ໂຄງການກໍ່ສ້າງສາຍສົ່ງເຂື່ອນໄຟຟ້າເຊລະນອງ 1 ໃກ້ສຳເລັດ

70

ອາທິດຜ່ານມາ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ເຊິ່ງປະກອບມີ: ພະແນກພະລັງງານ – ບໍ່ແຮ່, ພະແນກຊັບພະຍາກອນທຳມະ ຊາດ – ສິ່ງແວດລ້ອມ, ພະແນກກະສິກຳ – ປ່າໄມ້ ໄດ້ສົມທົບກັບຄະນະການນຳຂັ້ນເມືອງຂອງເມືອງພີນ ເຊິ່ງນຳໂດຍ ທ່ານ ສາລີ ວິນລາວັນ ເຈົ້າເມືອງພີນ ໄດ້ລົງຊີ້ນຳ ແລະ ຕິດຕາມເບິ່ງ ຄວາມຄືບໜ້າຂອງໂຄງການກໍ່ສ້າງສາຍສົ່ງ 115 ກິໂລໂວນ ( KV ) ຂອງເຂື່ອນໄຟຟ້າເຊລະນອງ 1 ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງຈະເປັນເງື່ອນໄຂສຳຄັນໜຶ່ງທີ່ຈະຊ່ວຍຍູ້ແຮງການພັດທະນາເສດຖະກິດ – ສັງຄົມ ຂອງແຂວງສະຫວັນນະເຂດ ກໍຄືບັນດາເມືອງທີ່ນອນໃນເຂດໂຄງການເຂື່ອນໄຟຟ້າເຊລະນອງ 1 ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ.

ໂອກາດນີ້, ທາງຄະນະການນຳຂັ້ນແຂວງ ແລະ ເມືອງ ກໍໄດ້ລົງສຳຫຼວດ ແລະ ຕິດຕາມເບິ່ງການຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສົ່ງ 115 KV ຂອງເຂື່ອນໄຟຟ້າເຊລະນອງ 1 ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 29/11/2019, ປະກອບມີເສົາທັງໝົດ 82 ຕົ້ນ ໂດຍແລວສາຍສົ່ງໄຟຟ້າແມ່ນເລີ່ມແຕ່ເຂື່ອນໄຟຟ້າເຊລະນອງ 1 ມາເຊື່ອມຕໍ່ໃສ່ແລວສາຍສົ່ງ 115 KV ເມືອງພີນ ແຂວງສະຫວັນນະເຂດ ຫາ ແຂວງສາລະວັນ, ມີລວງຍາວທັງໝົດ 32,8 ກິໂລແມັດ. ມາຮອດປັດຈຸບັນໂຄງການກໍ່ສ້າງສາຍສົ່ງດັ່ງກ່າວແມ່ນໄດ້ສຳເລັດແລ້ວ 98% ຂອງແຜນການ ແລະ ຄາດວ່າຈະໃຫ້ສຳເລັດໃນກາງເດືອນມິຖຸນາ 2020 ນີ້.

ໂອກາດລົງເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ເມືອງພີນ ເຊິ່ງປະກອບມີ: ເຈລລ້າງມື, ຜ້າອັດປາກ, ໝີ່ ແລະ ປາກະປ໋ອງ ລວມມູນຄ່າກວ່າ 4 ລ້ານກີບ.