ຂ່າວດີ 29 ມື້ລຽນຕິດ! 11 ພຶດສະພາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ພ້ອມປິ່ນປົວຄົນເຈັບຫາຍດີອອກໂຮງໝໍແລ້ວ 13ຄົນ

71

ນັບເປັນເວວາ 29 ມື້ຕິດຕໍ່ກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມລວມຍັງຄົງທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍທັງໝົດ 13 ຄົນ, ຂະນະດຽວກັນຍັງສືບຕໍ່ປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍຕໍ່ອີກ 6ຄົນ.​

ໃນວັນທີ 11 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19​ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ຜົນການກວດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ 360 ຄົນ ໃນວັນທີ 10 ພຶດສະພາ 2020 ເຊິ່ງຜົນກວດທັງໝົດ 360 ຄົນ ແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນ 29 ມື້ຕິດຕໍ່ກັນແລ້ວທີ່ລາວເຮົາ ບໍ່ມີຜູ້ຕິດເຊື້ອໃໝ່.​

ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ສະສົມລວມມີທັງໝົດ 19 ຄົນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 13 ຄົນ ແລະ ກຳລັງປິ່ນປົວຕິດຕາມອາການຢູ່ໂຮງໝໍຕໍ່ອີກ 6 ຄົນ.