ທຳລາຍຊີ້ນໝູທີ່ນຳເຂົ້າຜິດກົດໝາຍ

71

ໃນອາທິດຜ່ານມາຫ້ອງການອຸດສາຫະກໍາ ແລະ ການຄ້າ   ( ອຄ ) ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍຊີ້ນໝູຄົວແລ້ວທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ສະໜາມຂີ້ເຫຍື້ອບ້ານຊອກ ໃຫ້ກຽດເປັນປະທານໃນພິທີໂດຍ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ຄໍາສີ ເພັດໄຊຍະວົງ ຫົວໜ້າຫ້ອງການ ອຄ ນະຄອນ, ມີບັນດາຫ້ອງການອ້ອມຂ້າງນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄໍາສີ ເພັດໄຊຍະວົງ ກໍໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດຢຶດຊີ້ນໝູທີ່ນໍາເຂົ້າຜິດກົດໝາຍໃນຄັ້ງນີ້ວ່າ: ໃນເວລາ 21:15 ໂມງ ແລະ 24:15 ໂມງ ຂອງວັນທີ 4 ພຶດສະພາ 2020 ເຈົ້າໜ້າທີ່ກວດກາການຄ້າ ສົມທົບກັບກໍາລັງທະຫານຊາຍແດນ ໄດ້ກວດກາລຽບຕາມຊາຍແດນແມ່ນໍ້າຂອງ ເຊິ່ງພົບເຫັນສິນຄ້າປະເພດຊີ້ນໝູ     ຄົວແລ້ວຈໍານວນທັງໝົດ 97 ກະສອບ, ມີນໍ້າໜັກ 2.536      ກິໂລກຣາມ ລວມມູນຄ່າ 35.757.600 ກີບ, ພ້ອມທັງເຮືອຫາງຍາວສີ່ສູບ ຈໍານວນ 1 ລໍາ, ພ້ອມກັບລົດໂຕໂຢຕ້າວີໂກສີດໍາ ຈໍານວນ 1 ຄັນ ເລກທະບຽນ ກໍາແພງນະຄອນ ກຂ 5445. ສ່ວນຜູ້ກະທໍາຜິດຫຼົບໜີໄດ້.

ດັ່ງນັ້ນ, ທາງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງກໍາລັງຕິດຕາມຕົວມາດໍາເນີນຄະດີຕາມກົດໝາຍ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດສິນຄ້າທີ່ຜິດກົດໝາຍດັ່ງກ່າວໄວ້ທີ່ສາງກະທຽມແຫ່ງໜຶ່ງທີ່ບ້ານນາແກ ນະຄອນໄກສອນ ພົມວິຫານ, ສ່ວນເຮືອ ແລະ ລົດໄດ້ມອບໃຫ້ເຈົ້າໜ້າທີ່ທະຫານຮັບຜິດຊອບຕາມລະບຽບກົດໝາຍ.

ດັ່ງນັ້ນ, ເຈົ້ານະຄອນໄກສອນ ພົມວິຫານ ຈຶ່ງເຫັນດີຕົກລົງອະນຸມັດໃຫ້ທໍາລາຍຊີ້ນໝູດັ່ງກ່າວຖິ້ມ ເພື່ອເປັນການຊຸກຍູ້ການຜະລິດພາຍໃນ ແລະ ທັງປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດທີ່ອາດຈະຕິດມາກັບຊີ້ນໝູ ໂດຍການຂຸດຂຸມເລິກ 4 – 5 ແມັດ, ໂຮຍປູນຂາວແລ້ວນໍາຊີ້ນໝູລົງຂຸມພ້ອມທັງສີດຢາຂ້າເຊື້ອແລ້ວຈຶ່ງຝັງດິນ.

ໃນໂອກາດນີ້ເຈົ້ານະຄອນໄກສອນ ພົມວິຫານ ກໍໄດ້ເນັ້ນໜັກໃຫ້ບັນດາຫ້ອງການອ້ອມຂ້າງນະຄອນ ຈົ່ງພ້ອມໃຈກັນປະຕິບັດວຽກງານຂອງຕົນໃຫ້ສຸດຄວາມສາມາດ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງໃນທາງທີ່ຜິດ, ໃຫ້ເຫັນແກ່ສ່ວນລວມຫຼາຍ ກວ່າສ່ວນຕົນ. ໃນໄລຍະວິກິດທີ່ພະຍາດໂຄວິດ – 19 ກໍາລັງລະບາດນີ້ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຊ້າ ຈຶ່ງເຮັດໃຫ້ເກີດມີການລັກລອບນໍາສິນຄ້າຜິດກົດໝາຍເຂົ້າມາຫຼາຍ. ດັ່ງນັ້ນ, ພະນັກງານລັດກໍຄືພາກສ່ວນທີ່ກ່ຽວຂ້ອງ ຈຶ່ງຕ້ອງເອົາໃຈໃສ່ຕິດຕາມກວດກາຢ່າງລະອຽດຮອບຄອບ.