ເມືອງໄຊ ສະຫຼຸບການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19

281

ວັນທີ 11 ພຶດສະພາ 2020 ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ໄລຍະທີ 1 ແລະ 2 ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງອຸດົມໄຊ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດເຊື້ອພະຍາດໂຄວິດ – 19 ຂັ້ນແຂວງ, ມີ ທ່ານ ວາລີ ຈື່ນໍເຢັງ ເຈົ້າເມືອງໄຊ, ການນໍາເມືອງ, ຄະນະສະເພາະກິດຂັ້ນແຂວງ, ເມືອງ, ຫົວໜ້າຫ້ອງການ ແລະ ອົງການປົກຄອງບ້ານພາຍໃນເທສະບານເມືອງໄຊ.

ທ່ານ ພົມມະສຸກ ມອນຈັນດີ ຮອງເຈົ້າເມືອງ ທັງເປັນຫົວໜ້າຄະນະສະເພາະກິດ ເມືອງໄຊ ລາຍງານຕໍ່ກອງປະຊຸມວ່າ: ເມືອງໄຊ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ຫຼື ຄະນະສະເພາະກິດປ້ອງກັນ, ຄວບຄຸມ, ແກ້ໄຂ ແລະ ກຽມຄວາມພ້ອມຮອບດ້ານຕ້ານການລະບາດຂອງພະຍາດໂຄວິດ – 19 ໂດຍແບ່ງອອກເປັນ 8 ຄະນະ ແລະ ໄດ້ເຄື່ອນໄຫວຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນເອງຢ່າງຕັ້ງໜ້າ ເປັນຕົ້ນແມ່ນລົງໂຄສະນາເຜີຍແຜ່ຂໍ້ມູນ – ຂ່າວສານໃຫ້ແກ່ປະຊາຊົນຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍຂອງພະຍາດດັ່ງກ່າວ ແລະ ພ້ອມກັນຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ກຳນົດຈຸດກັກບໍລິເວນ ທັງໝົດ 12 ຈຸດ ເຊິ່ງມີແຮງງານລາວທີ່ເດີນທາງມາຈາກຕ່າງປະເທດ ທັງໝົດ 255 ຄົນ.

ຄະນະສະເພາະກິດຂອງເມືອງໄດ້ແຕ່ງຕັ້ງທີມງານລົງຕິດຕາມ, ກວດກາອາການເປັນປົກກະຕິຈົນຄົບ 14 ວັນ ຕາມທີ່ໄດ້ກຳນົດ ເຫັນວ່າບໍ່ພົບຜູ້ຕິດເຊື້ອ ຈຶ່ງໄດ້ອອກໃບຢັ້ງຢືນໃຫ້ແກ່ກຸ່ມຄົນດັ່ງກ່າວອອກໄປພັກຜ່ອນກັກຕົວຢູ່ເຮືອນຂອງຕົນຕື່ມ.

ສ່ວນໄລຍະທີ 2 ນັບຕັ້ງແຕ່ວັນທີ 20 ເມສາ ຫາ 3 ພຶດສະພາ ຄະນະສະເພາະກິດຍັງສືບຕໍ່ປະຕິບັດຕາມແຈ້ງການ ແລະ ນິຕິກໍາຕ່າງໆຢ່າງເຂັ້ມງວດ ພ້ອມທັງໄດ້ລົງເຄື່ອນໄຫວກວດກາອາການຂອງຜູ້ກັກບໍລິເວນ ຢູ່ 5 ສູນ ເຊິ່ງມີຜູ້ກັກບໍລິເວນຈຳນວນ 26 ຄົນ ລວມທັງແຮງງານລາວທີ່ເດີນທາງມາຈາກປະເທດໄທ 7 ຄົນ ຈົນຮອດວັນທີ 5 ພຶດສະພາ 2020 ນີ້ ຄະນະສະເພາະກິດເມືອງໄຊ ຈຶ່ງໄດ້ອອກໃບຢັ້ງຢືນໃຫ້ແກ່ກຸ່ມຄົນຈໍານວນດັ່ງກ່າວສຳເລັດ.

ຂ່າວ: ຄານມະນີ ຮຽນດໍຈັນ