ຂ່າວດີ 1 ເດືອນເຕັມ! 12 ພຶດສະພາ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ທຸກຄົນສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ

205

ຂ່າວດີ 30 ມື້ ນັບເປັນເວລາ 1ເດືອນເຕັມ ທີ່ກະຊວງສາທາລະນະສຸກ ອອກມາຢືນຢັນ ແຈ່້ງຂ່າວໃຫ້ິຮັບຮູ້ວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ່ 19 ຄົນ, ຂະນະດຽວກັນກໍ່ປິ່ນປົວດີອອກໂຮງໝໍແລ້ວ 13ຄົນ ແລະ ຍັງສືບຕໍ່ປິ່ນປົວ, ຕິດຕາມາການຢູ່ໂຮງໝໍຕໍ່ອີກ 6ຄົນ.

ໃນວັນທີ 12 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ລັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ໃນວັນທີ 11 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 327 ຄົນ, ໃນນັ້ນ ມີກໍລະນີສົງໄສ 41 ຄົນ, ຜູ້ຕິດເຊື້ອທີ່ເອົາກັບຄືນມານອນຕິດຕາມຢູ່ໂຮງໝໍ 1 ຄົນ (ຜູ້ນ້ຳເບີ 14), ແຮງງານລາວທີ່ກັບມາຈາກປະເທດໄທ 99 ຄົນ, ແຮງງານໄທທີ່ເຂົ້າມາລາວ 169 ຄົນ ແລະ ແຮງງານຫວຽດທີ່ເຂົ້າມາລາວ 17 ຄົນ. ເຊິ່ງຜົນກວດທັງໝົດຂອງແຮງງານລາວ, ແຮງງານໄທ, ແຮງງານຫວຽດ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 11 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 11 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3.874 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (30 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານ ຣັດຕະນະໄຊ ເພັດສຸວັນ ກ່າວຕື່ມວ່າ: ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນນີ້ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜື່ງອາທິດຕໍ່ໜ້າ.

ເຖິງຢ່າງໃດກໍ່ຕາມ, ການປະຕິບັດມາດຕະການຜ່ອນຜັນ ຮອດວັນທີ 17 ພຶດສະພາ ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເອົາໃຈໃສ່ ວິທີປ້ອງກັນການຕິດເຊື້ອ ແລະ ການແຜ່ເຊື້ອພະຍາດ ເພື່ອສະກັດກັ້ນບໍ່ໃຫ້ມີກໍລະນີໃໝ່ເກີດຂຶ້ນ. ປັດໄຈສໍາຄັນທີ່ສຸດ ແມ່ນຂຶ້ນກັບພຶດຕິກໍາຂອງພວກເຮົາໝົດທຸກຄົນທີ່ຈະປັບປຸງວິຖີຊີວິດໃໝ່ຂອງຕົນ ຕາມຄຳແນະນຳຂອງຄະນະສະເພາະກິດ ເຊິ່ງຄະນະສະເພາະກິດຈະໄດ້ປະເມີນສະພາບການຄືນໃໝ່ ວ່າຄວນສືບຕໍ່ປະຕິບັດມາດຕະການໃດຕື່ມ ຫຼື ຄວນຈະຍົກເລິກມາດຕະການໃດຕື່ມອີກ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ມີຄວາມອົດທົນພະຍາຍາມ ເອົາໃຈໃສ່ ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດຄຳແນະນຳ ແລະ ມາດຕະການຕ່າງໆ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ. ໂດຍສະເພາະ ການລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມືຂ້າເຊື້ອດ້ວຍເຫຼົ້າ 70% ຂື້ນໄປ, ການປະຕິບັດໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ບໍລິການຕ່າງໆ.