ການປັບປຸງເສັ້ນຈະລາຈອນ ຈະສຳເລັດທ້າຍເດືອນພຶດສະພານີ້

115

ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຫຼາຍຂົງເຂດວຽກງານ. ໃນນີ້ສະເພາະໂຄງການປັບປຸງເສັ້ນຈະລາຈອນຖະໜົນສາຍຫຼັກຢູ່ຕົວເມືອງນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງພັກ – ຂອງຊາດ ທັງເປັນການສ້າງຄວາມຮັບປະກັນໃຫ້ການສັນຈອນມີຄວາມປອດໄພ ມີຄວາມຫຼ້າຊ້າ ຈາກເດີມໃຫ້ແລ້ວກາງເດືອນນີ້.

ທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ນວ ) ໃຫ້ສຳພາດວັນທີ 11 ພຶດສະພາ 2020 ວ່າ: ໂຄງການປັບປຸງແຕ້ມເສັ້ນຈະລາຈອນໜ້າເສັ້ນທາງສາຍຫຼັກ ໂດຍນຳໃຊ້ງົບປະມານຂອງລັດ, ກອງທຶນຄວາມປອດໄພທາງຖະໜົນ ປະຈຳປີ 2020 ມູນຄ່າ 7,4 ຕື້ກີບ ປະຕິບັດຢູ່ 8 ເສັ້ນທາງ ຄື: ຖະໜົນໄກສອນ ພົມວິຫານ ຍາວ 10,7 ກິໂລແມັດ, ຖະໜົນໜອງບອນ 3,47 ກິໂລແມັດ, ຖະໜົນສາມແສນໄທ 3,2 ກິໂລແມັດ, ຖະໜົນເສດຖາທິລາດ 2 ກິໂລແມັດ, ຖະໜົນເຈົ້າຟ້າງຸ່ມ 2,6 ກິໂລແມັດ, ຖະໜົນສຸພານຸວົງ 6 ກິໂລແມັດ, ຖະໜົນລ້ານຊ້າງ 1,2 ກິໂລແມັດ ແລະ ຖະໜົນທ່າເດື່ອ 10,5 ກິໂລແມັດ ແລະ ສາຍທາງຕັດເຊື່ອມຕໍ່ລະຫວ່າງເສັ້ນທາງຫາກັນໂດຍ ບໍລິສັດ ລາວມາກເກີ ເປັນຜູ້ຮັບເໝົາ.

ມາຮອດເດືອນເມສາ ທີ່ເປັນໄລຍະພະຍາດ COVID – 19 ໂດຍປະຕິບັດຕາມແຈ້ງການເລກທີ 06/ນຍ ໂຄງການໄດ້ຢຸດວຽກຊົ່ວຄາວເປັນເວລາ 1 ເດືອນ ພາຍຫຼັງສະພາບຄ່ອຍປົກກະຕິກໍໄດ້ລາຍງານເຖິງຂັ້ນເທິງ ໂດຍສະເພາະຄະນະສະເພາະກິດຕ້ານພະຍາດ COVID – 19 ໄດ້ໃຫ້ທິດຊີ້ນຳວິທີການປ້ອງກັນຕ່າງໆ ແລະ ໄດ້ປຶກສາຫາລືກັບບໍລິສັດຜູ້ຮັບເໝົາ ເພື່ອກະກຽມຄືນ ແລະ ໃຫ້ຈັດຕັ້ງປະຕິບັດໂຄງການ ໂດຍໄລຍະພາຫະນະລົດແລ່ນຕາມຖະໜົນຍັງບໍ່ຫຼາຍ ຈຶ່ງໄດ້ເລີ່ມປະຕິບັດມາແຕ່ຕົ້ນເດືອນພຶດສະພາ 2020 ເປັນຕົ້ນມາ. ປັດຈຸບັນກຳ¬ລັງປະຕິບັດຢູ່ເສັ້ນທາງທ່າເດື່ອ ເລີ່ມແຕ່ໄຟອຳນາດທາດຂາວ – ຂົວມິດຕະພາບ ລາວ – ໄທ 1 ຕາມແຜນຄາດວ່າຈະໃຫ້ສຳເລັດກາງເດືອນພຶດສະພາ ແຕ່ຍ້ອນໄດ້ຜົນກະທົບຈາກພະຍາດ COVID – 19 ຈຶ່ງແກ່ຍາວເວລາ ແລະ ຄາດຈະໃຫ້ສຳເລັດທ້າຍເດືອນພຶດສະພາ 2020.

ນອກຈາກໂຄງການປັບປຸງແຕ້ມເສັ້ນທາງແລ້ວ ຍັງມີໂຄງການຕິດຕັ້ງຈຸດຄົນຂ້າມທາງທີ່ເປັນຄ້າຍຄືກັບໄຟອຳນາດ ເພື່ອຄວາມສະດວກໃຫ້ຄົນຂ້າມທາງມີຄວາມປອດໄພ ເຊິ່ງປະກອບມີ 6 ຈຸດ, ປັດຈຸບັນສຳເລັດ 4 ຈຸດ ແລະ ຍັງອີກ 2. ໃນນີ້, ຢູ່ຖະໜົນເຈົ້າຟ້າງຸ່ມ, ເສັ້ນທາງໂພນຕ້ອງ – ດົງໂດກ ( ຕໍ່ໜ້າໂຮງໝໍ 150 ຕຽງ ), ຖະໜົນມິດຕະພາບ ລາວ – ໄທ ( ຕໍ່ໜ້າໂຮງໝໍ 103 ), ຖະໜົນເສດຖາທິລາດ ( ຕໍ່ໜ້າແພດສາດ ) ແລະ ຖະໜົນສຸພານຸວົງ. ນອກຈາກຈະໃຊ້ເປັນລະບົບໄຟແລ້ວ ຍັງຈະເສີມລະບົບສຽງເຂົ້າຕື່ມ ເພື່ອສະດວກໃຫ້ຄົນພິການ ເປັນຕົ້ນຄົນພິການທາງສາຍຕາ ເຊິ່ງເປັນໂຄງການທຳອິດຢູ່ປະເທດເຮົາ.

ໂດຍ: ສົມລົດ