ສິ່ງທີ່ນັກຮຽນ ມ.ປາຍ ຕ້ອງຮູ້ ເພື່ອກຽມເຂົ້າມະຫາວິທະຍາໄລ

160

ການຮຽນຊັ້ນມັດທະຍົມ ແລະ ການກຽມຕົວກ່ອນເສັງເຂົ້າມະຫາວິທະຍາໄລ ເປັນໄລຍະທີ່ນ້ອງໆອ່ານປຶ້ມໜັກທີ່ສຸດໃນຊີວິດກໍວ່າໄດ້ ທັງເປັນໄລຍະທີ່ຄວາມຄຽດ ແລະ ຄວາມກົດດັນຈາກອ້ອມຂ້າງ. ສະນັ້ນ, ໝູ່ເພື່ອນ ຄອບຄົວ ສັງຄົມ ເຮັດໃຫ້ເຮົາຕ້ອງພະຍາຍາມເພີ່ມຂຶ້ນອີກຫຼາຍເທົ່າ ແລະ ເປັນທາງອອກໃຫ້ນ້ອງໆໄວຮຽນຫຼາຍຄົນເລືອກໃຊ້ເພື່ອສ້າງຄວາມໝັ້ນໃຈ ແລະ ກຽມຫຼຸດແຮງກົດດັນເຫຼົ່ານັ້ນ ຄື: ມຸ່ງໝັ້ນຮຽນພິເສດ ຫຼື ອ່ານປຶ້ມສອບເສັງຈົນຫຼາຍຄົນລືມການກຽມຕົວກຽມໃຈ ແລະ ດ້ານອື່ນໆທີ່ຈຳເປັນ ກ່ອນການສອບເສັງເຂົ້າມະຫາວິທະຍາໄລໄປເລີຍ. ມື້ນີ້ພວກເຮົາໄດ້ນຳເອົາ 5 ສິ່ງທີ່ນັກຮຽນ ມ.ປາຍ ຕ້ອງຮູ້ ແລະ ຕ້ອງກຽມກ່ອນເສັງເຂົ້າມະຫາວິທະຍາໄລ.

1 ຄົ້ນຫາຕົວເອງໃຫ້ພົບ: ນ້ອງໆມັດທະຍົມຫຼາຍໆຄົນ ລວມທັງຊັ້ນ ມ 7 ກໍອາດຈະຍັງບໍ່ຮູ້ວ່າຕົວເອງຢາກເປັນຫຍັງ? ຢາກຮຽນສາຂາຫຍັງ? ຕ້ອງສອບເຂົ້າຄະນະໃດ? ເພາະນ້ອງໆອາດຈະຄິດພຽງແຕ່ວ່າເຮົາມີໜ້າທີ່ຮຽນກໍຮຽນໄປເລື້ອຍໆ ສອບເສັງເລືອກຄະນະກໍເລືອກຕາມໝູ່ເພື່ອນ ຫຼື ຮຽນຕາມທີ່ພໍ່ແມ່ແນະນຳໃຫ້ ເຊິ່ງການຄິດແບບນັ້ນເປັນວິທີການທີ່ຜິດ ແລະ ບໍ່ສົ່ງຜົນດີຕໍ່ອະນາຄົດຂອງນ້ອງໆເລີຍ ຖ້າຫາກວ່າເຂົ້າໄປຮຽນແລ້ວບໍ່ມັກ, ຮຽນບໍ່ໄດ້ອາດຈະຕ້ອງເສຍເວລາໄປອີກ ຫຼື ຕໍ່ໃຫ້ຮຽນຈົບແລ້ວອາດຈະຕ້ອງທົນເຮັດວຽກທີ່ຕົວເອງບໍ່ມັກບໍ່ຖະໜັດນັ້ນໄປຕະຫຼອດຊີວິດ.

ສະນັ້ນ, ສິ່ງສຳຄັນສິ່ງທຳອິດຄືນ້ອງໆຕ້ອງຄົ້ນຫາຕົວເອງໃຫ້ພົບກ່ອນວ່າ ເຮົາມັກຄະນະຫຍັງ? ມັກເຮັດວຽກແບບໃດ? ຈົບມາຈະປະກອບອາຊີບຫຍັງ? ເຊິ່ງອາດຈະເຮັດໄດ້ໂດຍເບິ່ງຈາກລັກສະນະນິດໄສຂອງຕົວເອງ ຖາມຮຸ່ນເອື້ອຍອ້າຍຄະນະຕ່າງໆ ຫຼື ເຂົ້າຮ່ວມງານແນະນຳສາຍການຮຽນ, ງານຕະຫຼາດນັດແຮງງານ ແລະ ງານກິດຈະກຳອື່ນໆທີ່ທາງມະຫາວິທະຍາໄລ ຫຼື ຄະນະຕ່າງໆຈັດຂຶ້ນໃນແຕ່ລະປີ ເພື່ອຄົ້ນຫາຕົວເອງໃຫ້ພົບວ່າຄະນະໃດທີ່ເຮົາມັກ ແລະ ເໝາະສົມສຳລັບເຮົາ.

2 ຫາຂໍ້ມູນການສອບເສັງ ແລະ ຮຽນຕໍ່: ເມື່ອເຮົາຮູ້ວ່າຕົວເອງຢາກຮຽນຄະນະຫຍັງ ແລະ ຢາກເຮັດວຽກກ່ຽວກັບຫຍັງແລ້ວ ນ້ອງໆກໍຕ້ອງຮູ້ວ່າຈະມີມະຫາວິທະຍາໄລໃດແດ່ທີ່ເປີດສອນ ແລະ ວິທີການເສັງເຂົ້າມະຫາວິທະຍາໄລ ຫຼື ສາຂານັ້ນຄືແນວໃດ ເຮົາຈະຕ້ອງໄດ້ຄົ້ນຫາດ້ວຍຫຼາຍຊ່ອງທາງບໍ່ວ່າຈະເປັນການສອນໂດຍກົງຂອງມະຫາວິທະຍາໄລ ຫຼື ຈະເປັນການຄົ້ນຫາຫົວບົດສອບເສັງໃນປີຜ່ານມາຕາມເວັບໄຊ ຫຼື ເຟສບຸ໊ກຂອງມະຫາວິທະຍາໄລ ແລະ ຊ່ອງທາງອື່ນໆ. ດັ່ງນັ້ນ, ນ້ອງໆທຸກຄົນຢູ່ໃນຍຸກການນຳໃຊ້ອິນເຕີເນັດທີ່ເປັນສູນກາງທຸກຢ່າງ ແລະ ເປັນຄູ່ມືການໃຊ້ຊີວິດທີ່ສະດວກທີ່ສຸດຈົ່ງໃຊ້ມັນຄົ້ນຫາຂໍ້ມູນ ແລະ ຕິດຕາມຂ່າວສານທີ່ເຮົາຕ້ອງການໃຫ້ພ້ອມເອົາໄວ້.

3 ປຶກສາສອບຖາມຮຸ່ນເອື້ອຍອ້າຍ: ແນ່ນອນວ່າການສອບຖາມ ຫຼື ປຶກສາຮຸ່ນເອື້ອຍອ້າຍຂອງແຕ່ລະຄະນະ ຫຼື ສາຂານັ້ນໂດຍກົງ ຈະເປັນແຫຼ່ງຂໍ້ມູນທີ່ຊັດເຈນ ແລະ ໜ້າຈະກົງກັບຄວາມຕ້ອງການຂອງນ້ອງໆທີ່ສຸດສິ່ງທີ່ນ້ອງຈຳເປັນຕ້ອງຖາມຈາກຮຸ່ນເອື້ອຍອ້າຍ ຄືຮູບແບບການຮຽນ ແລະ ການໃຊ້ຊີວິດໃນມະຫາວິທະຍາໄລ ເຊັ່ນ: ເຂົ້າສາຂານີ້ເຮົາຈະຕ້ອງໄດ້ຮຽນວິຊາໃດແດ່, ຕ້ອງກຽມຕົວແບບໃດ ວຽກທີ່ຮອງຮັບເມື່ອຮຽນຈົບໄປແລ້ວເປັນແບບໃດ ເປັນຕົ້ນເພື່ອນ້ອງໆຈະໄດ້ຮູ້ວ່າຖ້າໄດ້ເຂົ້າໄປຮຽນແລ້ວຈະຮຽນໄດ້ ຫຼື ບໍ່ ແລະ ເມື່ອຮຽນຈົບມາແລ້ວຮູບແບບການເຮັດວຽກລັກສະນະແບບນີ້ເຮົາຈະມັກບໍ່?.

4 ຈັດຕາຕະລາງການອ່ານປຶ້ມ: ເມື່ອມີເປົ້າໝາຍການສອບເສັງແລ້ວກໍມາເຖິງຂັ້ນຕອນສຳຄັນທີ່ສຸດຂອງນ້ອງໆ ມ.ປາຍ ນັ້ນກໍຄືການສອບເສັງເຂົ້າມະຫາວິທະຍາໄລທີ່ເຮົາຕ້ອງການ ເພາະເຮົາຈະຕ້ອງແຂ່ງຂັນກັບເພື່ອນນັກຮຽນຄົນອື່ນທັງປະເທດ ເຊິ່ງບໍ່ແມ່ນເລື່ອງ່າຍແນ່ນອນ. ດັ່ງນັ້ນ, ນ້ອງໆທຸກຄົນ ໂດຍສະເພາະແມ່ນນັກຮຽນ ມ 6, ມ 7 ຈະມົວແຕ່ທ່ຽວຫຼິ້ນ ຫຼື ປ່ອຍເວລາໃຫ້ເສຍໄປເລື້ອຍໆບໍ່ໄດ້ແລ້ວ ນ້ອງໆຈະຕ້ອງເລີ່ມຈັດຕາຕະລາງການອ່ານປຶ້ມໃຫ້ພ້ອມຕັ້ງແຕ່ຫົວທີ ອາດຈະເລີ່ມແຕ່ຕອນຮຽນ ມ 6 ແລະ ຄວນວາງແຜນໃຫ້ອ່ານເນື້ອໃນແຕ່ລະວິຊາທີ່ຕ້ອງສອບເສັງໃຫ້ແລ້ວທັງໝົດກ່ອນມື້ສອບເສັງ ປະມານ 1 – 2 ມື້ ເພື່ອຄວາມໝັ້ນໃຈບໍ່ແມ່ນຈະມາອ່ານສະເພາະໃນຄືນຈະສອບເສັງ.

5 ຕັ້ງໃຈໃຫ້ແນ່ນອນທໍ້ໄດ້ແຕ່ຫ້າມຖອຍ: ຂໍ້ສຸດທ້າຍນີ້ສຳຄັນຫຼາຍເຊັ່ນກັນ ເພາະໃນການກຽມເສັງເຂົ້າມະຫາວິທະຍາໄລຢ່າງທີ່ເຮົາຮູ້ວ່າຈະເປັນໄລຍະທີ່ອ່ານປຶ້ມ ແລະ ຮຽນໜັກທີ່ສຸດ ແລ້ວຍັງຕ້ອງພົບຄວາມກົດດັນຈາກສັງຄົມອ້ອມຂ້າງອີກ ເຮັດໃຫ້ຫຼາຍຄັ້ງລະ ຫວ່າງທີ່ອ່ານປຶ້ມນ້ອງໆອາດຈະເມື່ອຍ ແລະ ທໍ້. ດັ່ງນັ້ນ, ຖ້ານ້ອງໆຮູ້ສຶກອິດເມື່ອຍກໍຕ້ອງຫາທາງຜ່ອນຄາຍຕົວເອງ ຢຸດອ່ານປຶ້ມໄລຍະໜຶ່ງແລ້ວໄປເຮັດກິດຈະກຳອື່ນໆທີ່ມັກ ຫຼື ຢາກເຮັດເພື່ອປ່ຽນບັນຍາກາດ. ຈາກນັ້ນ, ເມື່ອຮູ້ສຶກດີ ແລະ ມີກຳລັງໃຈຂຶ້ນກໍໃຫ້ກັບມາອ່ານປຶ້ມຕໍ່ຢ່າຟ້າວທໍ້ໃຈຈົນເລີກອ່ານປຶ້ມໄປເລີຍ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈກ: admissionpremium