ຂ່າວດີ! ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງປັບລົງລາຄານໍ້າມັນ ມີຜົນມື້ອື່ນເປັນຕົ້ນໄປ

210

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ, ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 14 ພຶດສະພາ 2020 ເປັນຕົ້ນໄປ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດສະບັບເລກທີ 0465/ອຄ.ກຄພນ, ລົງວັນທີ 13 ພຶດສະພາ 2020 ໃຫ້ຮູ້ວ່າ: ການປັບລາຄາໃນຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮແອັດຊັງພິເສດ 400 ກີບຕໍ່ລິດ, ແອັດຊັງທໍາມະດາ 575 ກີບ ຕໍ່ລິດ ແລະ ກາຊວນ 300 ກີບຕໍ່ລິດ. ທັງນີ້ ປັບລາຄານໍ້າມັນເຊື້ອໄຟ ແອັດຊັງພິເສດ ປັບລົງ 1.500 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບລົງ 1.070 ກີບຕໍ່ລິດ ແລະ ກາຊວນປັບລົງ 490 ກີບຕໍ່ລິດ.

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0363/ກຄພນ.ຄສລ, ຈົນກວ່າຈະມີການປ່ຽນແປງ, ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0423/ອຄ.ກຄພນ, ລົງວັນທີ 23 ເມສາ 2020.

ພ້ອມນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ, ນະຄອນຫຼວງ ຕາມຕະຕາລາງຂ້າງເທິງດ້ວຍ.