ຜູ້ນຳຣັດເຊຍ ປະກາດຜ່ອນຄາຍມາດຕະການປິດເມືອງສ່ວນກາງ ເຖິງວ່າສະພາບການຍັງວິດກິດ

75

ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນປະເທດເພິ່ມຂຶ້ນຫຼາຍກວ່າ 10 ພັນຄົນ ແລະ ເສຍຊີວິດ ໃນຮອບ 1 ວັນຫຼ້າສຸດ ຫຼາຍກວ່າ 100 ຄົນ ປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ມີຄຳສັ່ງຜ່ອນຄາຍຄວາມເຂັ້ມງວດມາດຕະການປິດເມືອງທີ່ກຳນົດໂດຍລັດຖະບານກາງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອສໂກ ປະເທດຣັດເຊຍ ເມື່ອວັນອັງຄານ ທີ 12 ພຶດສະພາ ວ່າ ສູນຕອບສະໜອງໄວຣັສໂຄວິດ-19 ຂອງຣັດເຊຍ ລາຍງານ ເມື່ອວັນອັງຄານ ກ່ຽວກັບສະຖານະການຂອງໂຄວິດ-19 ພາຍໃນປະເທດ ວ່າ ຢືນຢັນພົບຜູ້ປ່ວຍໃໝ່ອີກ 10.889 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມ 232.243 ຄົນ.

ສະຖິຕິຜູ້ປ່ວຍທີ່ເພິ່ມຂຶ້ນເຮັດໃຫ້ ຣັດເຊຍ ຂຶ້ນໄປຢູ່ອັນດັບ 3 ຂອງປະເທດ ທີ່ມີຜູ້ປ່ວຍສະສົມຈາກໂຄວິດ-19 ຫຼາຍທີ່ສຸດ ຮອງຈາກສະຫະລັດ ອາເມຣິກາ ເຊິ່ງມີຜູ້ປ່ວຍສະສົມຫຼາຍກວ່າ 1,3 ລ້ານຄົນ ແລະ ປະເທດສະເປນ ມີຜູ້ປ່ວຍສະສົມ ປະມານ 2,68 ແສນຄົນ. ທັງນີ້, ຣັດເຊຍ ລາຍງານຜູ້ປ່ວຍໃໝ່ເພິ່ມຂຶ້ນປະຈຳວັນ ກວ່າ 10 ພັນຄົນ ຕັ້ງແຕ່ວັນທີ 3 ພຶດສະພາ ຜ່ານມາ.

ສ່ວນຜູ້ເສຍຊີວິດປະຈຳວັນ ມີການຢືນຢັນເພິ່ມອີກ 107 ຄົນ ເພິ່ມສະຖິຕິຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 2.116 ຄົນ ແລະ ປິ່ນປົວເຊົາແລ້ວ 43.512 ຄົນ ໂດຍເຈົ້າໜ້າທີ່ສາທາລະນະສຸກຣັດເຊຍໄດ້ກວດຄັດກອງປະຊາຊົນແລ້ວ ປະມານ 5,8 ລ້ານຕົວຢ່າງ.

ເຖິງວ່າ ຜູ້ເສຍຊີວິດ ແລະ ຜູ້ປ່ວຍຈາກໂຄວິດ-19 ໃນປະເທດຣັດເຊຍ ເພີ່ມຂຶ້ນທຸກມື້ຢ່າງຫຼວງຫຼາຍ ແຕ່ປະທານາທິບໍດີວະລາດິເມຍ ປູຕິນ ປະກາດ ຜ່ອນຄາຍຄວາມເຂັ້ມງວດຂອງມາດຕະການປິດເມືອງ ຕັ້ງແຕ່ວັນທີ 12 ພຶດສະພາ ຫຼັງຈາກ ມີຜົນບັງຄັບໃຊ້ ຕັ້ງແຕ່ທ້າຍເດືອນມີນາ ຜ່ານມາ. ຢ່າງໃດກໍ່ຕາມ, ຜູ້ນຳຣັດເຊຍຍັງມອບອຳນາດໃຫ້ປົກຄອງທ້ອງຖິ່ນເປັນຜູ້ບັງຄັບໃຊ້ມາດຕະການຕ່າງໆຕາມຄວາມເໝາະສົມ.

ທັງນີ້, ຈາກຈຳນວນເຄິ່ງໜຶ່ງຂອງຜູ້ປ່ວຍໃນນະຄອນຫຼວງມອສໂກ ທ່ານເຊີເກ ຊອບຢານິນ ນາຍົກເທສະບານນະຄອນຫຼວງມອສໂກ ມີຄຳສັ່ງຂະຫຍາຍໄລຍະປິດເມືອງຈົນເຖິງວັນທີ 31 ພຶດສະພາ ແລະ ສັ່ງໃຫ້ປະຊາຊົນສວມໃສ່ ຜ້າປິດປາກອະນາໄມພ້ອມຖົງມື ເມື່ອຢູ່ສະຖານທີ່ສາທາລະນະ ຂະນະທີ່ ເມືອງເຊັນປີເຕີສະເບີກ ເຊິ່ງເມືອງໃຫຍ່ອັນດັບ2 ຮອງຈາກນະຄອນຫຼວງມອສໂກ ປະກາດມາດຕະການເຊັ່ນດຽວກັນດ້ວຍ.