ວິທີຕັ້ງຄ່າໄມໂຄຣໂຟນບໍ່ໃຫ້ມີສຽງລົບກວນ

100

ວິທີຕັ້ງຄ່າໄມໂຄຣໂຟນ ( Microphone ) ບໍ່ໃຫ້ມີສຽງລົບກວນຈາກສິ່ງຮອບຂ້າງ ເຊິ່ງເປັນສິ່ງສຳຄັນໃນການສົນທະນາຜ່ານ Video Call ຫຼື ປະຊຸມ Video Conference ຄຸນນະພາບການບັນທຶກສຽງເປັນສິ່ງສຳຄັນອັນດັບທຳອິດ.

ສຳລັບບົດຄວາມນີ້ຈະນຳສະເໜີວິທີຮັບການບັນທຶກສຽງຜ່ານ Microphone ຕັ້ງຄ່າແນວໃດໃຫ້ບັນທຶກສຽງຄົມຊັດຂຶ້ນ, ບໍ່ໃຫ້ມີສຽງລົບກວນຮອບຂ້າງ ກໍລະນີສື່ສານຜ່ານທາງຄອມພິວເຕີພີຊີ ລະບົບປະຕິບັດການ Windows 10.

ວິທີຕັ້ງຄ່າ Microphone ບໍ່ໃຫ້ມີສຽງລົບກວນ ເຄັດລັບທີ່ເຮັດໃຫ້ບັນທຶກສຽງຊັດເຈນຂຶ້ນ ຄື: ເຊື່ອມຕໍ່ຫູຟັງ ຫຼື ຊຸດຫູຟັງເຂົ້າຄອມພິວເຕີ, ຖ້າຫາກໄມໂຄຣໂຟນໃນຕົວຄອມພິວເຕີຮັບສຽງລົບກວນຈາກລຳໂພງ ໃຫ້ໃສ່ຫູຟັງເຂົ້າກັບຄອມພິວເຕີເພື່ອກຳຈັດສຽງສະທ້ອນ, ໃຊ້ໄມໂຄຣໂຟນ ຫຼື ຊຸດຫູຟັງ; ແລັບທັອບຈຳນວນຫຼາຍມີໄມໂຄຣໂຟນໃນຕົວ ຂະນະທີ່ເຮົາກຳລັງເຮັດວຽກ ຫຼື ສົນທະນາ ຫຼື ເຮັດວຽກທ່າມກາງສະພາບສຽງລົບກວນ ຜູ້ຮັບສຽງກໍຈະໄດ້ຍິນສຽງລົບກວນນັ້ນທັງໝົດ ແນະນຳໃຫ້ລອງສຽບໄມໂຄຣໂຟນ ຫຼື ຊຸດຫູຟັງສະເພາະເຂົ້າກັບຄອມພິວເຕີ ຈະໄດ້ຄຸນນະພາບສຽງທີ່ຊັດເຈນກວ່າ; ເຮັດວຽກຢູ່ໃນພື້ນທີ່ທີ່ສະຫງົບຈະຊ່ວຍໃຫ້ການສົນທະນາຜ່ານໄມໂຄຣໂຟນຊັດເຈນຂຶ້ນ ຫຼັງຈາກສົນທະນາສຳເລັດຢ່າລືມປິດໄມທີ່ຕົວແອັບ ຈະຊ່ວຍໃຫ້ສຽງບໍ່ລົບກວນຄົນອື່ນໃນກຸ່ມ ( Group Video Conference ).

ວິທີຕັ້ງຄ່າໄມໂຄຣໂຟນໃນ Windows 10 ທີ່ຈະຊ່ວຍບໍ່ໃຫ້ມີສຽງລົບກວນຈາກສິ່ງຮອບຂ້າງ ເລີ່ມຈາກກົດ Windows+Q, ພິມ control panel ແລ້ວເຂົ້າທີ່ control panel. ຈາກນັ້ນ, ເລືອກທີ່ SOUND, ເລືອກທີ່ແທັບ Recording ແລ້ວຄລິກຂວາທີ່ຊື່ Microphone ທີ່ໃຊ້ໃນປັດຈຸບັນ, ແລ້ວເລືອກທີ່ Properties; ກໍລະນີຢູ່ທ່າມກາງສຽງລົບກວນຈາກດ້ານຫຼັງໃຫ້ລອງຫຼຸດຕົວເລືອກ Microphone Boost ອາດເປັນລະດັບ +10.0dB ແທນບ່ອນເກົ່າທີ່ເປັນ +20.dB, ປັບລະດັບໄມໂຄຣໂຟນໄປໃຫ້ໃກ້ຄຽງໝາຍເລກ 100 ຫຼື ປັບໃຫ້ສຸດກໍໄດ້ ເພື່ອໃຫ້ຜູ້ຟັງສາມາດໄດ້ຍິນສຽງເຮົາຢ່າງຊັດເຈນທີ່ສຸດ, ເມື່ອສຳເລັດແລ້ວຄລິກ Apply ເພື່ອບັນທຶກການຕັ້ງຄ່າ ແລະ ເຫັນຜົນຮັບທັນທີ.

ທັງນີ້, ຕ້ອງໄດ້ທົດສອບໄມໂຄຣໂຟນວ່າສຽງທີ່ຊັດເຈນຂຶ້ນດັງໄປຈົນສຽງແຕກ ຫຼື ບໍ່ ແລ້ວປັບລະດັບສຽງໃຫ້ດັງໃນລະດັບເໝາະສົມຕໍ່ໄປ. ນອກຈາກນີ້, Notebook ບາງເຄື່ອງມາພ້ອມແທັບ Enhancements ຫຼື ການປັບປຸງ ( ບາງເຄື່ອງອາດບໍ່ມີ ຂຶ້ນຢູ່ກັບຮາດແວຣ ແລະ Drivers ຂອງຄອມພິວເຕີ ), ຖ້າຫາກມີຕົວເລືອກ “ Noise Suppression ” ຫຼື “ Noise Cancellation ” ເຊິ່ງກໍຄືການຫຼຸດສຽງລົບກວນກໍຄລິກຖືກເພື່ອເປີດໃຊ້ງານຫຼຸດສຽງລົບກວນໄດ້.

ນອກຈາກນີ້, ອາດມີຕົວເລືອກ “ Acoustic Echo Cancellation ” ເຊິ່ງຈະຊ່ວຍຫຼຸດສຽງສະທ້ອນທີ່ເກີດຈາກລຳໂພງ ຖ້າບໍ່ໄດ້ໃສ່ຊຸດຫູຟັງກໍເປີດໄດ້ເຊັ່ນກັນ. ຈາກນັ້ນ, ຄລິກ OK ຫຼື Apply ເພື່ອບັນທຶກການປ່ຽນແປງ.

ພຽງເທົ່ານີ້ກໍຈະສື່ສານກັບຄົນອື່ນໆໃນຂະນະໂທອອນລາຍ ຫຼື ວິດີໂອຄອລອອນລາຍໄດ້ຊັດເຈນຂຶ້ນແລ້ວ. ນອກຈາກນີ້, ຍັງມີຊ໊ອຟແວຣ໌ ທີ່ຊ່ວຍຕັດສຽງລົບກວນຂະນະ Video Call ໂດຍອັດຕະໂນມັດ ເຊັ່ນ: Google Meet, ສ່ວນ Zoom ກໍມີແຕ່ກໍຕ້ອງຜ່ານການຕັ້ງຄ່າໃນແອັບ zoom.

ໂດຍ: ສົມລົດ

ທີ່ມາ: www.it24hrs.com/2020/settings-reduce-microphone-background-noise-pc/