ຄວນຮູ້!! ວິທີເກັບອາຫານໃນຕູ້ເຢັນແນວໃດ? ໃຫ້ຖືກບ່ອນ ເພື່ອຄົງຄວາມສົດດົນ

92
Healthy food concept


ເຮົາມາຮູ້ຈັກວິທີການເກັບອາຫານໃນຕູ້ເຢັນໃຫ້ຄົງຄວາມສົດໃໝ່ໄດ້ດົນ ແລະຍັງຄົງປະໂຫຍດຄົບຖ້ວນທີ່ສຸດ “ຕູ້ເຢັນ” ຖືວ່າເປັນເຄື່ອງໃຊ້ໄຟຟ້າ ທີ່ເອີ້ນໄດ້ວ່າເປັນເຄື່ອງໃຊ້ສາມັນປະຈຳບ້ານກັນເລີຍທີດຽວ ເພາະຕູ້ເຢັນເປັນສິ່ງໜຶ່ງທີ່ສາມາດເກັບຮັກສາອາຫານໃຫ້ຄົງຄວາມສົດໃໝ່ໄດ້ເປັນເວລາດົນກວ່າການເກັບໄວ້ຂ້າງນອກ ສະນັ້ນ, ມື້ນີ້ແອັດມິນມີວິທີເກັບຮັກສາອາຫານໃນຕູ້ເຢັນ ຈຳພວກ ຊີ້ນສັດ ຜັກ ໝາກໄມ້ ແລະອາຫານຕ່າງໆ ທີ່ຖືກວິທີ ແລະຊ່ວຍໃຫ້ອາຫານຄົງຄວາມສົດໄດ້ດົນກວ່າເກົ່າ.

ຊີ້ນສັດກ່ອນທີ່ຈະນຳເອົາເຂົ້າຕູ້ເຢັນ ຄວນເອົາໄປລ້າງໃຫ້ສະອາດ ແລະສະເດັດນ້ຳເສຍກ່ອນ ຫຼັງຈາກນັ້ນ ຈຶ່ງນຳເອົາໄປໃສ່ກ່ອງພາສຕິກທີ່ມີຝາປິດແໜ້ນ ຫຼື ຫາກໃຊ້ເປັນຖົງຊິບລ໊ອກກໍ່ໃຫ້ໄລ່ອາກາດອອກໃຫ້ຫຼາຍທີ່ສຸດຍິ່ງເປັນການດີ ເພາະຈະຊ່ວຍໃຫ້ຊີ້ນສັດທີ່ແຊ່ນັ້ນ ສຳຜັດກັບຄວາມເຢັນໃຫ້ໄດ້ຫຼາຍທີ່ສຸດ ພຽງເທົ່ານີ້ກໍສາມາດເກັບຮັກສາຊີ້ນໄດ້ປະມານ 3-5 ມື້ ສຳລັບການແຊ່ໃນຊ່ອງທຳມະດາ ແຕ່ຖ້າຫາກຕ້ອງການເກັບໄວ້ໃນຊ່ອງແຊ່ແຂງກໍ່ສາມາດເກັບໄດ້ດົນເຖິງ 4-6 ເດືອນ ແຕ່ທາງທີ່ດີກໍຄວນແບ່ງເປັນສັດສ່ວນ ເພື່ອສະດວກໃນການນຳໄປປຸງແຕ່ງອາຫານໃນແຕ່ລະຄັ້ງ ເພາະການນຳເອົາຊີ້ນສັດມາລະລາຍ ແລ້ວກັບໄປແຊ່ໃນຊ່ອງແຂງໃໝ່ອາດຈະເຮັດໃຫ້ຊີ້ນສັດບໍ່ສົດໃໝ່ ແລະສົ່ງຜົນເສຍກໍເປັນໄດ້. ແນວໃດກໍຕາມຊີ້ນສັດຈະຢູ່ໄດ້ດົນກໍຍ່ອມຂຶ້ນກັບຕູ້ເຢັນຂອງແຕ່ລະຕູ້.

ແຕ່ສ່ວນອາຫານທະເລກໍມີວິທີການເກັບຮັກສາຄືກັນກັບຊີ້ນສັດອື່ນໆ ໂດຍການນ້ຳໄປລ້າງໃຫ້ສະອາດ ແລະສະເດັດນ້ຳໃຫ້ແຫ້ງ ເຊິ່ງໄລຍະໃນການເກັບຮັກສານັ້ນສາມາດເກັບໄດ້ 1-2 ມື້ ໃນກໍລະນີທີ່ເກັບໄວ້ໃນຊ່ອງທຳມະດາ ແຕ່ຖ້າຫາກເກັບໄວ້ໃນຊ່ອງແຊ່ແຂງກໍ່ຈະສາມາດເກັບໄດ້ດົນເຖິງ 3-6 ເດືອນ ເອີ້ນໄດ້ວ່າ ຊື້ຄັ້ງດຽວ ກິນໄປໄດ້ຫຼາຍເດືອນກັນເລີຍ ສຳລັບຜູ້ທີ່ມັກອາຫານທະເລ ແຕ່ກໍຂຶ້ນຢູ່ກັບປະສິດທິພາບຂອງຕູ້ເຢັນແຕ່ລະຄົວເຮືອນອີກດ້ວຍ.

ໄຂ່ໄກ່ ອາຫານຄູ່ບ້ານຂອງໃຜຫຼາຍໆຄົນ ເພາະສາມາດເກັບໄວ້ໃນຕູ້ເຢັນໄດ້ດົນເຖິງ 3-5 ອາທິດ ໂດຍມີວິທີງ່າຍໆ ໃນເກັບຮັກສາ ນັ້ນກໍຄື ໃຫ້ເອົາໄຂ່ໄກ່ດ້ານທີ່ແຫຼມລົງເພາະມັນຈະຊ່ວຍໃຫ້ໄຂ່ແດງຢູ່ທາງກາງຂອງໜ່ວຍໄຂ່ ນອກຈາກນີ້ຍັງຊ່ວຍຫຼຸດການລະເຫີຍຂອງນ້ຳອອກຈາກໄຂ່ອີກດ້ວຍ ຂໍ້ແນະນຳໃນການເກັບໄຂ່ໄວ້ໃນຕູ້ເຢັນໃຫ້ໄດ້ດົນກໍຄື ຄວນເກັບໄຂ່ໄວ້ທາງໃນຂອງຕູ້ເຢັນເພື່ອປ້ອງກັນຈາກອຸນຫະພູມທີ່ປ່ຽນແປງເວລາເປີດປີດຕູ້ເຢັນ ວິທີນີ້ຈະເຮັດໃຫ້ໄຂ່ຢູ່ໄດ້ດົນນັ້ນເອງ.

ສຳລັບຜັກສົດແມ່ນຄວນເກັບໄວ້ຊ່ອງລຸ່ມສຸດຂອງຕູ້ເຢັນ ທີ່ເພິ່ນກຳໜົດມາຂ້າງໃນຕູ້ເຢັນ ແຕ່ກໍບໍ່ແມ່ນວ່າຜັກທຸກຊະນິດຈະສາມາດໃສ່ເຂົ້າໄປໃນຕູ້ເຢັນແລ້ວຈະບໍ່ເນົ່າເສຍ ແຕ່ເຮົາຄວນແຍກປະເພດຂອງຜັກອອກກ່ອນ ເຊັ່ນ ເລືອກໃບຜັກທີ່ເນົ່າເສຍອອກ ຈາກນັ້ນກໍຫໍ່ດ້ວຍເຈ້ຍໜັງສືພິມ ຫຼື ໃສ່ຖົງຄ໊ອບແຄ໊ບ ໃນກໍລະນີທີ່ຜັກເປັນຫົວຄື ແຄລອດ ຫົວຜັກກາດຂາວແມ່ນໃຫ້ເດັດໃບອອກກ່ອນເພື່ອຄົງຄວາມຫວານໄວ້ ສ່ວນການເກັບເຮົາອາດຈະຊອຍເປັນຕ່ອນເພື່ອປະຢັດເນື້ອທີ່ໃນການເກັບຜັກ.

ໝາກໄມ້ຄວນຈະເກັບໄວ້ໃນຖົງຊິບລ໊ອກ ຫຼື ກ່ອງພາສຕິກທີ່ມີຮູລະບາຍອາກາດເພື່ອບໍ່ໃຫ້ໝາກໄມ້ຊື້ນ ບໍ່ຄວນເອົາຜັກ ແລະໝາກໄມ້ໃສ່ໃນຖົງດຽວກັນ ເພາະໝາກໄມ້ທີ່ສຸກຈະປ່ອຍແກັສເອທິລິນອອກມາ ເຮັດໃຫ້ຜັກທີ່ຢູ່ໃກ້ໆນັ້ນເນົ່າເສຍໄວຂຶ້ນ ຫຼື ທາງທີ່ດີຄວນແຍກອອກຈາກກັນຈະເປັນການດີ ຈະສາມາດຍືດອາຍຸຂອງຜັກບໍ່ໃຫ້ເນົ່າເສຍໄວ.

ພຽງເທົ່ານີ້ ແຟນຂ່າວກໍ່ຈະສາມາດເກັບວັດຖຸດິບໃຫ້ສົດໃໝ່ ແລະຢູ່ໄດ້ດົນອີກດ້ວຍ ແລະກໍບໍ່ຕ້ອງກັງວົນວ່າໃນຊ່ວງກັກຕົວຢູ່ບ້ານ ແຖມຍັງສາມາດເພີ່ມຄວາມເພີດເພີນໃນການກິນ ນອກຈາກນີ້ກໍຢ່າລືມລ້າງມືຂ້າເຊື້ອພະຍາດກ່ອນຈະປຸງແຕ່ງອາຫານ ແລະຄວນກິນຮ້ອນ ບ່ວງກາງ ເພື່ອຄວາມປອດໄພຂອງຕົນເອງ ແລະຄົນທີ່ທ່ານຮັກ.