ດ່ານພາສີສາກົນພູເກືອ ຈະສຸມໃສ່ເກັບລາຍຮັບໃຫ້ບັນລຸແຜນການ

83

ປີ 2019 ຜ່ານມາ ດ່ານພາສີສາກົນພູເກືອ ເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 23,91 ຕື້ກວ່າກີບ ທຽບໃສ່ແຜນການປີ ເທົ່າກັບ 74,74%, ສໍາລັບແຜນປີ 2020 ໄດ້ຮັບຕົວເລກທັງໝົດ 35,5 ຕື້ກວ່າກີບ.

ທ່ານ ເຄນໄຊ ທອງພຸດ ຫົວໜ້າດ່ານພາສີສາກົນພູເກືອ ແຂວງອັດຕະປື ໃຫ້ຮູ້ວ່າ: ປີ 2019 ຜ່ານມາດ່ານພາສີສາກົນພູເກືອ ເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 23,91 ຕື້ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 74,74%, ລາຍຮັບສ່ວນໃຫຍ່ໄດ້ຈາກຄ່າຊັກພິເສດສົ່ງອອກ, ພາສີຂາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ, ພາຫະນະ, ຊິ້ນສ່ວນອາໄຫຼ່ຕ່າງໆ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ, ປະເພດສິນຄ້າອື່ນໆ ແລະ ຄ່າທໍານຽມຕ່າງໆ.

ສໍາລັບແຜນການຈັດເກັບລາຍຮັບປີ 2020 ໄດ້ຮັບຕົວເລກທັງໝົດ 35,5 ຕື້ກວ່າກີບ. ສະນັ້ນ, ເພື່ອໃຫ້ ລາຍຮັບບັນລຸຕາມລະດັບຄາດໝາຍໄດ້ວາງຫຼາຍມາດຕະການ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ອ້າຍນ້ອງພະນັກງານ – ເຈົ້າໜ້າທີ່ພາສີເປັນຫຼັກ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານຕາມຕົວເລກແຜນການທີ່ຂັ້ນເທິງມອບໝາຍ, ເຂັ້ມງວດກວດກາສິນຄ້າ – ເຄື່ອງຂອງສົ່ງອອກ – ນໍາເຂົ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເນັ້ນການບໍລິການໃຫ້ມີຄວາມສະດວກວ່ອງໄວ, ຫັນເປັນທັນສະໄໝ, ໂປ່ງໃສ, ສາມາດກວດສອບໄດ້, ປຸກລະດົມຂົນຂວຍຜູ້ປະກອບການໃຫ້ມາເຄື່ອນໄຫວໃນການນໍາເຂົ້າ – ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານພາສີສາກົນພູເກືອ ຢ່າງເປັນປົກກະຕິ.

ຄຽງຄູ່ກັນນັ້ນ, ກໍຕ້ອງຮັບປະກັນ ຄວາມຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ນໍາໃຊ້ລາຄາຕົວຈິງເພື່ອເປັນພື້ນຖານໃນການຄິດໄລ່ຈັດເກັບພາສີ – ອາກອນ ຈາກການນໍາເຂົ້າສິນຄ້າເຄື່ອງຂອງທຸກປະເພດ; ເພີ່ມທະວີການຄຸ້ມຄອງກວດກາການນໍາເຂົ້າວັດຖຸ – ອຸປະກອນ, ນໍ້າມັນເຊື້ອໄຟ, ພາຫະນະນໍາເຂົ້າ ໂດຍຮູບການຍົກເວັ້ນຂອງໂຄງການລົງທຶນເພື່ອໃຫ້ນໍາໃຊ້ຖືກເປົ້າໝາຍ; ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາສົ່ງອອກໄມ້, ແຮ່ທາດ ແລະ ຊັບພະຍາກອນທໍາມະຊາດ; ເພີ່ມທະວີວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີພາຍໃນດ່ານ – ນອກດ່ານ ລວມທັງຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ ແລະ ອື່ນໆ.

ແນວໃດກໍຕາມ, ເຖິງແມ່ນວ່າຄະນະດ່ານພາສີສາກົນພູເກືອ ໄດ້ມີມາດຕະການໃນການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2020, ແຕ່ຍັງສິ່ງທ້າຍທ້າຍໂດຍສະເພາະສໍາລັບການລະບາດຂອງພະຍາດໂຄວິດ – 19 ຄາດຄະເນໝົດປີ ດ່ານພາສີສາກົນພູເກືອ ອາດເກັບລາຍຮັບບໍ່ບັນລຸຕາມລະດັບຄາດໝາຍ ເນື່ອງຈາກດ່ານພາສີສາກົນພູເກືອ ຕິດພັນກັບ ສສ ຫວຽດນາມ ເຮັດໃຫ້ການເຂົ້າ – ອອກຂອງຜູ້ໂດຍສານ ແລະ ຜູ້ປະກອບບການສົ່ງອອກ – ນໍາເຂົ້າຫຼຸດລົງ ແລະ ອື່ນໆ.

ເນື້ອໃນ: ອາພັດສະລາ, ຂ່າວ: ສົມສະຫວິນ