ວິທີເຮັດ “ ພຸດດິ້ງໝາກມ່ວງ ” ງ່າຍໆພຽງສ່ວນປະສົມ 3 ຢ່າງ

118

“ ພຸດດິ້ງໝາກມ່ວງ ” ເປັນເຂົ້າໜົມຫວານອີກໜຶ່ງຢ່າງທີ່ມີຂັ້ນຕອນວິທີເຮັດບໍ່ຫຍຸ້ງຍາກ ແລະ ໃຊ້ສ່ວນປະສົມພຽງ 3 ຢ່າງ ກໍໄດ້ລົດຊາດທີ່ຫວານເຢັນຊື່ນໃຈ ຄາຍຮ້ອນໄດ້ເປັນຢ່າງດີ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດພ້ອມກັນເລີຍ.

ສ່ວນປະສົມ:

ກ. ກະທິສົດ ຫຼື ກະທິກ່ອງ 250 ກຣາມ.

ຂ. ຜົງເຈລາຕິນ 2 ບ່ວງກາເຟ.

ຄ. ເນື້ອໝາກມ່ວງປັ່ນລະອຽດ 1 ຖ້ວຍແກງ ( ຖ້າມັກຫວານກໍເພີ່ມນ້ຳຕານຕາມໃຈມັກ )

ວິທີເຮັດ:

1 ນຳກະທິລົງໃສ່ໝໍ້ ຕາມດ້ວຍຜົງເຈລາຕິນ ປະສົມໃຫ້ເຂົ້າກັນ. ຈາກນັ້ນ, ນຳໄປແຊ່ໃນຕູ້ເຢັນປະມານ 10 ນາທີ ໃຫ້ເຈລາຕິນລະລາຍຕົວ.

2 ນຳມາຕັ້ງໄຟອ່ອນໆຄົນໄປເລື້ອຍໆໃຊ້ໄຟແຮງປານກາງ ແລະ ຫ້າມປະໃຫ້ກະທິຮ້ອນ ( ເພາະຈະເຮັດໃຫ້ແຕກມັນໄດ້ ) ເມື່ອເຈລາຕິນລະລາຍດີແລ້ວຍົກລົງຈາກເຕົາ.

3 ຫຼັງຈາກນັ້ນ, ໃສ່ໝາກມ່ວງບົດລົງໄປ ປະສົມໃຫ້ເຂົ້າກັນດີ ແລ້ວນຳໄປຕອງເພື່ອໃຫ້ເນື້ອນຽນດີຂຶ້ນ.

4 ຈາກນັ້ນນຳໄປຕັກໃສ່ພາຊະນະແລ້ວໄປແຊ່ຕູ້ເຢັນ ປະມານ 2 ຊົ່ວໂມງ ແລ້ວນຳອອກມາຕົກແຕ່ງໜ້າດ້ວຍກະທິ ແລະ ເນື້ອໝາກມ່ວງສຸກເລັກໜ້ອຍ ກໍສາມາດກິນໄດ້ເລີຍ.

ຮຽບຮຽງໂດຍ: ແກ້ວ;ຂໍ້ມູນຈາກ: naibann