ປທສ ຮ່ວມກັບ ບໍລິສັດ ເອັສເທັກ ເປີດນຳໃຊ້ລະບົບລາຍງານທັນສະໄໝຮັບໃຊ້ການນຳ

79

ວັນທີ 8 ພຶດສະພາ 2020 ຜ່ານມານີ້ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ຮ່ວມກັບ ບໍລິສັດ ເອັສເທັກ ພັດທະນາ ຈຳກັດ ໄດ້ຈັດພິທີເປີດການນຳໃຊ້ລະບົບລາຍງານທັນສະໄໝຮັບໃຊ້ການນຳ ຂຶ້ນຢູ່ສະຖາບັນເຕັກໂນໂລຊີ ການສື່ສານຂໍ້  ມູນ – ຂ່າວສານ ນະຄອນຫຼວງວຽງຈັນ ໂດຍການເປັນປະທານເປີດງານຂອງ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ປທສ, ມີຄະນະຜູ້ບໍລິຫານຈາກ ເອັສເທັກ ພັດທະນາ ຈຳກັດ, ຄະນະກົມ/ທຽບເທົ່າກະຊວງ ປທສ ເຂົ້າຮ່ວມ.

ກະຊວງ ປທສ ໃນນາມເປັນຜູ້ຄຸ້ມຄອງມະຫາພາກດ້ານວຽກງານຫັນໃຫ້ເປັນທັນສະໄໝ ແລະ ດິຈິຕອລຂອງລັດຖະບານ ເຫັນໄດ້ຄວາມສຳຄັນຕໍ່ວຽກງານການລາຍງານຕົວເລກສະຖິຕິ ດ້ານວຽກງານໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງໄດ້ຮ່ວມມືກັບ ບໍລິສັດ ເອັສເທັກ ພັດທະນາ ຈຳກັດ ໃນປີ 2018 ພັດທະນາລະບົບລາຍງານທັນສະໄໝຮັບໃຊ້ການນຳ ຫຼື Minister Dashboard ເພື່ອອຳນວຍຄວາມສະດວກໃຫ້ແກ່ຄະນະນຳຂອງກະຊວງ ປທສ ໃນການຕິດຕາມອັດຕາການນຳໃຊ້ລະບົບເຕັກໂນໂລຊີການສື່ສານຂໍ້ມູນ – ຂ່າວສານ ເຊັ່ນ: ການນຳໃຊ້ອິນເຕີເນັດ, ໂທລະສັບ ແລະ ອື່ນໆ ເພື່ອເປັນຂໍ້ມູນໃນການວາງແຜນ ແລະ ຕັດສິນໃຈ ຫຼື ສາມາດນຳເອົາຂໍ້ມູນດັ່ງກ່າວໄປຜັນຂະຫຍາຍ ແລະ ນຳໃຊ້ຕໍ່ໄດ້.

ລະບົບດັ່ງກ່າວຍັງໄດ້ມີການພັດທະນາໃຫ້ຮອງຮັບກັບວຽກງານການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID – 19 ທີ່ໄດ້ມີການລາຍງານຂໍ້ມູນສະຖິຕິຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ, ອາຊຽນ ແລະ ສາກົນ ໂດຍສາມາດເຂົ້າເບິ່ງໄດ້ຜ່ານເວັບໄຊ www.covid19.gov.la.

ສຳລັບແຜນການໃນຕໍ່ໜ້າ ກະຊວງ ປທສ ກໍຈະສືບຕໍ່ຜັນຂະຫຍາຍ ແລະ ພັດທະນາລະບົບດັ່ງກ່າວ ໃຫ້ກາຍເປັນລະບົບຕົວແບບໃຫ້ແກ່ຂະແໜງການຕ່າງໆ ເຊັ່ນ: ບັນດາກະຊວງ ແລະ ອົງການຈັດຕັ້ງພາກລັດ ໃນການອຳນວຍຄວາມສະດວກສ້າງລະບົບລາຍງານຂໍ້ມູນສະຖິຕິໃນຂະແໜງການຂອງຕົນ.

ເນື້ອໃນ – ຮູບ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ຂ່າວ: ສົມສະຫວິນ