ຍາກຫຍັງຖ້າບໍ່ມີພື້ນທີ່ ສາ​ມາດປູກຫົວສີໄຄໃນກະຕ່າ​ກໍ​ໄດ້

95

ສຳລັບໃຜທີ່ມີດິນເຮືອນກວ້າງຂວາງ ຄົງມີສະຖານທີ່ໄວ້ເຮັດຫຼາຍໆຢ່າງ ຫຼື ປູກພືດຜັກ ຕົ້ນໄມ້ໄດ້ຢ່າງບໍ່ຕ້ອງກັງວົນ ແຕ່ສຳລັບຄົນທີ່ບໍ່ມີພື້ນທີ່ ຫຼື ພື້ນດິນຈະປູກຫຍັງກໍຄົງຈະຍາກ ແລະ ລຳບາກ ສະນັ້ນມື້ນີ້ມາແນະນຳວິທີປູກຫົວສີໄຄໃນກະຕ່າ ຫຼື ເຄັ້ງ

ຫົວສີໄຄມີປະໂຫຍດຫຼາຍຢ່າງ ແລະ ເວລາແຕ່ງກິນກໍນຳມາປະກອບປຸງແຕ່ງອາຫານໄດ້ຫຼາກຫຼາຍເມນູ ເຊັ່ນ: ເອືອບໃສ່ກັບປີ້ງ, ໝົກ, ແກງ, ຕົ້ມ ແຖມໃບຂອງມັນສາມາດໄລ່ຍຸງໄດ້, ປະສົມກັບສະບູ, ເຄື່ອງສຳອາງ …

ປະຢັດລາຍຈ່າຍອີກເພາະບາງຊ່ວງຫົວສີໄຄກໍລາຄາສູງຢູ່

ຂັ້ນຕອນຕາມນີ້

1 ນຳຕົ້ນຫົວສີໄຄທີ່ຈະປູກມາ 3 ຕົ້ນ ຈຳນວນນີ້ເໝາະແກ່ການປູກໜຶ່ງກະຕ່າ (ຕາມຄວາມເໝາະສົມຂອງຂະໜາດ),

ຈາກນັ້ນ ກໍຊອຍຈາກຮາກປະມານ 5 ຊັງຕີເມັດ

2 ໃຊ້ໄມ້ຈິ້ມແຂ້ວຫັກເຄິ່ງສຽບເຂົ້າໄປບໍລິເວນເຄິ່ງກາງສ່ວນຂອງຮາກຫົວສີໄຄ ແລ້ວນຳໄປແຊ່ໃນນ້ຳສະອາດຖິ້ມໄວ້ປະມານ 1 ອາທິດ.

ຫຼັງຈາກນັ້ນ ຮາກຂອງມັນກໍຈະອອກ ພ້ອມທີ່ຈະປູກລົງດິນແລ້ວ.

3 ເຮົາກໍກຽມດິນທີ່ປະກອບມີຝຸ່ນທຳມະຊາດທີ່ເຮົາມີແກບ ໃບໄມ້ແຫ້ງຈຳນວນໜຶ່ງມາໃສ່ໄວ້ດິນ ແລະ ກໍຄົນໃຫ້ທົ່ວ

4 ຂຸດເປັນຮູ ແລ້ວນຳຕົ້ນຫົວສີໄຄມາປູກໄດ້ເລີຍ

5 ຖ້າມີແກບກໍເອົາແກບມາຄົນໃຫ້ທົ່ວ ເພາະມັນຈະເກັບຄວາມຊຸ່ມໄດ້ດີ ຫຼັງຈາກນັ້ນກໍຫົດນ້ຳໃຫ້ຊຸ່ມເອົາປະໄວ້ບ່ອນຮົ່ມ ຫົດນ້ຳເຊົ້າແລງ

.

ປະມານ 2 ອາທິດ ມັນກໍຈະມີໃບຂຶ້ນມາ, ແຕກແໜງອອກເລື້ອຍໆ ຈາກນັ້ນເຮົາກໍມີຫົວສີໄຄໄວ້ກິນໃນເຮືອນແລ້ວ

ຈາກ: ช่องยูทูปกิ่งก้านใบ