ລັດຖະມົນຕີກະຊວງ ພບ ລົງຕິດຕາມການສ້ອມແປງຕາຂ່າຍໄຟຟ້າ

132

ວັນທີ 8 ພຶດສະພາ 2020 ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ( ພບ ), ພ້ອມຄະນະ ໄດ້ລົງກວດກາເບິ່ງຄວາມເສຍຫາຍຂອງລະບົບຈໍາໜ່າຍໄຟຟ້າ ພ້ອມຕິດຕາມການສ້ອມແປງຕາຂ່າຍໄຟຟ້າທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານໃນຕອນແລງຂອງວັນທີ 7 ພຶດສະພາ 2020 ຢູ່ທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຜ່ານການກວດກາຕົວຈິງ ເຫັນວ່າພື້ນຖານໂຄງລ່າງດ້ານໄຟຟ້າໄດ້ຮັບຄວາມເສຍຫາຍເປັນບໍລິເວນກວ້າງ ໂດຍສະເພາະແມ່ນລະບົບຕາຂ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ໄດ້ຮັບຄວາມເສຍຫາຍ, ໃນນີ້ລວມມີ ເສົາໄຟ 14 ແມັດ ຫັກ 12 ຕົ້ນ, ເສົາໄຟ 12 ແມັດ ຫັກ 4 ຕົ້ນ, ເສົາໄຟ 8 ແມັດ ຫັກ 7 ຕົ້ນ, ໝໍ້ແປງ 2 ໜ່ວຍ, ຄອນສາຍ 38 ຊຸດ, ເຫຼັກຄໍ້າຄອນສາຍ 70 ຊຸດ, ສາຍໄຟໃຊ້ບໍ່ໄດ້, ດອກກັນໄຟແຕກ ແລະ ອຸປະກອນອື່ນໆ ຄາດຄະເນມູນຄ່າເສຍຫາຍທັງໝົດ 960 ລ້ານ ກວ່າກີບ.

ດ້ວຍຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍຄືລັດວິສາຫະກິດໄຟຟ້າຕໍ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດທາງທຳມະຊາດຄັ້ງນີ້ ກໍໄດ້ລົງແກ້ໄຂສ້ອມແປງຢ່າງທັນການ ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າຄືນ.

ໃນໂອກາດລົງຕິດຕາມການສ້ອມແປງຕາຂ່າຍໄຟຟ້າຄັ້ງນີ້, ທ່ານລັດຖະມົນຕີ ກໍໄດ້ຕາງໜ້າການນຳກະຊວງ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ – ວິຊາການທີ່ໄດ້ທຸ່ມເທທັງກາຍ ແລະ ໃຈ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ສຳເລັດໜ້າທີ່ທີ່ການຈັດຕັ້ງໄດ້ມອບໝາຍໃຫ້.

ໂດຍ: ສົມລົດ, ຮູບ – ຂ່າວ: ສົມສະໜຸກ ທອງສະຫງວນ