ພາຍຸລະດູຮ້ອນຖະຫຼົ່ມເມືອງຫາດຊາຍຟອງ ເສຍຫາຍເກືອບ 1ຕື້ກີບ

87

ປັດຈຸບັນ ພາຍຸລະດູຮ້ອນກໍາລັງສ້າງຄວາມເດືອດຮ້ອນໃຫ້ພໍ່ແມ່ປະຊາຊົນລາວ ໃນທົ່ວປະເທດຢ່າງໜັກໜ່ວງ ບໍ່ວ່າຈະເປັນການສູນເສຍທັງຊັບສິນ ຫຼື ຊີວິດທີ່ປະເມີນຄ່າບໍ່ໄດ້ ເວົ້າລວມ ເວົ້າສະເພາະໃນນະຄອນຫຼວງວຽງຈັນ ຢູ່ເຂດເມືອງຫາດຊາຍຟອງ ກໍ່ໄດ້ຮັບຜົນກະທົບໜັກເຊັ່ນດຽວກັນ ໂດຍສະເພາະແມ່ນໄຟຟ້າທີ່ເສຍຫາຍເຖິງ 960 ລ້ານກວ່າກີບ.

ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2020, ທ່ານ ຄໍາມະນີ ອິນທະລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຄໍາປະເສີດ ເທບປັນຍາ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປຕິດຕາມເບິ່ງສະພາບຄວາມເສຍຫາຍຂອງລະບົບຈໍາໜ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານໃນຕອນແລງຂອງວັນທີ 7 ພຶດສະພາ 2020 ຢູ່ທີ່ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ.

ຜົນເສຍຫາຍໃນຄັ້ງນີ້ໄດ້ເຮັດໃຫ້ຫຼາຍບ້ານທີ່ຂຶ້ນກັບເມືອງຫາດຊາຍຟອງບໍ່ມີກະແສໄຟຟ້າໃຊ້ເປັນບໍລິເວນກວ້າງ ລະບົບຕາຂ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ໄດ້ຮັບຄວາມເສຍຫາຍ ເປັນຕົ້ນ: ເສົາໄຟ 14 ແມັດ ຫັກ 12 ຕົ້ນ, ເສົາໄຟ 12 ແມັດ ຫັກ 4 ຕົ້ນ, ເສົາໄຟ 8 ແມັດ ຫັກ 7 ຕົ້ນ, ໝໍ້ແປງ 2 ໜ່ວຍ, ຄອນສາຍ 38 ຊຸດ, ເຫັກຄໍ້າຄອນສາຍ 70 ຊຸດ, ສາຍໄຟໃຊ້ບໍ່ໄດ້, ດອກກັນໄຟແຕກ ແລະ ອຸປະກອນອື່ນໆ ໄດ້ຮັບຄວາມເສຍຫາຍ ລວມມູນຄ່າ 960 ລ້ານ ກວ່າກີບ.

ຫຼັງຈາກນັ້ນ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງຈະໄດ້ເດີນທາງໄປເບິ່ງຄວາມເສຍຫາຍ ຂອງລະບົບຈໍາໜ່າຍໄຟຟ້າລາວ ສາຂາເມືອງປາກງື່ມ ເຊີ່ງເປັນເມືອງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ ເປັນຕົ້ນແມ່ນລະບົບຈໍາໜ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 36 ລ້ານ ກີບ.

ຂໍ້ມູນຈາກ: ລັດວິສາຫະກິດໄຟຟ້າລາວ