ດື່ມນ້ຳແນວໃດໃຫ້ປອດໄພໃນລະດູຮ້ອນ

102

ນ້ຳຄືສານອາຫານທີ່ສຳຄັນທີ່ສຸດຂອງຮ່າງກາຍ ເພາະວ່າ 4/5 ຂອງນ້ຳໜັກຕົວແມ່ນນ້ຳ. ຄົນເຮົາສາມາດຢູ່ໄດ້ຫຼາຍອາທິດຖ້າຂາດອາຫານ ແຕ່ຖ້າຂາດນ້ຳຈະຢູ່ໄດ້ແຕ່ 3 – 4 ມື້ເທົ່ານັ້ນ ໂດຍນ້ຳເປັນຕົວລະລາຍອາຫານທີ່ຜ່ານຂະບວນການຍ່ອຍໃນກະເພາະ ເຊິ່ງຍັງບໍ່ທັນໄດ້ມີປະລິມານທີ່ໃຫ້ດື່ມແບບສະເພາະເຈາະຈົງໃນແຕ່ລະມື້ ເພາະການສູນເສຍນ້ຳຂອງແຕ່ລະຄົນແມ່ນມີປະລິມານທີ່ແຕກຕ່າງກັນ ແຕ່ໂດຍທົ່ວໄປແລ້ວການດື່ມນ້ຳປະມານ 8 ຈອກຕໍ່ມື້ ຖືວ່າເປັນສິ່ງທີ່ດີຕໍ່ສຸຂະພາບ.

ເນື່ອງຈາກວ່າລະດູຮ້ອນຈະມີການສູນເສຍເຫື່ອຫຼາຍ ຄວນຫຼີກລຽງການດື່ມນ້ຳຫວານ ເພາະຈະຍິ່ງເຮັດໃຫ້ຫິວນ້ຳຫຼາຍຂຶ້ນ ອາດຈະດື່ມເປັນນ້ຳໝາກໄມ້ ຫຼື ນ້ຳສະໝຸນໄພທີ່ບໍ່ມີລົດຊາດຫວານຫຼາຍແທນ ແລະ ບໍ່ຄວນກິນນ້ຳກ້ອນ ຫຼື ດື່ມນ້ຳທີ່ເຢັນໆ. ໃນສະພາບອາກາດຮ້ອນຕ້ອງຫາທາງຊ່ວຍດັບຮ້ອນ ເພື່ອປ້ອງກັນຄວາມຮ້ອນທີ່ກະທົບໃສ່ຮ່າງກາຍ ແທນທີ່ຈະຫາວິທີເອົາຄວາມເຢັນມາໃສ່ແທນ ເຊິ່ງອາດຈະເປັນອັນຕະລາຍໄດ້.

ດັ່ງນັ້ນ, ໃນລະດູຮ້ອນຄວນດື່ມນ້ຳໃຫ້ຫຼາຍໆຍົກເວັ້ນຄົນເຈັບທີ່ເປັນພະຍາດໝາກໄຂ່ຫຼັງ ແລະ ພະຍາດຫົວໃຈບາງຊະນິດ ເພາະຜູ້ທີ່ເປັນພະຍາດໄຕ ເມື່ອດື່ມນ້ຳຮອດລະດັບໜຶ່ງຈະບໍ່ສາມາດຖ່າຍເບົາໄດ້ ຫຼື ຖ່າຍເບົາໄດ້ແຕ່ໜ້ອຍດຽວ, ຖ້າວ່າດື່ມນ້ຳເຂົ້າໄປຫຼາຍກໍຈະກາຍເປັນນ້ຳຂັງ ແລະ ຖ້ວມປອດໄດ້.

ສ່ວນພະຍາດຫົວໃຈ ຫຼື ກ້າມຊີ້ນຫົວໃຈອ່ອນແຮງ ຖ້າດື່ມນໍ້າຫຼາຍກໍຈະເຮັດໃຫ້ປະລິມານເລືອດໃນຮ່າງກາຍຫຼາຍ ແລະ ເຮັດໃຫ້ຫົວໃຈຕ້ອງສູບສີດຫຼາຍຂຶ້ນ ຍິ່ງເຮັດໃຫ້ຫົວໃຈເຮັດວຽກຫຼາຍຂຶ້ນ ແລະ ອ່ອນເພຍກວ່າເກົ່າ.

ການດື່ມນ້ຳໃຫ້ພຽງພໍກັບ ຄວາມຕ້ອງການໃນລະດູຮ້ອນ ແມ່ນດື່ມໃນປະລິມານ 1,5 – 2 ລິດ. ແຕ່ໃນຄວາມເປັນຈິງແລ້ວບໍ່ວ່າຈະເປັນລະດູຮ້ອນ ຫຼື ລະດູໜາວ ທັງໝົດກໍແຝງໄປດ້ວຍພະຍາດຕ່າງໆ. ດັ່ງນັ້ນ, ຈຶ່ງຕ້ອງກຽມຮ່າງກາຍໃຫ້ພ້ອມເພື່ອຮັບມືກັບເຊື້ອພະຍາດຕ່າງໆທີ່ຈະເຂົ້າມາຢູ່ຕະຫຼອດເວລາ ດ້ວຍການຮັກສາສຸຂະພາບໃຫ້ແຂງແຮງຢູ່ສະເໝີ ກໍຄືການອອກກຳລັງກາຍ, ກິນອາຫານທີ່ມີປະໂຫຍດ ແລະ ປຸງແຕ່ງໃຫ້ສຸກ, ໝັ່ນລ້າງມືເປັນປະຈຳ ແລະ ທີ່ສຳຄັນຄວນເຮັດຈິດໃຈໃຫ້ຜ່ອນຄາຍ, ບໍ່ຄຽດ ເພາະວ່າຖ້າໃຈພ້ອມ ກາຍກໍພ້ອມທີ່ຈະຮັບມືກັບສະພາບອາກາດທີ່ຮ້ອນອົບເອົ້າໄດ້ສະເໝີ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: posttoday