ອາກາດຍັງສືບຕໍ່ຮ້ອນເອົ້າ ພ້ອມເຕືອນລະວັງພາຍຸລະດູຮ້ອນ

71

ອຸຕຸຄາດ ອາທິດນີ້ທົ່ວທຸກພາກອາກາດຍັງຮ້ອນເອົ້າ ອຸນຫະພູມສູງສຸດ 40 ອົງສາ, ພ້ອມເຕືອນພາຍຸລະດູຮ້ອນທີ່ຈະເກີດຂຶ້ນໃນໄລຍະຕອນບ່າຍຫາຄ່ຳ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0514/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 11 ພຶດສະພາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ພຶດສະພາ 2020 ວ່າ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ 2020 ຄວາມກົດດັນສູງຂອງອາກາດເຢັນມີກໍາລັງປານກາງຈະແຜ່ລົງມາປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຫຼາຍຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີລົມພາຍຸລະດູຮ້ອນ, ຟ້າຜ່າ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອຫາພາກກາງ ແລະ ພາກໃຕ້. ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ   ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຈະຮ້ອນຂຶ້ນ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ ອຸນຫະພູມຕ່ຳສຸດ 18 – 20 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຍັງສືບຕໍ່ຮ້ອນເອົ້າຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 22 – 24 ອົງສາ ແລະ ສູງສຸດ 38 – 40 ອົງສາ.

ພາກກາງ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນຫາຮ້ອນເອົ້າຫຼາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງຫາຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດສືບຕໍ່ຮ້ອນຫາຮ້ອນເອົ້າຫຼາຍ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ ອຸນຫະພູມຕ່ຳສຸດ  23 – 25 ອົງສາ ແລະ ສູງສຸດ   30 – 40 ອົງສາ.

ສະເພາະແຂວງໄຊສົມບູນ, ເຂດຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໃນໄລຍະວັນທີ 11 ຫາ 13 ພຶດສະພາ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 14 ຫາ 17 ພຶດສະພາ ອາກາດຈະຮ້ອນຂຶ້ນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 27 – 29 ອົງສາ.

ພາກໃຕ້: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນເອົ້າຫາຮ້ອນເອົ້າຫຼາຍ ແລະ ຈະມີຝົນຕົກ, ຟ້ອງຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຍັງສືບຕໍ່ຮ້ອນເອົ້າຢູ່ຕື່ມອີກ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 24 – 25 ອົງສາ ແລະ ສູງສຸດ 38 – 40 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຍັງຈະເຢັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ   27 – 29 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນຫາຮ້ອນເອົ້າຫຼາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາຕອນກາງຄືນ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຍັງຈະຮ້ອນຂຶ້ນຕື່ມ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 38 – 40 ອົງສາ.

ນອກນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດຍັງມີຄໍາເຕືອນໃນໄລຍະວັນທີ 11 ຫາ 14 ພຶດສະພາ 2020 ເນື່ອງຈາກຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ພາກເໜືອດ້ານຕາເວັນອອກຂອງປະເທດລາວ ແລະ ຄວາມກົດດັນຕໍ່າຂອງອາກາດຮ້ອນປົກຄຸມພາກກາງຫາພາກໃຕ້ ເຊິ່ງຈະເຮັດໃຫ້ມີແລວປະທະອາກາດຮ້ອນ ແລະ ອາກາດເຢັນທີ່ຈະພາໃຫ້ເກີດມີພາຍຸລະດູຮ້ອນໃນລັກສະນະຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ, ເຮືອນ – ຕຶກອາຄານເປ່ເພ, ໃນໄລຍະທ້າຍຕອນບ່າຍຫາຄ່ຳ.

ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ 2020 ຄວາມກົດດັນຕໍ່າຂອງອາກາດຈະມີກຳລັງແຮງເພີ່ມຂຶ້ນ ທີ່ຈະເຮັດໃຫ້ອາກາດຮ້ອນຂຶ້ນໃນແຕ່ລະພາກ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ພ້ອມມີລົມພັດແຮງ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນໃຫ້ຫຼີກລຽງຢູ່ບ່ອນເປີດແປນ ເຊິ່ງຈະເປັນອັນຕະລາຍ ແລະ ໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວທີ່ອາດຈະເກີດຂຶ້ນໄດ້.

ຂ່າວ: ສັນຕິ