5 ວິທີສ້າງຍອດຂາຍຕອນບ່າຍ ສໍາລັບຮ້ານກາເຟ

80

ການສ້າງຍອດຂາຍຍ່ອມຊ່ວຍເຮັດໃຫ້ສິນຄ້າຂອງທ່ານເປັນທີ່ຮູ້ຈັກ ແລະ ຊ່ວຍກະຕຸ້ນການຂາຍໄດ້ຫຼາຍຂຶ້ນ. ຄໍລຳຕະຫຼາດວັນນິີ້ຈະພາທ່ານມາຮູ້ຈັກກັບ 5 ວິທີສ້າງຍອດຂາຍໄລຍະຕອນບ່າຍສຳລັບຮ້ານກາເຟ ເຊິ່ງມີຄວາມເໝາະສົມສຳລັບບ້ານເຮົາໃນໄລຍະນີ້ທີ່ອາກາດຮ້ອນ. 5 ວິທີສ້າງຍອດຂາຍ ມີດັ່ງລຸ່ມນີ້:

1 ອອກລາຍການໃໝ່ໆມາສ້າງສີສັນ: ຮ້ານກາເຟລູກຄ້າທຸກຄົນຈະໂຟກັສມາທີ່ກາເຟ, ໃນຂະນະທີ່ສິນຄ້າເຄື່ອງດື່ມອື່ນໆກໍມີຍອດຂາຍຕາມຄວາມເໝາະສົມ ເຊິ່ງການມີລາຍການເກົ່າໆເປັນສິ່ງຊໍ້າໆ ແລະ ເຮັດໃຫ້ລູກຄ້າເບື່ອ ລອງປັບປ່ຽນຄວາມຄິດ ແລະ ພັດທະນາລາຍການໃໝ່ໆທີ່ບໍ່ຄືໃຜ ແລະ ເອົາມາເປີດໂຕໃນໄລຍະຕອນບ່າຍ ຄືກັບສະຕາບັກ ກໍໃຊ້ກົນລະຍຸດແບບນີ້ເປີດຕົວລາຍການ Iced cold foam cappuccino ຫຼື Nitro cold brew ເຊິ່ງຮ້ານກາເຟທົ່ວໄປກໍສາມາດປະຍຸກສິນຄ້າຂອງຕົວເອງໃຫ້ເໝາະສົມກັບຕະຫຼາດທີ່ມີໄດ້ ນອກຈາກຈະເປັນສີສັນດຶງດູດລູກຄ້າ ຍັງເຮັດໃຫ້ຍອດຂາຍໃນຕອນບ່າຍດີຂຶ້ນຫຼາຍພໍສົມຄວນ.

2 ໃຊ້ກົນລະຍຸດຈັບຄູ່ສິນຄ້າ: ການຈັບຄູ່ສິນຄ້າເປັນການກະຕຸ້ນການຊື້ທີ່ຫຼາຍຂຶ້ນ ເຊັ່ນດຽວກັນກັບກົນລະຍຸດທີ່ຮ້ານມິນິມາກ ມັກໃຊ້ຈັບຄູ່ເຄື່ອງດື່ມກັບອາຫານແລ້ວໄດ້ສ່ວນຫຼຸດໃນລາຄາທີ່ຖືກລົງ ເຮັດໃຫ້ຄົນຊື້ຮູ້ສຶກວ່າເປັນການຊື້ທີ່ກຸ້ມຄ່າ.

3 ເພີ່ມຊ່ອງທາງເດລິເວີຣີຈັດສົ່ງໃຫ້ລູກຄ້າ: ໂດຍສ່ວນຫຼາຍໄລຍະຕອນບ່າຍກຸ່ມລູກຄ້າຈະຕ້ອງເຮັດວຽກບໍ່ສາມາດອອກມາຊື້ເຄື່ອງດື່ມໄດ້ ລູກຄ້າໃນໄລຍະນີ້ຈຶ່ງເປັນລູກຄ້າທົ່ວໄປ ຫຼື ຄົນທີ່ເຮັດວຽກປະຈໍາ, ວິທີທີ່ໜ້າສົນໃຈຄືການຈັດສົ່ງເດລິເວີຣີ ໂດຍລູກຄ້າສາມາດໂທສັ່ງ ຫຼື ຖ້າຈະໃຫ້ດີມີແພຼັດຟອມເປັນແອັບພລິເຄຊັນໃຫ້ລູກຄ້າສັ່ງຊື້ອອນລາຍໄດ້ ກໍຈະເຮັດໃຫ້ມີຍອດຂາຍເພີ່ມຂຶ້ນໃນໄລຍະຕອນບ່າຍ.

4 ຈັດໂປຣໂມຊັນເອົາໃຈຖານລູກຄ້າເກົ່າໃນຕອນບ່າຍ: ການຈັດກິດຈະກໍາເອົາໃຈລູກຄ້າເຫຼົ່ານີ້ ຈະຍິ່ງເພີ່ມຄວາມແໜ້ນແຟ້ນຂອງແບຣນກັບລູກຄ້າເກົ່າໃຫ້ດີຍິ່ງຂຶ້ນ ເຊິ່ງກໍຈະມີຫຼາຍແບບໃຫ້ເລືອກເຮັດ ເຊັ່ນ: ສ່ວນຫຼຸດພິເສດສໍາລັບລູກຄ້າທີ່ເປັນສະມາຊິກຂອງຮ້ານເທົ່ານັ້ນ ຫຼື ການຊື້ເຄື່ອງດື່ມແຖມເຂົ້າໜົມສໍາລັບລູກຄ້າທີ່ເປັນສະມາຊິກເປັນຕົ້ນ.

5 ຈັດໂປຣໂມຊັນ ແລະ ກິດຈະກໍາຮ່ວມມ່ວນຊື່ນໃນຕອນບ່າຍ: ເມື່ອເອົາໃຈຖານລູກຄ້າເກົ່າໄປແລ້ວ ໃນບາງໄລຍະກໍຄວນຈັດໂປຣໃຫ້ລູກຄ້າທົ່ວໄປໄດ້ຮ່ວມສ້າງສີສັນໃນຍາມບ່າຍໃຫ້ຄຶກຄື້ນ ເຊັ່ນ: ການຫຼິ້ນເກມງ່າຍໆ, ໄດ້ເຄື່ອງດື່ມຟຣີ ຫຼື ການຖ່າຍຮູບເຊັກອິນກັບຮ້ານກາເຟແລ້ວຮັບຂອງສົມມະນາຄຸນເປັນຕົ້ນ.

ທັງນີ້, ສຳລັບເປົ້າໝາຍຂອງການສ້າງສີສັນໃນຕອນບ່າຍຄື: ເພື່ອດຶງດູດຄວາມສົນໃຈລູກຄ້າທີ່ຢູ່ໃນເຂດໃກ້ຄຽງເມື່ອມີຄົນສົນໃຈ, ມີຄົນເຂົ້າມາເບິ່ງການຂາຍຍ່ອມເກີດຂຶ້ນໄດ້ງ່າຍ ແຕ່ຈະໃຊ້ວິທີໃດນັ້ນກໍຕ້ອງເບິ່ງໃຫ້ເໝາະສົມກັບສະຖານທີ່ພ້ອມ.

ໂດຍ: ສັນຕິ, ທີ່ມາ: thai-smescenter.com