ໄຊຍະບູລີ ມີບ້ານວັດທະນະທໍາ 381 ບ້ານ

170

ມາຮອດປັດຈຸບັນທົ່ວແຂວງໄຊຍະບູລີ ມີບ້ານວັດທະນະທໍາແລ້ວທັງໝົດ 381 ບ້ານ ຈາກທັງໝົດ 432 ບ້ານ.

ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ວຽກງານສ້າງຄົນ, ຄອບຄົວ, ບ້ານວັດທະນະທໍາ, ກຸ່ມບ້ານ, ກົມກອງວັດທະນະທໍາ ແລະ ບ້ານວັດທະນະທໍາແບບຢ່າງ ແມ່ນໄດ້ດໍາເນີນເຄື່ອນໄຫວຊຸກຍູ້ແຕ່ຂັ້ນແຂວງ ລົງຮອດເມືອງ. ພ້ອມນີ້, ຍັງໄດ້ກວດກາຄືນບ້ານວັດທະນະທໍາທີ່ໄດ້ເປີດ – ຮັບໄປແລ້ວໃຫ້ມີການປົກປັກຮັກສານາມມະຍົດ ເພື່ອໃຫ້ກາຍເປັນບ້ານວັດທະນະທໍາແບບຢ່າງທີ່ຍືນຍົງຕິດພັນກັບການທ່ອງທ່ຽວ ເຊິ່ງມາຮອດປັດຈຸບັນທົ່ວແຂວງໄຊຍະບູລີ ມີຄອບຄົວທັງໝົດ 78.413 ຄອບຄົວ ແລະ ສາມາດສ້າງຄອບຄົວວັດທະນະທໍາໄປແລ້ວ ມີ 66.992 ຄອບຄົວ, ທຽບໃສ່ແຜນປີຈັດຕັ້ງປະຕິບັດໄດ້ 2.452 ຄອບຄົວ ແມ່ນລື່ນຄາດໝາຍ 952 ຄອບຄົວ.

ທົ່ວແຂວງ ມີ 432 ບ້ານ ແລະ ສາມາດສ້າງເປັນບ້ານວັດທະນະທໍາໄດ້ທັງໝົດ 381 ບ້ານ, ການປະຕິບັດແຜນການປີຈັດຕັ້ງປະຕິບັດໄດ້ 14 ບ້ານ ເທົ່າກັບ 100% ແລະ ສ້າງກົມກອງວັດທະນະທໍາໄດ້ແລ້ວ 76 ກົມກອງ ແລະ ຄາດວ່າທ້າຍປີ 2020 ຈະສູ້ຊົນໃຫ້ໄດ້ຮັບຮອງບ້ານວັດທະນະທໍາ ຈໍານວນ 2 ບ້ານ ແລະ 14 ກົມກອງ.

ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກ ຖວທ ຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນປີ 2020 ພະແນກ ຖວທ ແຂວງ ຈະໄດ້ສືບຕໍ່ແກ້ໄຂຂໍ້ຄົງຄ້າງທີ່ກ່າວມານັ້ນ ພ້ອມສືບຕໍ່ສ້າງຂະບວນການຄອບຄົວວັດທະນະທໍາ ໃຫ້ໄດ້ 1.500 ຄອບຄົວ, ບ້ານວັດທະນະທໍາໃຫ້ໄດ້ 11 ບ້ານ, ບ້ານວັດທະນະທໍາແບບຢ່າງຍືນຍົງຕິດພັນກັບການທ່ອງທ່ຽວໃຫ້ໄດ້ 1 ບ້ານ ແລະ ກົມກອງວັດທະນະທໍາໃຫ້ໄດ້ 30 ກົມກອງ.

ຂ່າວ: ບຸນທີ