ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

278

ສະ­ຫາຍ ພົນ​ເອກ ສີ​ສະ­ຫວາດ ແກ້ວ​ບຸນ​ພັນ ເກີດ​ເມື່ອ​ວັນ​ທີ 01 ພຶດ­ສະ­ພາ ປີ 1928 ທີ່​ບ້ານ​ຫ້ວຍ​ກະ​ລືມ ເມືອງ​ວຽງ​ໄຊ ແຂວງ​ຫົວ­ພັນ, ເປັນ​ບຸດ​ຂອງ ທ່ານ ບຸນ​ຊູ ແລະ ນາງ ປ້ານ. ສະ­ຫາຍ​ໄດ້​ສ້າງ​ຄອບ­ຄົວ​ກັບ ນາງ ຫຼ້າ ແກ້ວ​ບຸນ​ພັນ ມີ​ລູກ​ນຳ​ກັນ 4 ຄົນ, ຍິງ 4 ຄົນ ປັດ­ຈຸ­ບັນ​ຢູ່​ບ້ານ​ໜອງ​ບອນ ເມືອງ​ໄຊ​ເສດ​ຖາ, ນະ­ຄອນ­ຫຼວງ​ວຽງ​ຈັນ.

ການ­ເຄື່ອນ­ໄຫວ​ປະ­ຕິ­ວັດ ໂດຍ​ຫຍໍ້​ແຕ່​ລະ​ໄລ­ຍະ​ມີ​ດັ່ງ­ນີ້:ປີ 1947-1948 ເປັນ​ນັກ­ຮົບ​ຢູ່​ກອງ ໂຄ­ສະ­ນາ​ປະ­ກອບ​ອາ­ວຸດ​ພາກ​ເໜືອ (ໄຕ​ຕ້ຽນ);ປີ 1948-1949 ເປັນ​ພະ­ນັກ­ງານ​ຂົນ­ຂວາຍ​ກໍ່­ສ້າງ​ພື້ນ­ຖານ​ລັບ ຢູ່​ສັນ​ກາງ​ລຽບ​ນ້ຳ​ມ່າ ເພື່ອ​ສ້າງ​ຖານ​ທີ່​ໝັ້ນ​ເຂົ້າ​ພາກ​ເໜືອ​ຂອງ​ລາວ;ປີ 1949-1952 ເປັນ​ຫົວ­ໜ້າ​ການ­ເມືອງ​ກອງ­ຮ້ອຍ​ລາດ​ຊະ​ວົງ;ປີ 1952-1954 ເປັນ​ຫົວ­ໜ້າ​ການ​ທະ­ຫານ​ກອງ­ຮ້ອຍ​ລາດ​ຊະ​ວົງ ທັງ​ເປັນ​ຮອງ​ກອງ­ພັນ ປະ­ສົມ​ລາວ-ຫວຽດ­ນາມ ຂຶ້ນ​ປົດ​ປ່ອຍ​ເມືອງ​ຮ້ຽມ, ປາກ​ລາວ, ບ້ານ​ແຊ້, ບ້ານ​ຊ້ອນ​ເປີດ​ກວ້າງ​ເຂດ​ທີ່​ໝັ້ນ​ຢູ່​ພາກ​ເໜືອ​ຂອງ​ລາວ; ປີ 1954-1955 ເປັນ​ກຳ­ມະ­ການ​ຢຸດ​ຍິງ​ຂັ້ນ​ສູນ​ກາງ​ກັບ​ຝຣັ່ງ ທີ່​ຄັງ​ໄຂ ແຂວງ​ຊຽງ​ຂວາງ;

ວັນ​ທີ 22/03/1955 ເຊິ່ງ​ເປັນ​ວັນ​ສ້າງ­ຕັ້ງ​ພັກ ແລະ ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ I ຂອງ​ພັກ ສະ­ຫາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ສູນ​ກາງ​ພັກ ປະ­ຊາ­ຊົນ​ລາວ​ຊຸດ​ທຳ​ອິດ, ໃນ​ປີ​ດຽວ​ກັນ​ນັ້ນ ຖືກ​ເລືອກ​ຕັ້ງ​ເຂົ້າ​ເປັນ​ກຳ­ມະ­ການ​ຄະ­ນະ​ພັກ​ທະ­ຫານ, ທັງ​ຖືກ​ແຕ່ງ­ຕັ້ງ​ເປັນ​ຮອງ​ເສ­ນາ​ທິ​ການ​ກອງ­ທັບ​ປົດ​ປ່ອຍ​ປະ­ຊາ­ຊົນ​ລາວ; ປີ 1956-1960 ຖືກ​ແຕ່ງ­ຕັ້ງ​ເປັນ​ເລ­ຂາ​ຄະ­ນະ​ພັກ, ເປັນ​ຜູ້​ບັນ­ຊາ​ການ​ທະ­ຫານ​ເຂດ​ເຕົ້າ­ໂຮມ​ຊຳ​ເໜືອ, ເປັນ​ຜູ້​ຊີ້​ນຳ​ການ​ເລືອກ​ຕັ້ງ​ຜູ້​ແທນ​ລາດ​ສະ​ດອນ​ຂອງ​ຝາຍ​ປະ­ຕິ­ວັດ ແລະ ເປັນ​ຜູ້​ບັນ­ຊາ​ການ​ປົດ​ປ່ອຍ​ແຂວງ​ຫົວ­ພັນ ເທື່ອ​ທີ 2; ປີ 1960-1976 ຖືກ​ແຕ່ງ­ຕັ້ງ​ເປັນ​ຫົວ­ໜ້າ​ເສ­ນາ​ທິ​ການ​ສູງ​ສຸດ ກອງ­ທັບ​ປົດ​ປ່ອຍ​ປະ­ຊາ­ຊົນ​ລາວ; ປີ 1972 ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ພັກ ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ສູນ​ກາງ​ພັກ ສະ­ໄໝ​ທີ II;

ປີ 1976-1980 ເປັນ​ຫົວ­ໜ້າ​ເສ­ນາ​ທິ​ການ​ສູງ​ສຸດ​ກອງ­ທັບ​ປົດ​ປ່ອຍ​ປະ­ຊາ­ຊົນ​ລາວ, ລັດ­ຖະ­ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນຕີ, ເລ­ຂາ​ຄະ­ນະ​ພັກ​ກຳ­ແພງ​ນະ­ຄອນ­ຫຼວງ​ວຽງ​ຈັນ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ (ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ປັດ­ຈຸ­ບັນ);ປີ 1982 ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ພັກ ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ສູນ​ກາງ​ພັກ, ເປັນ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ, ຫົວ­ໜ້າ​ເສ­ນາ​ທິ​ການ​ສູງ​ສຸດ​ກອງ­ທັບ​ປົດ​ປ່ອຍ​ປະ­ຊາ­ຊົນ​ລາວ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ, ເລ­ຂາ​ຄະ­ນະ​ພັກ ກຳ­ແພງ​ນ­ຄອນ­ຫຼວງ​ວຽງ​ຈັນ; ປີ 1982 ຖືກ​ແຕ່ງ­ຕັ້ງ​ໃຫ້​ເປັນ​ຫົວໜ້າຄະນະຮັບຜິດຊອບຊີ້ນຳ​ກະ­ກຽມ​ກອງ​ປະ­ຊຸມ​ໃຫຍ່​ຊາວ​ໜຸ່ມ​ ປປລາວ ຄັ້ງ​​ທີ I;ປີ 1983 ສູນ​ກາງ​ພັກ-ລັດ­ຖະ­ບານ ໄດ້​ຕົກ­ລົງ​ປະ­ດັບ​ຊັ້ນ​ພົນ​ເອກ​ໃຫ້​ແກ່​ສະ­ຫາຍ;ປີ 1983-1984 ໄປ​ຮຽນ​ທິດ​ສະ​ດີ​ການ­ເມືອງ​ຊັ້ນ​ສູງ​ທີ່​ຮ່າ​ໂນ້ຍ ສສ ຫວຽດ­ນາມ; ປີ 1985 ຖືກ​ແຕ່ງ­ຕັ້ງ​ເປັນ​ເລ­ຂາ​ຄະ­ນະ​ພັກ, ປະ­ທານ​ຄະ­ນະ​ປົກ­ຄອງ​ກຳ­ແພງ​ນະ­ຄອນ­ຫຼວງ​ວຽງ​ຈັນ; ປີ 1986 ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ພັກ​ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ສູນ​ກາງ​ພັກ ທັງ​ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ກົມ​ການ­ເມືອງ ແລະ ເລ­ຂາ­ທິ­ການ​ສູນ​ກາງ​ພັກ, ສືບ­ຕໍ່​ເປັນ​ເລ­ຂາ​ຄະ­ນະ​ພັກ, ປະ­ທານ​ຄະ­ນະ​ປົກ­ຄອງ​ກຳ­ແພງ​ນະ­ຄອນ​ວຽງ​ຈັນ; ປີ 1987-1988 ເປັນ​ຫົວ­ໜ້າ​ຄະ­ນະ​ເຈລະ­ຈາ​ຢຸດ​ຍິງ​ກັບ​ປະ­ເທດ​ໄທ;ປີ 1991 ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ພັກ ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ສູນ​ກາງ​ພັກ, ຖືກ​ແຕ່ງ­ຕັ້ງ​ເປັນ​ລັດ­ຖະ­ມົນ­ຕີ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້;

ປີ 1996 ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ພັກ​ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ສູນ​ກາງ​ພັກ ທັງ​ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ;ປີ 1996-1998 ຖືກ​ເລືອກ​ຕັ້ງ​ເປັນ​ຮອງ​ປະ­ທານ​ປະ­ເທດ;ປີ 1998-2001 ຖືກ​ເລືອກ​ຕັ້ງ​ເປັນ​ນາ­ຍົກ­ລັດ­ຖະມົນ­ຕີ ແຫ່ງ ສປປ ລາວ;ປີ 2002, 2006 ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII, VIII ຂອງ​ພັກ ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ສູນ​ກາງ​ພັກ, ທັງ​ຖືກ​ເລືອກ​ຕັ້ງ​ເປັນ​ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ແລະ ຖືກ​ເລືອກ​ຕັ້ງ​ເປັນ​ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ;ປີ 2011 ອີງ­ໃສ່​ອາ­ຍຸ​ກະ­ສຽນ, ສຸ­ຂະ­ພາບ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ສະ­ຫາຍ​ເອງ, ສະ­ຫາຍ​ຈຶ່ງ​ໄດ້​ຮັບ​ການ​ເຫັນ​ດີ​ໃຫ້​ພັກ­ຜ່ອນ ຕາມ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ ພາຍ­ຫຼັງ​ໄດ້​ຮັບ​ນະ­ໂຍ­ບາຍ​ໃຫ້​ພັກ​ການ ສະ­ຫາຍ ພົນ​ເອກ ສີ​ສະ­ຫວາດ ແກ້ວ​ບຸນ​ພັນ ຍັງ​ໄດ້​ປະ­ກອບສ່ວນ​ລົງ​ຊີ້​ນຳ, ຕິດ­ຕາມ, ຊຸກ­ຍູ້​ການ​ປະ­ຕິ­ບັດ​ວຽກ​ງານ​ຢູ່ ບັນ­ດາ​ຂະ­ແໜງ­ການ ແລະ ທ້ອງ​ຖິນ​ຕາມ​ເງື່ອນ ແລະ ສຸ­ຂະ­ພາບ​ຕົວ​ຈິງ.

ສະ­ຫາຍ ພົນ​ເອກ ສີ​ສະ­ຫວາດ ແກ້ວ​ບຸນ​ພັນ ແມ່ນ​ຜູ້­ນຳ​ອາ­ວຸ­ໂສ​ສຳ­ຄັນ​ຮຸ່ນ​ທຳ​ອິດ​ຂອງ​ພັກ, ລັດ​ເຮົາ​ທີ່​ໄດ້​ເອົາ​ຊີ­ວິດ​ຂອງ​ຕົນ​ຕິດ​ພັນ​ກັບ​ການ​ຕໍ່­ສູ້​ກູ້​ຊາດ ຕ້ານ​ຈັດ​ກະ​ພັດ​ລ່າ​ເມືອງ​ຂຶ້ນ​ທັງ​ເກົ່າ ແລະ ໃໝ່​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ຕະ​ຫຼວດ​ໄລ­ຍະ 30 ກວ່າ​ປີ. ສະ­ຫາຍ​ແມ່ນ​ນັກ­ຮົບ​ປະ­ຕິ­ວັດ​ຜູ້​ກ້າ­ແກ່ນ, ມີ​ນ້ຳ­ໃຈ​ເສຍ­ສະ­ຫຼະ​ອັນ​ສູງ​ສົ່ງ, ເປັນ​ໜຶ່ງ​ໃນ​ບັນ­ດາ​ນາຍ​ທະ­ຫານ​ນຳ­ພາ-ບັນ­ຊາ​ທີ່​ດີ­ເດັ່ນ ເປັນ​ທີ່​ເຄົາ­ລົບ​ຮັກ​ຂອງ​ຂອງ​ກຳ­ລັງ​ປະ­ກອບ​ອາ­ວຸດ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ, ແມ່ນ​ພະ­ນັກ­ງານ​ການ​ນຳ​ທີ່​ມີ​ແບບ­ແຜນ​ນຳ­ພາ​ທີ່​ດີ, ມີ​ຄວາມ​ສາ­ມັກ­ຄີ​ເປັນ​ເອ­ກະ​ພາບ​ພາຍ​ໃນ​ພັກ ແລະ ຢຶດ​ໝັ້ນ​ໃນ​ອຸ­ດົມ​ການ​ປະ­ຕິ­ວັດ​ອັນ​ສູງ​ສົ່ງ ໃນ​ພາ­ລະ­ກິດ​ປະ­ຕິ­ວັດ​ປົດ​ປອຍ​ຊາດ, ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ລະ­ບອບ​ໃໝ່.

ດ້ວຍ​ຜົນ­ງານ ແລະ ຄຸນ­ງາມ­ຄວາມ­ດີ​ທີ່​ສະ­ແດງ​ອອກ​ເຖິງ​ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ​ອັນ​ຜ່ອງ​ໃສ ແລະ ຄວາມ​ຮັກ­ແພງ​ເຊື້ອ​ຊາດ ສະ­ຫາຍ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຄົາ­ລົບ​ຮັກ​ຈາກ​ສະ­ມາ­ຊິກ​ພັກ, ພະ­ນັກ­ງານ, ນັກ­ຮົບ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ກໍ່​ຄື​ປະ­ເທດ​ເພື່ອນ​ມິດ​ຢ່າງ​ກວ້າງ­ຂວາງ, ເພື່ອ​ເປັນ​ການ​ສັນ­ລະ­ເສີນ​ກຽດ​ຕິ​ຄຸນ​ຂອງ​ສະ­ຫາຍ, ພັກ ແລະ ລັດ​ເຮົາ ໄດ້​ມອບ​ຫຼຽນ​ໄຊ​ຂັ້ນ​ສູງ​ປະ­ເພດ​ຕ່າງໆ​ໃຫ້​ແກ່​ສະ­ຫາຍ ໃນ​ນັ້ນ​ມີ: ຫຼຽນ​ຄຳ​ແຫ່ງ​ຊາດ ສປປ ລາວ 1 ໜ່ວຍ, ຫຼຽນ​ຄຳ​ແຫ່ງ​ຊາດ ສສ ຫວຽດ­ນາມ 1 ໜ່ວຍ, ຫຼຽນ​ໄຊ​ອິດ­ສະ­ຫຼະ ຊັ້ນ I 4 ໜ່ວຍ, ຫຼຽນ​ໄຊ​ອິດ­ສະ­ຫຼະ ຊັ້ນ II 2 ໜ່ວຍ. ນອກ­ຈາກ​ນັ້ນ​ຍັງ​ໄດ້​ຮັບ​ຫຼຽນ​ໄຊ, ຫຼຽນ​ກາ, ຫຼຽນ​ລະ­ນຶກ ແລະ ຫຼຽນ​ມິດ­ຕະ­ພາບ ທີ່​ສຳ­ຄັນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ຈາກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.