ບົ່ງຕົວແຕ່ງຕັ້ງ ສະຫາຍ ກິ ສາຍອຸດົມ ເປັນເລຂາໜ່ວຍພັກຫ້ອງວ່າການເມືອງທ່າແຕງ ຄົນໃໝ່

140

ເມືອງທ່າແຕງ ແຂວງເຊກອງ ໄດ້ມີການຍົກຍ້າຍໜ້າທີ່ພະນັກງານການນຳໃນລະດັບຂັ້ນເມືອງຂຶ້ນ ໃນວັນທີ 11 ພຶດສະພາ 2020 ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມເພັດ ເອິດລັດດາ ເລຂາພັກເມືອງທ່າແຕງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ພ້ອມດ້ວຍສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ສະຫາຍ ເພັດຕຸລາ ສຸດທິຈັກ ຮອງຫົວໜ້າຄະນະຈັດຕັ້ງເມືອງທ່າແຕງ ກ່າວວ່າ: ໂດຍສືບຕໍ່ປະຕິບັດກົດລະບຽບຂອງພັກ ສະໄໝທີ   X, ໝວດທີ II, ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ການສິ້ນສຸດເປັນຄະນະພັກ. ດັ່ງນັ້ນ, ຄະນະປະຈໍາພັກເມືອງທ່າແຕງ ຈຶ່ງໄດ້ບົ່ງຕົວຕົກລົງແຕ່ງຕັ້ງເລຂາໜ່ວຍພັກຫ້ອງວ່າການເມືອງທ່າແຕງ, ສະບັບເລກທີ 63/ຄຈພມ ລົງວັນທີ 11 ພຶດສະພາ 2020 ໂດຍແຕ່ງຕັ້ງ ສະຫາຍ ກິ ສາຍອຸດົມ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ເປັນເລຂາໜ່ວຍພັກຫ້ອງວ່າການເມືອງທ່າແຕງ ຄົນໃໝ່ ເນື່ອງຈາກວ່າເລຂາໜ່ວຍພັກຜູ້ເກົ່າຍົກຍ້າຍໜ້າທີ່ຕໍາແໜ່ງໄປຢູ່ບ່ອນໃໝ່.

ພິທີຄັ້ງນີ້ຍັງໄດ້ທາບທາມ ພ້ອມທັງປ່ອນບັດເລືອກຕັ້ງເອົາບຸກຄະລາກອນເປັນຮອງເລຂາໜ່ວຍພັກ, ຮັບຟັງບົດບັນຍັດຂອງທ່ານເຈົ້າເມືອງທ່າແຕງ ພ້ອມພາລະບົດບາດຂອງຫ້ອງວ່າການເມືອງທ່າແຕງຊຸດໃໝ່ຢ່າງຈະແຈ້ງ.

ໂອກາດນີ້, ສະຫາຍ ສົມເພັດ ເອິດລັດດາ ເລຂາພັກເມືອງທ່າແຕງ ໄດ້ກ່າວເນັ້ນຫຼາຍດ້ານທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ຍັງມີບາງດ້ານທີ່ເລຂາໜ່ວຍພັກຄົນໃໝ່ ຕ້ອງສືບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ພາລະກິດຂອງພັກ – ລັດໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນເພີ່ມທະວີສຶກສາອົບຮົມການເມືອງໃຫ້ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ອຸ່ນອຽນທຸ່ນທ່ຽງ, ຈຳແນກມິດສັດຕູຢ່າງຈະແຈ້ງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ເພີ່ມທະວີຮັກສາມູນເຊື້ອ, ເປັນແບບຢ່າງການປະຕິບັດລະບຽບຂອງພັກ – ກົດໝາຍຂອງລັດ, ມີແບບແຜນດຳລົງຊີວິດທີ່ດີ, ປັບປຸງແບບແຜນວິທີເຮັດວຽກ, ຊອກໃຫ້ເຫັນທ່າແຮງບົ່ມຊ້ອນຂອງແຕ່ລະສະຫາຍ ແລ້ວມອບວຽກງານໃຫ້ຕາມຄວາມສາມາດຕົວຈິງ, ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ປະຕິບັດແນວທາງນະໂຍບາຍຂອງພັກໃຫ້ຖືກຕ້ອງ ແລະ ທັນເວລາ, ຮ່ວມດຳເນີນຊີວິດເປັນປົກກະຕິ ເພື່ອຕໍາໜິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງຕີລາຄາປະເມີນຜົນການເຄື່ອນໄຫວນໍາພາແຕ່ລະໄລຍະໃຫ້ເປັນປົກກະຕິ.

ໂດຍ: ພອນ ບຸນອຸທິດ