ທາງລົດໄຟ ລາວ – ຈີນ ຈະສຳເລັດຕາມເປົ້າໝາຍ

297

ການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໄດ້ເລີ່ມກໍ່ສ້າງມາແຕ່ທ້າຍປີ 2016 ມາຮອດປັດຈຸບັນມີຄວາມຄືບໜ້າຫຼາຍດ້ານ ເຖິງວ່າຕົກມາປີ 2020 ຈະພົບກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ແຕ່ໄດ້ເພີ່ມທະວີການປະຕິບັດວຽກຫຼາຍຂຶ້ນ ເພື່ອຄ້ຳປະກັນໃຫ້ສຳເລັດໄດ້ຕາມແຜນ.

ທ່ານ ຫູປິ່ນ ຜູ້ອຳນວຍການໃຫຍ່ປະຈຳໂຄງການປູລາງລົດໄຟ ລາວ – ຈີນ ຂອງກຸ່ມບໍລິສັດ ທາງລົດໄຟເລກ 2 ວິສະວະກຳຂອງຈີນ ກ່າວໃນອາທິດຜ່ານມາວ່າ: ປັດຈຸບັນເພື່ອຮັບປະກັນວຽກງານການກໍ່ສ້າງໂດຍລວມຂອງທາງລົດໄຟ ລາວ – ຈີນ ໝົດເສັ້ນໃຫ້ເຄື່ອນໄຫວໄດ້ເປັນປົກກະຕິ, ພວກເຮົາໄດ້ສຸມທຸກຄວາມພະຍາຍາມຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດເພື່ອຮັບປະກັນໃຫ້ວຽກງານມີຄວາມຄືບໜ້າ, ມີຄຸນນະພາບສູງ, ປອດໄພ ແລະ ທັນເວລາ.

ທ່ານກ່າວຕື່ມວ່າ: ພາຍໃຕ້ສະພາບການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ຂ້ຽວຂາດຢູ່ໃນໂລກ ພະແນກບໍລິຫານໂຄງການໄດ້ປະຕິບັດລະບຽບການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ຢ່າງເຄັ່ງຄັດ, ເພື່ອເຮັດໃຫ້ການກໍ່ສ້າງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ບັນລຸຕາມເປົ້າໝາຍບໍລິສັດກໍໄດ້ເອົາໃຈໃສ່ “ ກັກບໍລິເວນທີ່ເຂັ້ມງວດ, ຫຼີກລຽງການຕິດແປດເຊື້ອພະຍາດ, ທັງຮັບປະກັນ ຄວາມຄືບໜ້າຂອງໂຄງການ ”. ການປູລາງລົດໄຟຕາມທາງລົດໄຟ ລາວ – ຈີນ ໄດ້ຍົກລະດັບຄວາມໄວຈາກ 2 ກິໂລແມັດຕໍ່ 3 ວັນ ຂຶ້ນເປັນ 1 ກິໂລແມັດຕໍ່ 1 ວັນ.

ວັນທີ 7 ພຶດສະພາຜ່ານມາ ທ່ານ ເສິນຈ້ຽນ ໄດ້ຂັບລົດໄຟສະເພາະຂົນສົ່ງອຸປະກອນທີ່ມີ 21 ຕູ້, ແຕ່ລະຕູ້ລ້ວນແຕ່ໄດ້ບັນທຸກເຫຼັກທ່ອນປູລາງລົດໄຟທີ່ໜັກປະມານ 70 ໂຕນ. ອາດເວົ້າໄດ້ວ່າໃນຂະນະນີ້ການກໍ່ສ້າງທາງລົດໄຟ ລາວ – ຈີນ ທາງລົດໄຟດັ່ງກ່າວກໍເລີ່ມໄດ້ເສີມຂະຫຍາຍບົດບາດຄວາມວ່ອງໄວຂອງຕົນແລ້ວ.

ເຈົ້າໜ້າທີ່ ບໍລິສັດທາງລົດໄຟ ລາວ – ຈີນຈຳກັດ ກ່າວວ່າ: ພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ໜ່ວຍງານຕ່າງໆທີ່ເຂົ້າຮ່ວມການກໍ່ສ້າງໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ, ສັບຊ້ອນແຜນການກໍ່ສ້າງໃຫ້ດີຂຶ້ນ, ຈັດສັນຊັບພະຍາກອນກໍ່ສ້າງຕາມຫຼັກວິທະຍາສາດ ແລະ ຊຸກຍູ້ການກໍ່ສ້າງຢ່າງຫ້າວຫັນ. ປັດຈຸບັນການສ້າງຂົວ, ອຸມົງ ແລະ ພື້ນທາງເປັນຕົ້ນ ລ້ວນແຕ່ໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ; ການປູລາງ, ການຕິດຕັ້ງສາຍໄຟຟ້າ ແລະ ການສ້າງສະຖານີຕ່າງໆໄດ້ເລີ່ມປະຕິບັດງານຢ່າງຮອບດ້ານ. ໃນນັ້ນ, ການປູລາງລົດໄຟໄດ້ກ້າວເຂົ້າສູ່ໄລຍະທີ່ສຳຄັນແລ້ວ.

ທາງລົດໄຟສາຍນີ້ໄດ້ໃຊ້ມາດຕະຖານຄຸ້ມຄອງ ແລະ ມາດຕະຖານເຕັກນິກຂອງຈີນທັງໝົດ, ຄວາມໄວໃນການອອກແບບມີເຖິງ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟທີ່ໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍສານຮ່ວມກັນ.

ໂດຍ: ສົມລົດ, ທີ່ມາ: crifm93