ວຽງຈັນ ເອັຟຊີ ທີມຈາກຕ່າງແຂວງ ໃຊ້ເວລາ 1 ປີສາມາດຂຶ້ນລີກສູງສຸດຂອງ ສປປ ລາວ

256

ຄວາມພະຍາຍາມຢູ່ໄສ ຄວາມສໍາເລັດຢູ່ທີ່ນັ້ນເໝືອນກັບ ວຽງຈັນ ເອັຟຊີ ( VFC Viengchanh Football Club ) ທີມຈາກແຂວງວຽງຈັນ ແລະ ທີມໜຶ່ງດຽວຈາກຕ່າງແຂວງໃນບານເຕະສາຍ ກ ລະດູການ 2018 ແລະ 2019 ຫຼ້າສຸດໃນປີ 2020 ໄດ້ສິດຂຶ້ນສູ່ ເປບຊີ ລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ ໄດ້ແບບສົມຫວັງ ເມື່ອແຈ້ງເຈດຈໍານົງເຂົ້າຮ່ວມຄວາມທ້າທາຍໃໝ່ຢ່າງເປັນທາງການ.

ວຽງຈັນ ເອັຟຊີ ແມ່ນໄດ້ຮັບສິດເລື່ອນຊັ້ນຂື້ນ ເປບຊີ ລາວພຣີເມຍລີກ 2020 ໃນຖານະອັນດັບ 9 ການແຂ່ງຂັນ ສາຍ ກໍ 2019 ເນື່ອງຈາກ ປກສ ເອັຟຊີ ( 2 ) ໄດ້ແຊັມ, ຊ້າງນ້ອຍ ເອັຟຊີ ( 2 ) ໄດ້ອັນດັບ 2, ກອງທັບ ເອັຟຊີ ( 2 ) ໄດ້ອັນດັບ 3 ມີທີມ A ຫຼື ທີມໃຫຍ່ຂອງໂຕເອງຢູ່ໃນລີກສູງສຸດນັ້ນແລ້ວ, ນະຄອນຫຼວງວຽງຈັນ ເອັຟຊີ ອັນດັບ 4 ບໍ່ເລື່ອນຊັ້ນ, ມຊ ເອັຟຊີ ອັນດັບ 5 ບໍ່ເລື່ອນຊັ້ນ, ວຽງຈັນ ເອັຟທີ ອັນດັບ 6 ເລື່ອນຊັ້ນ, ແບລາວ ອະຄາເດີ ອັນດັບ 7 ບໍ່ເລື່ອນຊັ້ນ, ມາສເຕີ້ ເຊເວັ້ນ ເອັຟຊີ ( 2 ) ອັນດັບ 8 ມີທີມ A ຫຼື ທີມໃຫຍ່ຂອງໂຕເອງຢູ່ໃນລີກສູງສຸດນັ້ນແລ້ວ ສະນັ້ນໂອກາດຈຶ່ງຕົກເປັນ ວຽງຈັນ ເອັຟທີ ທີມອັນດັບ 9.

ທ່ານ ພູເງິນ ບົວທອງ ຮອງເລຂາສະຫະພັນບານເຕະແຂວງວຽງຈັນ ທັງເປັນຜູ້ຈັດການທີມຂອງ ວຽງຈັນ ເອັຟຊີ ນ້ອງໃໝ່ ເປບຊີ ລາວລີກ 1 ປະຈຳປີ 2020 ເປີດເຜີຍວ່າ: ວຽງຈັນ ເອັຟຊີ ກາຍເປັນທີມໜຶ່ງດຽວໃນການແຂ່ງຂັນບານເຕະ ສາຍ ກໍ ປະຈຳປີ 2019 ພາຍໃຕ້ເປົ້າໝາຍໃຫ້ນັກກີລາພາຍໃນແຂວງໄດ້ມີເວທີສໍາລັບແຂ່ງຂັນ ແລະ ມີສ່ວນຮ່ວມກັບການພັດທະນາວົງການບານເຕະລາວ ລວມເຖິງຫວັງກ້າວສູ່ລີກສູງສຸດຂອງ ສປປ ລາວ ໃນອະນາຄົດ ຈົນມາເຖິງປີ 2020 ໄດ້ສິດຂຶ້ນສູ່ ເປບຊີ ລາວລີກ 1 ກໍຄືລີກສູງສຸດໄດ້ສໍາເລັດ.

“ ຈົນມາປີນີ້ ກີລາບານເຕະ ຖືເປັນອີກກີລາໜຶ່ງ ທີ່ແຂວງວຽງຈັນ ທີ່ຈະສົ່ງເຂົ້າຮ່ວມ ງານມະຫະກຳກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ, ແຕ່ເນື່ອງຈາກ ໂຄວິດ ທີ່ມີການລະບາດ ໄດ້ຢຸດຝຶກຊ້ອມໄປກ່ອນ ຂະນະທີ່ ນັກກີລາຈະໃຊ້ເຂົ້າຮ່ວມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ແມ່ນຈະພະຍະຍາມເອົານັກກີລາທີ່ມີຄວາມສາມາດຂອງແຂວງ ເພື່ອເຂົ້າຮ່ວມການແຂ່ງຂັນລາຍການນີ້ ໂດຍສະເພາະຄົນທີ່ອາໄສຢູ່ແຂວງວຽງຈັນ ແລະ ຄົນແຂວງວຽງຈັນ ພ້ອມດຽວກັນນັ້ນຈະໃຊ້ນັກກີລາທີ່ຊຸດເກົ່າຈຳນວນຫນຶ່ງ ແລະ ເສີມນັກກີລາທີ່ກະກຽມເຂົ້າຮ່ວມກີລາແຫ່ງຊາດ ” ທ່ານ ພູເງິນ ບົວທອງ ກ່າວ

ທ່ານກ່າວອີກວ່າ: ເປົ້າຫມາຍໃນການເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ແມ່ນບໍ່ໄດ້ວາງເປົ້າຫມາຍສູງ ເພາະວ່າທຸກໆສະໂມສອນ ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເປັນສະໂມສອນທີ່ມີປະສົບການ ແລະ ສັກກະຍະພາບສູງ ຕ່າງຈາກ ວຽງຈັນ ເອັຟຊີ ແມ່ນສະໂມສອນທີ່ຫາກໍຕັ້ງໃຫມ່ເປັນຄວາມທ້າທາຍທີ່ສຸດໃນການເຂົ້າຮ່ວມການແຂ່ງຂັນລີກສູງສຸດໃນ ສປປ ລາວ. ຢ່າງໃດກໍຕາມ ພວກເຮົາຈະສ້າງຜົນງານຂອງມາດີທີ່ສຸດ ຊ່ວຍກັນຜັກດັນໃຫ້ເກີດເປັນເວທີສູງສຸດຂອງບານເຕະຈາກ ແຂວງວຽງຈັນ ເພື່ອເປັນເວທີຮອງຮັບນ້ອງໆ ເຍົາວະຊົນ ທີ່ມີເປົ້າໝາຍຂອງຕົນເອງ.

ສຳລັບ ວຽງຈັນ ເອັຟຊີ ເລີ່ມພັດທະນາ ແລະ ສ້າງລະບົບທີມໃນທ້າຍປີ 2018 ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ທີ່ທາງ ສະຫະພັນບານເຕະແຫ່ງຊາດລາວຈັດຂຶ້ນ ເພື່ອສອດຄ່ອງກັບແນວທາງການພັດທະນາບານເຕະຂອງແຂວງວຽງຈັນ ເລີ້ມຕົ້ນສົ່ງທີມເຂົ້າຮ່ວມ ການແຂ່ງຂັນບານເຕະ ສາຍ ກໍ ປະຈຳປີ 2019 ເຊິ່ງປັດຈຸບັນ ວຽງຈັນ ເອັຟຊີ ຍັງມີການຝຶກຊ້ອມນັກກີລາແຕ່ໃນແຕ່ລະຮຸ່ນ 10 ປີ, 12 ປີ, 14 ປີ, 16 ປີ ແລະ 18 ປີ ແລະ ສົ່ງທີມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019 ທີ່ຜ່ານມາ, ສະໂມສອນ ວຽງຈັນ ເອັຟຊີ ຕັ້ງຢູ່ ບ້ານໂພນໝີ, ເມືອງວຽງຄຳ, ແຂວງວຽງຈັນ, ປັດຈຸບັນ ນຳໃຊ້ເດີ່ນກິລາວິທະຍາໄລເຕັກນິກແຂວງຝຶກຊ້ອມທີມຊຸດໃຫຍ່.
( ຂອບໃຈຮູບ-ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ )