ແຈ້ງຂ່າວເສົ້າສະຫລົດໃຈ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ເຖິງແກ່ມໍລະນະກໍາ

153

ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ແກ້ວບຸນພັນ ຂໍແຈ້ງຂ່າວຄວາມເສົ້າສະຫລົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດ ຊາບທົ່ວເຖິງກັນວ່າ: ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິ ການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ,ອະດີດປະທານສູນກາງແນວ ລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກໍາແລ້ວ ພາຍຫລັງທີ່ສະຫາຍໄດ້ມີການເຈັບເປັນໄລຍະໜຶ່ງ.

ການຈັດຕັ້ງພັກ-ລັດ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ, ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍຈຶ່ງໄດ້ສິ້ນລົມຫາຍໃຈໃນເວລາ 7 ໂມງ 00 ນາທີຂອງວັນທີ 12 ພຶດສະພາ 2020 ລວມອາຍຸກະສຽນ92 ປີ.

ເພື່ອຈາລຶກຄຸນງາມຄວາມດີຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະ ເທດຊາດ ແລະ ການປະຕິວັດ; ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ ຊຶ່ງເປັນຜູ້ໜຶ່ງທີ່ອົງ ອາດກ້າແກ່ນ ໃນບັນດາການນໍາຮຸ່ນທໍາອິດກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 5 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16 ພຶດສະພາ.


ປັດຈຸບັນສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16/05/2020 ເວລາ 13 ໂມງ 30 ນາທີ ຢູ່ເດີ່ນພະທາດຫລວງ.

ດັ່ງນັ້ນ,ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.