ອຸຕຸເຕືອນ! ມື້ນີ້ 11 ພຶດສະພາ ພາຍຸລະດູຮ້ອນຈະເຂົ້າມາອີກຮອບ

404

ໃນໄລຍະນີ້ ຫຼາຍເຂດໃນທົ່ວປະເທດໄດ້ປະເຊີນກັບລົມພາຍຸລະດູຮ້ອນອັນຮ້າຍທີ່ສ້າງຄວາມສູນເສຍທັງຊັບສິນ ແລະ ຊີວິດຂອງປະຊາຊົນຈໍານວນບໍ່ໜ້ອຍ ແລະ ຫຼ້າສຸດ ມື້ນີ້ ວັນທີ 11 ພຶດສະພາ 2020 ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນອີກຄັ້ງ ໃຫ້ປະຊາຊົນບັນດາເຜົ່າເຝົ້າລະວັງລົມພາຍຸອັນຮ້າຍແຮງທີ່ຈະເກີດຂຶ້ນອີກ ໃນມື້ນີ້.

ກົມອຸຕຸນະຍົມ ແລະ ອຸທົກກະສາດ ເປີດເຜີຍວ່າ: ແຈ້ງເຕືອນ ພາຍຸລະດູຮ້ອນ ປະຈຳວັນທີ 11 ພຶດສະພາ 2020, ເນື່ອງຈາກສອງຂະບວນລົມ ຈາກທິດຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ໄດ້ພັດເຂົ້າມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກຳລັງປານກາງ, ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າຫລາຍ ຢູ່ແຂວງພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມຈະມີໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງ ທີ່ອາດຈະເກີດຂື້ນ, ເຊິ່ງເຮັດໃຫ້ມີຕົ້ນໄມ້ໃຫຍ່, ເສົາໄຟ້ຟ້າ, ປ້າຍໂຄສະນາ ແລະ ສິ່ງທີ່ປຸກສ້າງບໍ່ໄດ້ມາດຕະຖານຫັກລົ້ມ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

ພ້ອມດຽວກັນນັ້ນກໍ່ໄດ້ຄາດຄະເນສະພາບອາກາດໃນແຕ່ລະເຂດໄວ້ດັ່ງລຸ່ມນີ້

ແຂວງພາກກາງ

ແຂວງພາກໃຕ້

ແຂວງພາກເໜືອດ້ານຕາເວັນຕົກ

ແຂວງພາກເໜືອດ້ານຕາເວັນອອກ