ທະວິດເຕີ ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນໄດ້ຖາວອນ

296

ພະນັກງານຂອງບໍລິສັດທະວິດເຕີ ສາມາດເຮັດວຽກຢູ່ເຮືອນໄດ້ຖາວອນ ໂດຍບໍ່ຈຳເປັນຕ້ອງເດີນທາງໄປຫ້ອງການ ເຖິງວ່າສະຖານະການແຜ່ລະບາດຂອງໂຄວິດ-19 ຈະຜ່ານພົ້ນໄປແລ້ວກໍ່ຕາມ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 13 ພຶດສະພາ ວ່າ ບໍລິສັດທະວິດເຕີ (Twitter) ໄດ້ຖະແຫຼງການ ເມື່ອວັນອັງຄານ ຜ່ານມາ ມີເນື້ອໃນສຳຄັນວ່າ ຕະຫຼອດໄລຍະສອງສາມເດືອນ ຜ່ານມານີ້ ຄະນະຜູ້ບໍລິຫານໄດ້ອະນຸຍາດໃຫ້ພະນັກງານຂອງບໍລິສັດທຸກແຫ່ງທົ່ວໂລກ ສາມາດເຮັດວຽກຢູ່ເຮືອນໄດ້ ເນື່ອງຈາກວິກິດການແຜ່ລະບາດຂອງໂຄວິດ-19.

ທັງນີ້, ບຸກຄະລາກອນທຸກຄົນ ແລະ ທຸກພາກສ່ວນສາມາດພິສູດໃຫ້ເຫັນແລ້ວວ່າ ເຖິງຈະເຮັດວຽກຢູ່ເຮືອນ ແຕ່ປະສິດທິພາບໃນການເຮັດວຽກ ແລະ ຄຸນນະພາບຂອງຜົນງານທີ່ອອກມາບໍ່ຫຼຸດມາດຕະຖານ. ດ້ວຍເຫດຜົນນີ້, ທາງບໍລິສັດມີຄຳເຫັນວ່າ ຈະອະນຸຍາດໃຫ້ພະນັກງານທີ່ມີໜ້າວຽກສາມາດເຮັດວຽກຢູ່ເຮືອນໄດ້ ແມ່ນໃຫ້ປະຕິບັດໄດ້ “ຕະຫຼອດໄປ” ເຊິ່ງການກັບເຂົ້າມາເຮັດວຽກຢູ່ຫ້ອງການແມ່ນໃຫ້ເປັນໄປຕາມຄວາມຕ້ອງການຂອງພະນັກງານແຕ່ລະຄົນ ສ່ວນການເປີດສຳນັກງອີກຄັ້ງນັ້ນ ແມ່ນຂຶ້ນກັບການຕັດສິນໃຈຂອງຜູ້ບໍລິຫານ.

ອີກປະການໜຶ່ງທະວິດເຕີ ບໍ່ມີແຜນທີ່ຈະເປີດສຳນັກງານໃຫຍ່ທີ່ເມືອງຊານຟານຊິສໂກ ແລະ ສຳນັກງານທຸກແຫ່ງຢູ່ຕ່າງປະເທດຈົນກວ່າຈະເຖິງເດືອນກັນຍານີ້ ແລະ ຍົກເລີກການປະຊຸມຕະຫຼອດຈົນກິດຈະກຳທີ່ຕ້ອງມີຄົນເຂົ້າຮ່ວມກັນຈຳນວນຫຼາຍ.

ຖະແຫຼງການດັ່ງກ່າວ ເຮັດໃຫ້ ທະວິດເຕີ ກາຍເປັນບໍລິສັດດ້ານເທັກໂນໂລຢີຍັກໃຫຍ່ແຫ່ງທຳອິດຂອງໂລກ ທີ່ອະນຸຍາດໃຫ້ພະນັກງານສາມາດເຮັດວຽກຢູ່ເຮືອນໄດ້ຖາວອນ ສ່ວນເຟສບຸກ ແລະ ກູເກິລ ມີແຜນໃຫ້ພະນັກງານເຮັດວຽກຢູ່ເຮືອນຈົນໝົດເດືອນພຶດສະພານີ້.