ເອັມວີ ເພງ ກະຮູ້ຢູ່ ປ່ອຍອອກມາໃຫ້ໄດ້ຮັບຊົມແລ້ວ

96

ຫຼັງຈາກທີ່ໄດ້ປ່ອຍຜົນງານເພງ “ ກະຮູ້ຢູ່ ” ຂອງ ໜຸ່ມໂຊນ່ານ ແຈັກເກັດ ອອກໄປໃນຮູບແບບຂອງ Audio ລົງທາງຊ່ອງຢູທູບ ແລະ ເພຈ໌ຂອງ Toeng Studio ໃນໄລຍະຕົ້ນປີ 2020 ຜ່ານມາ ປາກົດວ່າໄດ້ຮັບກະແສຕອບຮັບຈາກແຟນເພງເປັນຢ່າງດີ. ດັ່ງນັ້ນ, ຈຶ່ງໄດ້ມີກະແສຮຽກຮ້ອງເຂົ້າມາວ່າຢາກຮັບຊົມໃນຮູບແບບມິວສິກວິດີໂອ ຫຼື ເອັມວີເຕັມຂອງຜົນງານເພງນີ້. ພວກເຮົາຈຶ່ງບໍ່ລໍຊ້າ ຈຶ່ງຈັດການເລື່ອງແຜນການຖ່າຍທໍາ ແລະ ປ່ອຍໃຫ້ໄດ້ຮັບຊົມໄປເປັນທີ່ຮຽບຮ້ອຍໃນຕົ້ນເດືອນພຶດສະພາ 2020 ຜ່ານມາ ກັບມິວສິກວິດີໂອເຕັມເພງ “ ກະຮູ້ຢູ່ ”.

ສໍາລັບມິວສິກວິດີໂອເພງ “ ກະຮູ້ຢູ່ ” ແມ່ນໄດ້ປະກາດຮັບສະໝັກເອົານ້ອງໆທີ່ມີໃຈມັກເລື່ອງການສະແດງ ໂດຍສະເພາະແມ່ນຜູ້ທີ່ບໍ່ເຄີຍຜ່ານການສະແດງມາກ່ອນ ເຊິ່ງແມ່ນນ້ອງໆທີ່ຢູ່ເມືອງປາກຊັນ      ແຂວງບໍລິຄຳໄຊ ເນື່ອງຈາກພວກເຮົາໄດ້ຍົກທີມງານລົງໄປໄກເຖິງສະຖານທີ່ດັ່ງກ່າວ. ນັກສະແດງຫຼັກ ຄື: ທ້າວ ສັນດາວ ແສງອາລຸນ ຮັບບົດເປັນພະເອກທີ່ເປັນຄົນທີ່ຜິດຫວັງໃນຄວາມຮັກ, ນາງ ແອນດີ່ ອິນດາວົງ ສາວນ້ອຍໜ້າຮັກທີ່ຮັບບົດເປັນນາງເອກ, ທ້າວ ຊັນໂຢ່ ພະໄຊສີສຸນົນ ຮັບບົດເປັນໜຸ່ມເຈົ້າຊູ້ທີ່ເປັນຊູ້ກັບນາງເອກ ແລະ ທ້າວ ວິລະໄຊ ພະໄຊສີສຸນົນ ຮັບບົດເປັນໝູ່ພະເອກ, ທຸກຄົນລ້ວນແຕ່ເປັນນັກສະແດງໜ້າໃໝ່ ແລະ ບໍ່ເຄີຍມີຜົນງານໃນດ້ານນີ້ມາກ່ອນ.

ສໍາລັບການຂຽນບົດລະຄອນ ແລະ ກຳກັບ ພ້ອມທັງຕັດຕໍ່ – ຖ່າຍທຳ ແມ່ນ ໜຸ່ມໂຊນ່ານ ແຈັກເກັດ ເປັນຜູ້ຈັດການເອງທັງໝົດ ແລະ ຜົນງານທີ່ອອກມາກໍເປັນທີ່ເພິ່ງພໍໃຈຂອງນັກສະແດງທຸກຄົນ.

ສຸດທ້າຍກໍຂໍຝາກມິວສິກວິດີໂອເພງ “ ກະຮູ້ຢູ່ ” ໄວ້ໃນອ້ອມໃຈຂອງແຟນເພງທຸກຄົນແດ່ເດີ ເພາະເປັນອີກເພງໜຶ່ງທີ່ທີມງານພວກເຮົາຕັ້ງໃຈເຮັດຈົນສຸດ ຄວາມສາມາດ ແລະ ຢ່າລືມຕິດຕາມຜົນງານການເຄື່ອນໄຫວຂອງສິລະປິນໄດ້ທີ່ເຟສບຸ໊ກສ່ວນຕົວ: Sonarn Jacket Singer ພ້ອມດ້ວຍເພຈ໌ ແລະ ຢູທູບຊ່ອງ Toeng Studio ຢ່າລືມກົດຕິດຕາມຊ່ອງ ເພື່ອທີ່ຈະບໍ່ໄດ້ພາດຮັບຊົມ ແລະ ຮັບຟັງເພງໃໝ່ຈາກພວກເຮົາ.

ຂ່າວ: ແກ້ວ; ຮູບຈາກ: ໂຊນ່ານ