ທະນາຄານອາຊຽນຂາດເງິນໝຸນວຽນປະເຊີນບັນຫາໜີ້

117

ການລະບາດຂອງໂຄວິດ-19ທີ່ກໍາລັງເຮັດໃຫ້ບໍລິສັດຫຼາຍແຫ່ງໃນອາຊຽນຂາດເງິນສົດໝຸນວຽນ ແລະ ສ້າງຄວາມຫຍຸ້ງຍາກໃນການໃຊ້ໜີ້ໃຫ້ທະນາຄານເຮັດໃຫ້ທະນາຄານຈໍານວນຫຼາຍມີຄວາມສ່ຽງສູງຕ້ອງຮັບມືກັບໜີ້ທີ່ບໍ່ເຮັດໃຫ້ເກີດລາຍໄດ້ທີ່ສູງເປັນປະຫວັດການ.

ເມື່ອເດືອນເມສາທີ່ຜ່ານມາ,ມູດີ ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືຂອງໂລກໄດ້ຫຼຸດຄວາມໜ້າເຊື່ອຖືໃນອາຊຽນເຖິງວ່າລັດຖະບານຫຼາຍປະເທດຈະພະຍາຍາມຢ່າງໜັກດ້ວຍການໃຊ້ມາດຕະການຫຼາຍຢ່າງເພື່ອຊ່ວຍເຫຼືອທຸລະກິດຕ່າງໆ.

ຂະນະທີ່ບົດລາຍງານທ່າອ່ຽງເສດຖະກິດໂລກຂອງກອງທຶນການເງິນສາກົນຫຼືໄອເອັມເອຟທີ່ເຜີຍແຜ່ເມື່ອເດືອນ ເມສາເຊັ່ນກັນຄາດຄະເນວ່າຈີີດີພີຂອງ5ປະເທດເສດຖະກິດໃຫຍ່ທີ່ສຸດໃນກຸ່ມ10ປະເທດອາຊຽນເຊັ່ນອິນໂດເນເຊຍ,ໄທ,ມາເລເຊຍ,ຟີລິບປິນ ແລະ ຫວຽດນາມຈະຫຼຸດລົງປະມານ0,6%ໃນປີນີ້.