ບໍລິສັດ ລ້ານຊ້າງມິເນໂຣນສ໌ ມອບເຄື່ອງມືການແພດໃຫ້ໂຮງໝໍແຂວງສະຫວັນນະເຂດ

0
176

ບໍລິສັດ ລ້ານຊ້າງມິເນໂຣນສ໌ລິມິເຕັດ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ໃຫ້ແຂວງສະຫວັນນະເຂດ.

ວັນທີ 11 ພຶດສະພາ 2020 ໄດ້ຈັດພິທີມອບ – ຮັບອຸປະກອນການແພດທີ່ໄດ້ຈາກການປະກອບສ່ວນຊ່ວຍເຫຼືອຈາກ ບໍລິສັດ ລ້ານຊ້າງມິເນໂຣນສ໌ລິມິເຕັດ ມອບໃຫ້ໂຮງໝໍແຂວງສະຫວັນນະເຂດ ເພື່ອຕ້ານພະຍາດໂຄວິດ – 19 ເຊິ່ງໃຫ້ກຽດຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ໂດຍແມ່ນຕາງໜ້າບໍລິສັດດັ່ງກ່າວເປັນຜູ້ມອບ ເຊິ່ງມີຫົວໜ້າພະແນກສາທາລະນະສຸກແຂວງ, ຜູ້ອຳນວຍການໂຮງໝໍແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳ.

ເຄື່ອງມືການແພດທີ່ທາງ ບໍລິລັດ ລ້ານຊ້າງມິເນໂຣນສ໌ລິມິເຕັດ ໄດ້ປະກອບສ່ວນໃຫ້ໂຮງໝໍແຂວງ ເພື່ອຕ້ານພະຍາດໂຄວິດ – 19 ໃນຄັ້ງນີ້ລວມມີ 5 ລາຍການ ຄື: ເຄື່ອງຕິດຕາມອາການຊີວິດ 4 ເຄື່ອງ, ເຄື່ອງວັດແທກຄວາມດັນອີ່ມໂຕຂອງອົກຊີແຊນ 16 ເຄື່ອງ, ຫົວຈ່າຍອົກຊີແຊນ 35 ອັນ, ລໍ້ຍູ້ສັກຢາ ແລະ ປິ່ນປົວ 15 ໜ່ວຍ ແລະ ເຄື່ອງວັດອຸນຫະພູມອີກ 6 ເຄື່ອງ ລວມມູນຄ່າທັງໝົດ 20.000 ໂດລາສະຫະລັດ ເຊິ່ງເຄື່ອງມືການແພດດັ່ງກ່າວນີ້ແມ່ນຈະມາຮອດແຂວງສະຫວັນນະເຂດໃນທ້າຍເດືອນພຶດສະພາທີ່ຈະເຖິງນີ້.

LEAVE A REPLY

Please enter your comment!
Please enter your name here