ອາເມຣິກາຫາກໂຄວິດລະບາດຮອບສອງເສດຖະກິດເສຍຫາຍໜັກ

96

ທ່ານ ມາກ ແຊນ​ດີ ນັກ​ວິ​ເຄາະ​ຈາກ ມູ​ດີ ອະ​ນາ​ລິ​ຕິກ​ກ່າວ​ວ່າ:ອາ​ເມ​ຣິ​ກາ​ສ່ຽງ​ທີ່​ໂຄ​ວິດ-19ຈະ​ກັບ​ມາ​ລະ​ບາດ​ໜັກ​ຮອບ2ເນື່ອງ​ຈາກ​ການ​ເປີດ​ເສດ​ຖະ​ກິດ​ໄວ​ເກີນ​ໄປ​ເຮັດ​ໃຫ້​ປະ​ຊາ​ຊົນ​ກັບ​ມາ​ຮ່ວມ​ຕົວ​ກັນ​ເປັນ​ຈຳ​ນວນຫຼາຍ.

ໂດຍ​ພາ​ວະ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ​ອາດ​ຈະ​ຕົກ​ຕ່ຳ​ໃຊ້​ເວ​ລາ​ປະ​ມານ1ປີຫຼືຫຼາຍກວ່າ​ນັ້ນ,ຂະ​ນະ​ທີ່​ຕົວ​ເລກ​ການ​ວ່າງວຽກ​ອາດ​ຈະ​ສູງ​ຂຶ້ນ​ໃນ​ອັດ​ຕາ​ຕົວ​ເລກ2ຫຼັກ.

ຢ່າງ​ໃດ​ກໍ່​ຕາມ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ອາດ​ຈະ​ຟື້ນ​ຕົວ​ໃນ​ຮູບ​ຕົວ​U,ສ່ວນ​ການ​ວ່າງວຽກ​ຈະ​ຟື້ນ​ຄືນ​ອີກ​ຄັ້ງ​ໃນ​ວັນ​ພັກ Memorial Day​ເນື່ອງ​ຈາກ​ທຸ​ລະ​ກິດ​ຕ່າງໆ​ຈະ​ກັບ​ມາ​ເປີດ​ຕາມ​ປົກ​ກະ​ຕິ​ຫາກ​ບໍ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ດັ່ງ​ກ່າວ.