ຍັງມີມາໃຫ້ເຫັນຢູ່ຢ່າງຕໍ່ເນື່ອງສໍາລັບນໍ້າໃຈການມີສ່ວນຮ່ວມຊ່ວຍເຫຼືອລັດຖະບານຕໍ່ສູ້ກັບພະຍາດໂຄວິດ-19, ເຊິ່ງມີທັງການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ, ມີທັງເຄື່ອງຊ່ວຍເຫຼືອທີ່ເປັນວັດຖຸອຸປະກອນ ແລະ ເປັນເງິນ ເຊິ່ງທັງໝົດນີ້ກໍ່ເພື່ຶອຊຸກຍູ້ທຸກພາກສ່ວນທີ່ກໍາລັງປະຕິບັດໜ້າທີ່ຢູ່.
ຫຼ້າສຸດ, ໃນຕອນບ່າຍວັນທີ 11 ພຶດສະພາ 2020 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ບໍລິສັດຢາສູບລາວ ຈຳກັດ ໄດ້ມອບເຄື່ອງຊ່ວຍເຫຼືອເພື່ອປ້ອງກັນພະຍາດໂຄວິດ-19 ມູນຄ່າ 100.000.000 ກີບ ໃຫ້ກະຊວງ ອຄ, ໂດຍເຄື່ອງທີ່ນໍາມອບໃຫ້ໃນຄັ້ງນີ້ປະກອບມີ ສະບູຂ້າເຊື້ອ ແລະ ສະເປຂ້າເຊື້ອ ທີ່ມີຄວາມເຂັ້ມຂຸ້ນຂອງແອວກໍຮໍ 70% ເຊິ່ງຕາງໜ້າບໍລິສັດຢາສູບມອບໂດຍ ທ່ານ ນາງ ຄາເລັນ ເຊີນ ຫົວໜ້າຝ່າຍການເງິນ, ບໍລິສັດຢາສູບລາວ ຈຳກັດ ແລະ ຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ພ້ອມດ້ວຍພະນັກງານທັງ 2 ຝ່າຍເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ນາງ ເຂັມມະນີ ພົນເສນາ ກໍ່ໄດ້ກ່າວຂອບໃຈ ພ້ອມມອບໃບຍ້ອງຍໍ ໃຫ້ບໍລິສັດຢາສູບ ທີ່ສະໜັບສະໜູນເຄື່ອງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກະຊວງໄດ້ນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.