ຈີນຍົກສູງເຝົ້າລະວັງພະຍາດ ເນື່ອງຈາກມົນທົນຈີ໋ຫຼິນ ມີຜູ້ຕິດເຊື້ອໂຄວິດ-19 ເພິ່ມຂຶ້ນ

84

ຈີນຍົກສູງເຝົ້າລະວັງສະພາບການໂຄວິດ-19 ໃນມົນທົນຈີ໋ຫຼິນ ທາງພາກຕາເວັນອອກສຽງເໜືອຂອງປະເທດ ຫຼັງຈາກມີຜູ້ຕິດເຊື້ອເພິ່ມຂຶ້ນເລື້ອຍໆ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 13 ພຶດສະພາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ລາຍງານເມື່ອວັນອັງຄານ ຜ່ານມາ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ສະຖິຕິຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ຜູ້ປ່ວຍໃນລະບົບຍັງເຫຼືອ 104 ຄົນ ແຕ່ໃນຈຳນວນນີ້ 10 ຄົນ ອາການຍັງວິກິດ.

ຢ່າງໃດກໍ່ຕາມ, ໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 7 ຄົນ ແບ່ງເປັນເດີນທາງຈາກຕ່າງປະເທດ 1 ຄົນ ຖືກກັກຕົວຢູ່ດ່ານຄວບຄຸມພະຍາດຂອງສະໜາມບິນສາກົນຊຽງໄຮ້ ສ່ວນອີກ 6 ຄົນ ຕິດເຊື້ອໃນປະເທດ ແລະ ທັງໝົດຢູ່ມົນທົນຈີ໋ຫຼິນ ພາກຕາເວັນອອກສຽງເໜືອຂອງປະເທດ ແລະ ມີຊາຍແດນບາງສ່ວນຕິດກັບເກົາຫຼີເໜືອ.

ທັງນີ້, ອົງການສາທາລະນະສຸກ ທັງສ່ວນກາງ ແລະ ທ້ອງຖິ່ນ ໄດ້ເພິ່ມທະວີການເຝົ້າລະວັງສະພາບການແຜ່ລະບາດຂອງໂຄວິດ-19 ໃນທົນທົນຈີ໋ຫຼິນ ໂດຍສະເພາະເມືອງຊູຫຼານ ຫຼັງຈາກ ຍິງ 1 ຄົນ ໃນພື້ນທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອ ເມື່ອວັນທີ 7 ພຶດສະພາ ຜ່ານມາ ຕໍ່ຈາກນັ້ນ ເມື່ອວັນທີ 9 ພຶດສະພາ ພົບຜູ້ຕິດເຊື້ອເພິ່ມອີກ 11 ຄົນ ໂດຍທັງໝົດເຄີຍມີການພົວພັນກັບຍິງຄົນດັ່ງກ່າວ ໂດຍມີທັງສະມາຊິກໃນຄອບຄົວ ແລະ ເພື່ອນ ຫຼື ບຸກຄົນທີ່ໃກ້ຊິດ.

ສະພາບການທີ່ເກີດຂຶ້ນ ສົ່ງຜົນໃຫ້ເທສະບານເມືອງຊູຫຼານ ເຊິ່ງເປັນເມືອງໃຫຍ່ອັນດັບ 2 ຂອງມົນທົນຈີ໋ຫຼິນ ຍົກສູງການເຕືອນໄພດ້ານສາທາລະນະສຸກ ຈາກ “ລະດັບກາງ” ເປັນ “ລະດັບສູງ” ຂະນະທີ່ມີລາຍງານ ຊາຍອາຍຸ 23 ປີ ຊາວເມືອງເສີນຢາງ ເມືອງເອກຂອງມົນທົນຫຼຽວໜິງ ໄດ້ຮັບການຢືນຢັນວ່າ ຕິດເຊື້ອເມື່ອວັນອາທິດ ຜ່ານມາ ຫຼັງຈາກເດີນທາງກັບມາຈາກມົນທົນຈີ໋ຫຼິນ ເມື່ອວັນທີ 5 ພຶດສະພາ ຜ່ານມາ.