ພາກທຸລະກິດທີ່ຈະດຳເນີນກິດຈະການຕ້ອງປະຕິບັດຕາມຄຳແນະນຳ ຫາກຝ່າຝືນອາດຖືກໂຈະກິດຈະການ

67

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ( ສພກ ) ອອກຄຳແນະນຳ ພາກທຸລະກິດທີ່ຈະດຳເນີນກິດຈະການໃຫ້ເອົາໃຈໃສ່ປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດ ຫາກຝ່າຝືນຈະຖືກປະຕິບັດຕາມກົດໝາຍ ຫຼື ອາດເຖິງຂັ້ນໂຈະກິດຈະການ.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ( ສພກ ) ໄດ້ອອກຄຳແນະນຳເລກທີ 071/ສພກ ລົງວັນທີ 11 ພຶດສະພາ 2020 ກ່ຽວກັບການປັບປຸງເງື່ອນໄຂ ແລະ ມາດຕະການ ສໍາລັບການສືບຕໍ່ເຄື່ອນໄຫວຂອງພາກທຸລະກິດ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ – 19 ຕາມທີ່ໄດ້ກໍານົດໃນຄໍາແນະນໍາ 031/ສພກ ລົງວັນທີ 21 ເມສາ 2020.

ອີງຕາມຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານໂຄວິດ – 19; ອີງຕາມຄຳແນະນຳຂອງຄະນະສະເພາະກິດ ສະບັບເລກທີ 031/ສພກ ລົງວັນທີ 21 ເມສາ 2020; ອີງຕາມການແຈ້ງການຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ວ່າດ້ວຍການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ – 19 ໃນໄລຍະວັນທີ 4 – 17 ພຶດສະພາ 2020.

ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ຈາກການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງ ໂຄວິດ – 19 ໃນໄລຍະແຕ່ວັນທີ 4 – 17 ພຶດສະພາ 2020 ຕາມການແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020.

ດັ່ງນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ( ສພກ ) ກໍານົດການປັບປຸງເງື່ອນໄຂ ແລະ ມາດຕະການສໍາລັບການສືບຕໍ່ເຄື່ອນໄຫວຂອງພາກທຸລະກິດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ – 19 ຕາມທີ່ໄດ້ກໍານົດໃນຄໍາແນະນໍາ 031/ສພກ ລົງວັນທີ 21 ເມສາ 2020 ດັ່ງນີ້:

ເງື່ອນໄຂຂອງພາກທຸລະກິດທີ່ສາມາດເປີດດໍາເນີນກິດຈະການ ມີດັ່ງນີ້:

1 ມີສະຖານທີ່ເຮັດວຽກທີ່ບໍ່ແອອັດ ແລະ ຮັບປະກັນໄລຍະຫ່າງ 1 ແມັດຂຶ້ນໄປ.

2 ມີຫ້ອງອາຫານທີ່ບໍ່ແອອັດ, ຮັບປະກັນຫຼັກການອະນາໄມ, ບໍ່ໃຫ້ໃຊ້ເຄື່ອງຮ່ວມກັນ ແລະ ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ມີສະຖານທີ່ແຍກປ່ຽວສໍາລັບກໍລະນີສົງໄສພະຍາດ ໂຄວິດ – 19.

3 ມີນ້ຳດື່ມ, ນ້ຳໃຊ້ທີ່ສະອາດ, ມີຜ້າອັດປາກ – ດັງ, ບ່ອນລ້າງມື, ສະບູ ແລະ ເຈລລ້າງມືໃຫ້ພະນັກງານ, ກໍາມະກອນຢ່າງພຽງພໍ ແລະ ໃຫ້ຖືກຕາມຫຼັກການອະນາໄມ.

4 ມີເຈົ້າໜ້າທີ່ຮັກສາເວນຍາມ ແລະ ມີການກວດກາພະນັກງານ, ກໍາມະກອນທີ່ເຂົ້າ – ອອກຢ່າງເຂັ້ມງວດ.

5 ມີໜ່ວຍງານອະນາໄມ ແລະ ມີກະຕ່າຂີ້ເຫຍື້ອແບບມີຝາປິດ ຢູ່ແຕ່ລະຈຸດເພື່ອບັນຈຸຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ.

6 ມີການອໍານວຍຄວາມສະດວກໃຫ້ແກ່ທີມແພດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າໄປຕິດຕາມກວດກາ ຫຼື ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດ ໂຄວິດ – 19 ເປັນແຕ່ລະໄລຍະ ສໍາລັບໂຄງການ, ບໍລິສັດ ແລະ ໂຮງງານຕ່າງໆ.

ມາດຕະການທີ່ຕ້ອງປະຕິບັດສໍາລັບພາກທຸລະກິດທີ່ຈະດໍາເນີນກິດຈະການ ມີຄື:

1 ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈລລ້າງມືໃຫ້ພະນັກງານ, ກໍາມະກອນຢູ່ທາງເຂົ້າ – ອອກບ່ອນເຮັດວຽກ, ຫໍພັກ ແລະ ຫ້ອງອາຫານຕອນເຊົ້າ – ແລງໃນແຕ່ລະວັນ ແລະ ຖ້າພົບເຫັນຜູ້ມີອາການໄຂ້ ( ອຸນຫະພູມສູງ ກວ່າ 37,5 ອົງສາ ) ຫຼື ໄອ ຫຼື ຫາຍໃຈຍາກແມ່ນໃຫ້ບັນທຶກໄວ້ ແລະ ຕ້ອງໄດ້ສົ່ງເຂົ້າຫ້ອງແຍກປ່ຽວຂອງໂຄງການ, ບໍລິສັດ ແລະ ໂຮງງານທີ່ຈັດໄວ້ຢ່າງຮີບດ່ວນ ແລ້ວໂທປຶກສາສາຍດ່ວນ 166, 165 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ.

2 ຕ້ອງມີຜ້າອັດປາກ – ດັງສະໜອງໃຫ້ພະນັກງານ – ກໍາມະກອນທຸກຄົນໃສ່ຕະຫຼອດໄລຍະເວລາເຮັດວຽກ ແລະ ເວລາຢູ່ຮ່ວມກັນໃນສະຖານທີ່ໃດໜຶ່ງ ແລະ ມີສະຖານທີ່ສະດວກສໍາລັບລ້າງມືໃສ່ສະບູ ຫຼື ເຈລລ້າງມື.

3 ຕ້ອງມີການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ ສໍາລັບພະນັກງານ, ກໍາມະກອນ, ຫ້າມດໍາເນີນກິດຈະກໍາທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້ ເຊັ່ນ: ກີລາ, ງານລ້ຽງ ລວມທັງການຊຸມນຸມຕ່າງໆ.

4 ຕ້ອງມີມາດຕະການກວດກາຄົນຂັບລົດຂົນສົ່ງສິນຄ້າ ຫຼື ຜູ້ມາພົວພັນວຽກຈາກພາຍນອກຢ່າງເຄັ່ງຄັດ ຕາມມາດຕະການທີ່ວາງອອກຄືກັນກັບພະນັກງານ, ກໍາມະກອນຂອງຕົນ.

5 ຕ້ອງອະນາໄມສະຖານທີ່ເຮັດວຽກຂອງພະນັກງານ, ກໍາມະກອນ, ຫ້ອງອາຫານ, ຫ້ອງນ້ຳ, ບ່ອນພັກ ແລະ ສ້າງບ່ອນທີ່ຮັບ – ສົ່ງສິນຄ້າພາຍຫຼັງສິ້ນສຸດກິດຈະກໍາທຸກໆມື້ ສໍາລັບໂຄງການ, ບໍລິສັດ ແລະ ໂຮງງານ.

ການຈັດຕັ້ງປະຕິບັດ:

1 ບັນດາໂຄງການ, ບໍລິສັດ ແລະ ໂຮງງານຂະໜາດໃຫຍ່ທີ່ມີແຮງງານຈໍານວນຫຼວງຫຼາຍ ຕາມທີ່ລະບຸໃນແຈ້ງການ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ຕ້ອງເປັນເຈົ້າການໃນການສ້າງແຜນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ – 19 ຂອງຕົນໃຫ້ຖືກຕ້ອງຕາມ 6 ເງື່ອນໄຂ ແລະ 5 ມາດຕະການທີ່ກ່າວມາຂ້າງເທິງນັ້ນຢ່າງເຂັ້ມງວດ, ຖ້າເຫັນວ່າສາມາດຮັບປະກັນໄດ້ວ່າຈະບໍ່ມີຄວາມສ່ຽງໃນການຕິດເຊື້ອ ແມ່ນລາຍງານຂໍອະນຸຍາດດໍາເນີນກິດຈະການຈາກຂະແໜງການກ່ຽວຂ້ອງທີ່ຮັບຜິດຊອບຄຸ້ມຄອງຕາມພາລະບົດບາດ, ສ່ວນໂຄງການ, ບໍລິສັດ ແລະ ໂຮງງານຂະໜາດກາງ ແລະ ຂະໜາດນ້ອຍທີ່ຂຶ້ນກັບການຄຸ້ມຄອງຂອງທ້ອງຖິ່ນ ກໍໃຫ້ເປັນເຈົ້າການສ້າງແຜນປ້ອງກັນ ແລະ ຄວບຄຸມດ້ວຍຕົນເອງຕາມເງື່ອນໄຂ ແລະ ມາດຕະການຕາມຄໍາແນະນໍາຂອງຄະນະສະເພາະກິດ, ແລ້ວສະເໜີໃຫ້ອົງການປົກຄອງທ້ອງຖິ່ນເປັນຜູ້ກວດກາ ແລະ ພິຈາລະນາອະນຸຍາດ.

ໃນການອະນຸຍາດນັ້ນແມ່ນໃຫ້ລະບຸໄວ້ຊັດເຈນວ່າ ກໍລະນີຜູ້ປະກອບການໃດບໍ່ປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ກ່າວມາ ເຮັດໃຫ້ເກີດມີການຕິດເຊື້ອພາຍໃນໂຄງການ, ບໍລິສັດ ແລະ ໂຮງງານຂອງຕົນ ແມ່ນຕ້ອງຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນທັງໝົດ, ຖ້າຫາກມີກໍລະນີຈໍາເປັນທັງສອງຄະນະສະເພາະກິດຂັ້ນສູນງກາງ ສາມາດແຕ່ງຕັ້ງຄະນະວິຊາການລົງກວດກາ ແລະ ຕິດຕາມສະເພາະຕື່ມອີກ.

2 ຖ້າຫາກໂຄງການ, ບໍລິສັດ ແລະ ໂຮງງານໃດບໍ່ເປັນເຈົ້າໃນການປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ໄດ້ກໍານົດໄວ້ແມ່ນຈະຖືກຕັກເຕືອນ, ຖ້າບໍ່ມີການແກ້ໄຂຢ່າງຮີບດ່ວນແມ່ນຈະຖືກສັ່ງໂຈະ ຫຼື ປັບໃໝ ແລະ ດໍາເນີນການຕາມລະບຽບກົດໝາຍຂອງ ສປປ ລາວ.

3 ຄໍາແນະນໍາສະບັບນີ້ປ່ຽນແທນຄໍາແນະນໍາສະບັບເລກທີ 031/ສພກ ລົງວັນທີ 21 ເມສາ 2020 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ.

ຂ່າວ: ສົມລົດ