ອັດຕະປື ຈະສຸມໃສ່ພັດທະນາເມືອງສະໜາມໄຊ

115

ແຂວງອັດຕະປື ໄດ້ຈັດກອງປະຊຸມເພື່ອປຶກສາຫາລືການຈັດຕັ້ງປະຕິບັດໂຄງການພັດທະນາເມືອງສະໜາມໄຊ ໃນວັນທີ 8 ພຶດສະພາ 2020 ຜ່ານມາ ຢູ່   ທີ່ຫ້ອງວ່າການປົກຄອງແຂວງໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດຕາມທິດຊີ້ນຳບົດບັນທຶກຂອງກອງປະຊຸມທີ່ຜ່ານມາ ເຊິ່ງໄດ້ມີການຊຸກຍູ້ ແລະ ຕິດຕາມ ໂດຍສະເພາະໄດ້ມີການປະສານງານກັບເມືອງສະໜາມໄຊ ໃນໜ້າວຽກຂໍ້ມູນຕາມຫົວຂໍ້ແບບຟອມທີ່ໄດ້ຈັດມອບໃຫ້, ການແຕ່ງຕັ້ງຄະນະກຳມະການຂັ້ນເມືອງ ແລະ ບ້ານ ພ້ອມແນະນໍາໃຫ້ມີແຜນນໍາສະເໜີຕໍ່ການກຳນົດບ້ານທົດລອງເບື້ອງຕົ້ນ ປີ 2020 ເພື່ອໄດ້ມີການເປັນເອກະພາບ ແລະ ຮັບຮອງໃນຄະນະຮັບຜິດຊອບໂຄງການຂັ້ນແຂວງ.

ກອງປະຊຸມຍັງໄດ້ທົບທວນທິດຊີ້ນໍາຂອງກອງປະຊຸມຜ່ານມາ ເຊິ່ງໄດ້ເນັ້ນໜັກໃຫ້ພະແນກການ ແລະ ເມືອງ ໃນການສະໜອງຂໍ້ມູນຕາມແບບຟອມເຈາະຈີ້ມ, ການສ້າງແຜນແມ່ບົດພັດທະນາເມືອງສະໜາມໄຊ ຕາມທິດສັງຄົມນິຍົມໃນໄລຍະ 4 ປີ, ໄດ້ປຶກສາຫາລືເພື່ອກຳນົດ ແລະ ປັບປຸງແຜນພັດທະນາຂອງບັນດາໂຄງການ ອັນໃດເປັນບຸລິມະສິດໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ລວມທັງງົບປະມານໃນການສົ່ງເສີມການລົງທຶນ ແລະ ແຫຼ່ງທີ່ມາຂອງທຶນ ໂດຍມີກົນໄກຄຸ້ມຄອງລະອຽດ. ພ້ອມນີ້, ກໍມີການລິເລີ່ມຈັດຕັ້ງກຸ່ມການຜະລິດແຕ່ຫົວທີ, ໄດ້ປະສານຄະນະຂັ້ນເມືອງໃນການສະເໜີບ້ານທີ່ຈະເອົາເປັນຈຸດສຸມຕົວແບບປີ 2020 ສ້າງສັງຄົມນິຍົມແຕ່ຮາກຖານບ້ານຂຶ້ນມາ ເພື່ອໃຫ້ການຈັດຕັ້ງຂັ້ນເທິງຢັ້ງຢືນ ແລະ ຮັບຮອງເອົາ.

ບັນດາຜູ້ເຂົ້າຮ່ວມຍັງໄດ້ມີຄຳເຫັນລາຍງານວຽກທີ່ຕົນຮັບຜິດຊອບ ເພື່ອພ້ອມກັນວາງແຜນປັບປຸງວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດວ່ອງໄວ ທັນກັບສະພາບການທີ່ກຳນົດໄວ້. ທັງນີ້, ກໍເພື່ອເປັນການກໍານົດແຜນການຕ່າງໆທີ່ຈະສ້າງເມືອງສະໜາມໄຊ ຕາມທິດສັງຄົມນິຍົມ.