ເມືອງຫົງສາ ຢຶດ ທໍາລາຍຖິ້ມຊິ້ນສ່ວນສັດປ່າຫວງຫ້າມ ທີ່ປະຊາຊົນລັກລອບລ່າ

225

ປັດຈຸບັນເຖິງແມ່ນວ່າວຽກງານການອະນຸກປ່າໄມ້, ອານຸລັກສັດນໍ້າ-ສັດປ່າ ໄດ້ຖືກຍົກຂຶ້ນມາເປັນໜ້າວຽກທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ, ໃຫ້ຄວາມຮ່ວມມື ພ້ອມມີສ່ວນຮ່ວໃນວຽກງານດັ່ງກ່າວ. ແຕ່ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຍັງຖືເບົາ ແລະ ຝ່າຝືນຕໍ່ກົດລະບຽບທີ່ພັກ-ລັດວາງອອກ ກໍ່ຄືການລັກລອບລ່າສັດປ່າຫວງຫ້າມ, ເຊິ່ງຫຼ້າສຸດ ເຈົ້າໜ້າທີ່ເມືອງຫົງສາ ແຂວງໄຊຍະບູລີ ຈັບໄດ້ປະຊາຊົນຜູ້ຝືນຕໍລະບຽບ ພ້ອມຂອງກາງສັດປ່າຈໍານວນໜຶ່ງ ແລ້ວນໍາມາທໍາລາຍຖິ້ມ ພ້ອມດໍາເນີນຄະດີຕໍ່ກຸ່ມຄົນເຫຼົ່ານີ້.

ອີງຕາມການລາຍງານຂອງພົນລະເມືອງດີໃຫ້ຮູ້ວ່າ ມີຜູ້ຄົນທີ່ບໍ່ຫວັງດີຊອກຫາລ່າເນື້ອສັດປ່າຫວງຫ້າມເອົາມາເປັນອາຫານ ຢູ່ທີ່ຂອບເຂດຄວາມຮັບຜິດຊອບຂອງບ້ານຫ້ວຍໄລ່ ເມືອງຫົງສາ ແຂວງໄຊຍະບູລີ, ດັ່ງນັ້ນຕົກມາຮອດເວລາ 8:00 ໂມງ ຂອງວັນທີ 7 ພຶດສະພາ 2020 ທາງໜວ່ຍງານສືບສວນສອບສວນກອງບັນຊາການ ປກສ ເມືອງຫົງສາ ໄດ້ລົງຕິດຕາມກວດກາ ແລະ ໄດ້ພົບເຫັນທັງ 3 ຄົນ ຄື ທ້າວວັນ, ທ້າວຈານແຮ ແລະ ທ້າວບຸນທັນ,ອາຊີບວ່າງງານ ສັນຊາດລາວ ຢູ່ບ້ານໂພນໄຊເມືອງຫົງສາ ແຂວງໄຊຍະບູລີ, ພ້ອມດ້ວຍຂອງກາງເປັນສັດປ່າປະເພດຫວງຫ້າມຄື ຟານແມ່ 1 ໂຕ, ຫອນ 1 ໂຕ ແລະ ປະເພດສັດປີກຈໍານວນໜື່ງ.

ເຊິ່ງອາວຸດທີ່ນໍາມາໃຊ້ລ່າເນື້ອໃນຄັ້ງນີ້ ມີປືນປະດິດຍິງລູກອັດ ຈຳນວນ 1 ກະບອກ ແລະ ລົດຊິ້ງ 1 ຄັນເພື່ອຂັບໄປຫາເຂດດັ່ງກ່າວ, ພວກກຽ່ວທັງ 3 ຄົນໄດ້ສາລະພາບວ່າ ໄດ້ກະທໍາຜິດແທ້,ເມື່ອເຫັນເຫດການດັ່ງກ່າວ ທາງອໍານາດການປົກຄອງບ້ານຫ້ວຍໄລ ແລະ ເຈົ້າໜ້າທີ່ສືບສວນສອບສວນກອງບັນຊາການ ປກສ ເມືອງຫົງສາ ຈີ່ງໄດ້ກັກຕົວພວກກຽ່ວທັງ 03 ມານໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ ຢູ່ສູນດັດສ້າງເມືອງຫົງສາ.

ຕໍ່ມາ ຕອນບ່າຍຂອງວັນທີ 8 ພຶດສະພາ 2020 ທີມງານໜວ່ຍສະເພາະກິດ ແກ້ໄຂປະກົດການຫຍໍ້ທໍ້ຂັ້ນເມືອງ ຈີ່ງໄດ້ຈັດພິທີທໍາລາຍສິ້ນສວ່ນສັດປ່າປະເພດຫວງຫ້າມດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮວ່ມຂອງທ່ານຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ມີສະຫາຍ ພັທ ຄໍາໜັ້ນ ໄຊສົງຄາມ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ພ້ອມດ້ວຍພາກສ່ວນທີ່ກຽ່ວຂ້ອງຂອງເມືອງ ແລະ ຜູ້ກະທໍາຜິດ ເຂົ້າຮວ່ມ.

ຂໍ້ມູນຈາກ: ສະຖານີວິທະຍຸ ໂທລະໂຄ່ງ ເມືອງຫົງສາ