ສາວແປັກກີ້ ນັກກີລາ ທີ່ສາມາດຫຼິ້ນໄດ້ຫຼາຍປະເພດກີລາ

78

ເປັນອີກ 1 ນັກກີລາຍິງລາວ ທີ່ມີສະເໜ່ ແລະ ໜ້າຕາດີສໍາລັບ ນາງ ມາລາ ຈັນທະລັກສາ ( ສາວແປັກກີ້ ) ທີ່ເປັນນັກກີລາຍິງລາວທີ່ສາມາດຫຼິ້ນໄດ້ຫຼາຍໆປະເພດກິລາ ແລະ ປະສົບຄວາມສໍາເລັດມາຫຼາຍໆລາຍການທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງງານກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ແປັກກີ້ ຈະລົງແຂ່ງຂັນກີລາເທຄວັນໂດ.

ແປັກກີ້ເລົ່າວ່າ: ເສັ້ນທາງໃນການເປັນນັກກີລາເລີ່ມຕົ້ນແມ່ນນ້ອງໄດ້ໄປຫຼິ້ນກີລາເທຄວັນໂດ ກັບທີມ ມະຫາວິທະຍາໄລແຫ່ງຊາດ ເຄີຍຍາດໄດ້ຫຼຽນຄໍາ ໃນກີລາມະຫາວິທະຍາໄລລາວ ຄັ້ງທໍາອິດ ໃນປີ 2013 ກ່ອນທີ່ຈະແຈ້ງເກີດໃນກີລາ ວໍວິນາມ ຫຼັງຈາກທີ່ ທ່ານ ອາຈານ ວຽງສຸກ ໄດ້ຊັກຊວນໃຫ້ມາຫຼິ້ນກີລາວໍວິນາມ ຕັ້ງແຕ່ປີ 2012 ກໍເລີຍມັກ ໂດຍໄປແຂ່ງຂັນຫຼາຍງານ ແລະ ສາມາດຍາດໄດ້ຫຼາຍຫຼຽນ ໂດຍສະເພາະແມ່ນຫຼຽນຄໍາ ຊີເກມ 2013 ທີ່ປະເທດມຽນມາ.

“ ສໍາລັບປັດຈຸບັນ ນ້ອງກະຊ້ອມເບົາໆ ເນື່ອງຈາກໄດ້ຮັບບາດເຈັບຫົວເຂົ່າ ໃນຊີເກມ 2019 ຜ່ານມາ ຫຼັງຈາກທີ່ໃນປີນີ້ໄດ້ກັບມາຊ້ອມໜັກ ເຮັດໃຫ້ກັບມາເຈັບອີກຄັ້ງ. ສໍາລັບ ກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ແມ່ນຈະໄດ້ລົງແຂ່ງຂັນໃນກີລາເທຄວັນໂດ ໃຫ້ກັບກະຊວງພະລັງງານ ແລະ ບໍ່ແຮ່ແນ່ນອນປັດຈຸບັນກໍໄດ້ຊ້ອມເບົາໆ ແລະ ຫວັງວ່າຈະລົງແຂ່ງຂັນໃນກີລາແຫ່ງຊາດຄັ້ງນີ້ ເພາະທີ່ຜ່ານມາແມ່ນພາດໂອກາດ ໂດຍສະເພາະໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ເມື່ອປີ 2014 ແມ່ນບໍ່ສະບາຍ ຈິ່ງບໍ່ສາມາດລົງແຂ່ງຂັນໄດ້ ” ແປັກກີ້ ກ່າວ.

ສໍາລັບ ສາວ ມາລາ ຫຼື ແປັກກີ້ ເລີ່ມເປັນທີ່ຮູ້ຈັກໃນວົງການກີລາລາວ ຫຼັງຍາດໄດ້ຫຼຽນທອງ ໃນລາຍການວໍວິນາມຊີງແຊັມອາຊຽນ ລະຫວ່າງວັນ 7-12 ສິງຫາ 2018 ທີ່ມຽນມາ ກ່ອນທີ່ ໃນລາຍການຊີງແຊັມອາຊີ ລາຍການ There are 18countries for 4th AVF Vovinam Championship 2018 in Bali-Indonesia ທີ່ເກາະບາຫຼີ ປະເທດອິນໂດເນເຊຍ ລະຫວ່າງວັນທີ 2-7 ພະຈິກ 2018 ສາມາດຍາດໄດ້ຫຼຽນຄໍາປະເພດຟ້ອນຄູ່ ໂດຍຟ້ອນຄູ່ກັບ ນາງ ພິກສະໄໝ ຈາກດາບຄູ່ຍິງ ຂະນະທີ່ ຜົນງານຫຼ້າສຸດໃນ ຊີເກມ 2019 ແມ່ນສາມາດຍາດໄດ້ 1 ຫຼຽນທອງ ຈາກກີລາຄິກບ໊ອກຊິງ.

ມາລາເກີດວັນທີ 22 ກໍລະກົດ 1994 ທີ່ບ້ານຫ້ວຍຫົງ ເມື່ອຈັນທະບູລີ ນະຄອນຫຼວງວຽງຈັນ ປັດຈຸບັນເປັນນັກສຶກສາຢູ່ ວິທະຍາໄລ ລາວ-ອາເມຣິກາ ປີສຸດທ້າຍ ລວມທັງຍັງເປັນອາຈານສອນກີລາ ວໍວິນາມ ໂດຍໄປສອນໃຫ້ກັບໂຮງຮຽນຕ່າງໆແບບລ້າ ໂດຍສະເພາະສອນຢູ່ທີ່ໂຮງຮຽນ ມ.ສ ວຽງຈັນ ໄລຍະພັກແລ້ງ.
(ຄໍາສອນ)