ຂ່າວດີ 13 ພຶດສະພາ ບໍ່ພົບຜູ້ຕິດເຊື້ອເພີ່ມ, ສ່ວນຄົນເຈັບ ກໍລະນີທີ 14 ໄດ້ອອກໂຮງໝໍແລ້ວ

93

ນັບວ່າເປັນຂ່າວດີຢ່າງຕໍ່ເນື່ອງ ທີ່ນອກຈາກ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 31 ມື້ຕິດຕໍ່ກັນແລ້ວ, ຫຼ້າສຸດກໍລະນີ 14 ທີ່ກັບຄືນມາຕິດຕາມອາການຢູ່ໂຮງໝໍ ຫຼັງອອກໂຮງໝໍຄົບ 14ວັນແລ້ວຜົນກວດເປັນບວກນັ້ນ ແມ່ນໄດ້ອອກໂຮງໝໍແລ້ວໃນມື້ນີ້ 13 ພຶດສະພາ 2020, ດັ່ງນັ້ນ ມີຄົນເຈັບຍັງສືບຕໍ່ປິ່ນປົວຢູ່ໂຮງໝໍທັງໝົດ 5 ກໍລະນີ.

ໃນວັນທີ 13 ພຶດສາພາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງໂຄວິດ-19 ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ພ້ອມດ້ວຍຄະນະ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວວ່າ: ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 12 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 101 ຄົນ, ໃນນັ້ນ: ມີກໍລະນີສົງໄສ 2 ຄົນ, ຜູ້ຕິດເຊື້ອທີ່ອອກໂຮງໝໍໄປກັກບໍລິເວນຢູ່ບ້ານຄົບຮອດ 14 ວັນ 2 ຄົນ (ນ້ຳເບີ 14 ແລະ 12), ແຮງງານລາວທີ່ກັບມາຈາກປະເທດໄທ 65 ຄົນ, ແຮງງານໄທທີ່ເຂົ້າມາລາວ 2 ຄົນ (ແມ່ນຢູ່ແຂວງໄຊຍະບູລີ) ແລະ ບຸກຄົນທົ່ວໄປບໍ່ມີອາການສະແດງ 30 ຄົນ ເຊິ່ງຜົນກວດທັງໝົດຂອງແຮງງານລາວ, ແຮງງານໄທ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ.

ໝາຍຄວາມວ່າໃນວັນທີ 12 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 12 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3.975 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (31 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ ລວມທັງ ກໍລະນີນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ ທັງໝົດເຫັນວ່າມີອາການປົກກະຕິ, ໄດ້ກວດວິເຄາະຫາເຊື້ອ ນ້ຳເບີ 14 ສອງຄັ້ງຕິດຕໍ່ກັນບໍ່ພົບເຊື້ອ ແລະ ໄດ້ໃຫ້ອອກໂຮງໝໍ. ດັງນັ້ນ, ປັດຈຸບັນມີຄົນເຈັບນອນຕິດຕາມຢູ່ໂຮງໝໍ 5 ຄົນ.