ເມືອງທ່າແຕງ ທຳລາຍສິນຄ້າໝົດອາຍຸການນໍາໃຊ້

120

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນ, ສິນຄ້າປອມແປງລອກຮຽນແບບ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ໃນວັນທີ 12 ພຶດສະພາ 2020 ໂດຍມີ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງ, ມີ ທ່ານ ຄອນສະຫວັນ ພັນໂຊດ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຕງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.

ທ່ານ ບຸນຫຼາຍ ບຸບຜາພັນ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຕງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ດຳລັດວ່າດ້ວຍການກວດກາການຄ້າ ເຈົ້າໜ້າທີ່ກວດກາການຄ້າໄດ້ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມກວດກາ ແລະ ສະກັດກັ້ນບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນປົກກະຕິ ເພື່ອເຮັດໃຫ້ສັງຄົມມີ ຄວາມສະຫງົບ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການບໍລິໂພກ ແລະ ອຸປະໂພກ, ສິນຄ້າທີ່ມີຄຸນນະພາບ, ສິນຄ້າໄດ້ມາດຕະຖານ ແລະ ປອດໄພຕໍ່ສຸຂະພາບ.

ນັບແຕ່ເດືອນຕຸລາປີ 2018 ຫາ ເດືອນເມສາ 2020 ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຕງ ໄດ້ເປັນເຈົ້າການເອົາໃຈໃສ່ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດກັບການກວດກາສິນຄ້າທີ່ບໍ່ຖືກຕ້ອງ, ສິນຄ້າໝົດອາຍຸການນຳໃຊ້ເຂົ້າມາຈຳໜາຍພາຍໃນເມືອງທ່າແຕງ.

ການທຳລາຍສິນຄ້າຄັ້ງນີ້ແມ່ນເພື່ອປົກປ້ອງຜູ້ດຳເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃນສັງຄົມໃຫ້ໄດ້ຊົມໃຊ້ສິນຄ້າທີ່ຖືກຕ້ອງ ແລະ ມີຄຸນນະພາບທີ່ດີ.

ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີ: ສິນຄ້າອຸປະໂພກ – ບໍລິໂພກ ໝົດອາຍຸການນຳໃຊ້ທີ່ກວດພົບຈຳນວນ 28 ຮ້ານ ມີ 9 ລາຍການ ຄື: ນໍ້າເປບຊີ, ເຂົ້າໜົມ, ນົມຜົງ, ນົມກ່ອງ, ນົມສົ້ມ, ເຄື່ອງສໍາອາງ, ນົມແລັກຕາຊອຍ – ນົມໄວຕາມິວ, ໝີ່ສໍາເລັດຮູບ ແລະ ຖ່ານໄຟສາຍ ລວມມູນຄ່າທັງໝົດ 7 ລ້ານກວ່າກີບ. ພ້ອມນີ້, ເຈົ້າໜ້າທີ່ໄດ້ພ້ອມກັນຈູດທໍາລາຍຖິ້ມຢ່າງເປັນທາງການ.

ໂດຍ: ພອນ ບຸນອຸທິດ