ບໍລິສັດ ໄຟຟ້ານ້ຳກົງ 1 ຈໍາກັດ ໄດ້ນໍາເອົາອຸປະກອນທາງການແພດ ແລະ ນ້ຳດື່ມ ມາມອບໃຫ້ຄະນະສະເພາະກິດ ເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ແຂວງອັດຕະປື ປະກອບມີ: ຜ້າອັດປາກ ຈໍານວນ 20.000 ອັນ ແລະ ນ້ຳດື່ມ ຈຳນວນ 25 ແກັດ ລວມມູນຄ່າທັງໝົດ 80 ລ້ານກີບ.
ພິທີມອບ – ຮັບໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2020 ທີ່ພະແນກສາທາລະນະສຸກ ແຂວງອັດຕະປື, ໃຫ້ກຽດມອບໂດຍ ທ່ານ ເສີນ ຢູ້ ສວຽນ ຜູ້ອຳນວຍການ ບໍລິສັດ ໄຟຟ້ານ້ຳກົງ 1 ຈໍາກັດ ແລະ ຮັບໂດຍ ທ່ານ ນາງ ດຣ. ອ່ອນຜິວ ໂພທິລາດ ຫົວໜ້າພະແນກສາທາລະນະສຸກແຂວງ, ທັງເປັນຮອງປະທານຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ແຂວງອັດຕະປື ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ດຣ. ອ່ອນຜິວ ໂພທິລາດ ຫົວໜ້າພະແນກສາທາລະນະສຸກແຂວງ, ຕາງໜ້າໃຫ້ອໍານາດການປົກຄອງແຂວງ ໄດ້ຂຶ້ນມອບໃບຍ້ອງຍໍ ພ້ອມທັງກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດ ໄຟຟ້ານ້ຳກົງ 1 ຈໍາກັດ ທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອ ແຂວງອັດຕະປື ໃນການຕອບໂຕ້, ປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ບໍ່ໃຫ້ເກີດຂຶ້ນຢູ່ພາຍໃນແຂວງ ແລະ ຈະນໍາໃຊ້ເຄື່ອງດັ່ງກ່າວເຂົ້າໃນວຽກງານໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.