາງ, ເປັນເມືອງທີ່ບໍ່ທັນມີເສັ້ນທາງເຂົ້າເຖິງ ແລະ ມີພຽງທາງດິນແດງທີ່ແຄບໆບໍ່ຄ່ອຍສະດວກໃນການເດີນທາງ ເຊິ່ງນັກທ່ອງທ່ຽວສ່ວນຫຼາຍຈະເດີນທາງຈາກຫຼວງພະບາງ ໄປປະມານ 140 ກິໂລແມັດ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 3 ຊົ່ວໂມງ ຈົນຮອດເມືອງໜອງຂຽວ ( ເທສະບານເມືອງງອຍປັດຈຸບັນ ). ຫຼັງຈາກນັ້ນ, ກໍນັ່ງເຮືອໄປຫາເມືອງງອຍເກົ່າ.

ຕະຫຼອດເສັ້ນທາງຈາກນະຄອນຫຼວງພະບາງ ໄປຫາໜອງຂຽວ ຈະມີບ້ານຊົນນະບົດຕັ້ງຢູ່ກະແຈກກະຈາຍລຽບຕາມສອງຂ້າງທາງ ໂດຍມີພູເຂົາ ແລະ ແມ່ນໍ້າອູ ທີ່ເປັນທິວທັດງົດງາມມາຕະຫຼອດທາງຈົນຮອດເມືອງໜອງຂຽວ ທີ່ຕັ້ງຢູ່ແຄມແມ່ນໍ້າອູ ເປັນເມືອງທີ່ພວມໄດ້ຮັບການພັດທະນາ ແລະ ເປັນອີກສະຖານທີ່ທ່ອງທ່ຽວທີ່ງົດງາມ, ບັນຍາກາດອັນສົດຊື່ນ.

ຫຼັງຈາກນັ້ນ, ກໍນັ່ງເຮືອຂຶ້ນໄປປະມານ 1 ຊົ່ວໂມງ ໂດຍມີພູຫີນປູນ ແລະ ຜາ ມີທຳມະຊາດສວຍງາມຕະຫຼອດໄລຍະລ່ອງເຮືອ ແລະ ບ້ານຕ່າງໆທີ່ອາໄສຕາມແຄມນໍ້າອູ ດ້ວຍວິຖີຊີວິດທີ່ສະບາຍໆ ຈົນຮອດເມືອງງອຍເກົ່າ ເຊິ່ງເປັນເມືອງທີ່ຄ້າຍໆສະໄໝ 20 ປີກ່ອນຂອງວິຖີຊີວິດຊາວລາວ, ເມືອງມີເສັ້ນທາງດິນແດງຕ່າງໆຢ່າງເປັນລະບຽບຮຽບຮ້ອຍ ໂດຍນັກທ່ອງທ່ຽວສາມາດເຊົ່າລົດຖີບ ເພື່ອຂີ່ເລາະທ່ຽວຊົມບັນຍາກາດໃນເມືອງຢ່າງເບີກບານມ່ວນຊື່ນ ແລະ ເໝືອນຢ້ອນຍຸກໄປໃນສະໄໝກ່ອນ.

ນອກນັ້ນ, ນັກທ່ອງທ່ຽວຍັງສາມາດໄປທ່ຽວຊົມຖໍ້າກາງທີ່ຢູ່ຫ່າງຈາກເມືອງງອຍເກົ່າ ປະມານ 2 ກິໂລແມັດ ເປັນຖໍ້າທີ່ມີນໍ້າໄຫຼອອກມາຈາກຖໍ້າ, ສາຍນໍ້າທີ່ເຢັນສະບາຍ ແລະ ໃສສະອາດ ເໝາະສຳລັບການໄປທ່ຽວກິນເຂົ້າປ່າ ນັ່ງແຄມຖໍ້າສຳຜັດບັນຍາກາດອັນສົດຊື່ນ ມີລົມພັດເບົາໆ ທີ່ອ້ອມຮອບດ້ວຍທິວທັດທຳມະຊາດທີ່ສວຍງາມແບບສະເພາະຂອງເມືອງເລິກລັບແຫ່ງນີ້ທີ່ບໍ່ມີບ່ອນໃດເໝືອນ. ຫຼັງຈາກນັ້ນ, ນັກທ່ອງທ່ຽວຍັງສາມາດທ່ຽວຊົມວິຖີຊີວິດຂອງປະຊາຊົນໃນເມືອງນີ້ທີ່ລ່ອງເຮືອຊອກຫາກິນຕາມທຳມະຊາດຕາມແມ່ນໍ້າອູ ທີ່ເໝືອນສາຍນໍ້າຫຼໍ່ລ້ຽງຜູ້ຄົນ ແລະ ສິ່ງມີຊີວິດໃນທີ່ແຫ່ງນີ້.

ພ້ອມທັງຊົມບັນຍາກາດຕ່າງໆພາຍໃນບ້ານ ສະເພາະແມ່ນ ຄວາມງຽບສະຫງົບ, ມີຮ້ານຂາຍເຄື່ອງ ແລະ ມີຮ້ານອາຫານທີ່ຕັ້ງຢູ່ແຄມນໍ້າຮອງຮັບນັກທ່ອງທ່ຽວ ເພື່ອມາຮັບປະທານອາຫານ ພ້ອມຊົມບັນຍາກາດທີ່ບໍ່ຄ່ອຍຄຶກຄັກ ແຕ່ໜ້າປະທັບໃຈ ເຊິ່ງຈະມີອາຫານພື້ນເມືອງ ແລະ ອາຫານຕ່າງໆໃນເມືອງ ອີງຕາມ ຄວາມຕ້ອງການຂອງນັກທ່ອງທ່ຽວ.

ບັນຍາກາດໃນຍາມເຊົ້າຂອງເມືອງງອຍເກົ່າແຫ່ງນີ້, ອາກາດຈະເຢັນສົດຊື່ນ, ມີໝອກປົກຄຸມບາງສ່ວນ ແລະ ຈະມີພະສົງ – ສາມະເນນ ອອກມາບິນທະບາດທຸກເຊົ້າ. ຕາມຖະໜົນຫຼັກເໝາະສໍາລັບນັ່ງດື່ມກາແຟຫອມໆ ໂດຍຜູ້ຄົນທີ່ນີ້ເລົ່າວ່າ “ ເມືອງງອຍເກົ່າແຫ່ງນີ້ເປັນເມືອງໜຶ່ງທີ່ສ້າງຕັ້ງມາເພື່ອຫຼົບຫຼີກໄພສົງຄາມໃນສະໄໝກ່ອນທີ່ມີການຕໍ່ສູ້ກູ້ຊາດ ສະເພາະແມ່ນບັ້ນຮົບນໍ້າບາກ ເຊິ່ງຊາວເມືອງທັງຫຼາຍຈຶ່ງໄດ້ພາກັນມາຕັ້ງຖິ່ນຖານຢູ່ເມືອງແຫ່ງນີ້ ເພື່ອຕັດຂາດກັບໂລກພາຍນອກ ” ນັ້ນເອງ ເຊິ່ງນັກທ່ອງທ່ຽວທີ່ມາບ່ອນນີ້ກໍສາມາດສຳຜັດໄດ້.

ທ່ຽວເມືອງງອຍເກົ່າ ເປັນໜຶ່ງກິດຈະກຳທີ່ເໝາະສຳລັບນັກທ່ອງທ່ຽວທີ່ໜີຄວາມວຸ່ນວາຍມາຢູ່ຢ່າງສະຫງົບແບບຊົນນະບົດ ເພາະເປັນເມືອງເລິກລັບທີ່ຍັງຮັກສາວິຖີຊີວິດເດີມໆຂອງຊາວຫຼວງພະບາງໃນສະໄໝກ່ອນ ແລະ ທ່ານອາດຈະບໍ່ຢາກກັບບ້ານເລີຍກໍວ່າໄດ້.

ໂດຍ: ກາວຊົ່ງ