ຊາວກະສິກອນຕື່ນຕົວ ເລື່ອງປາກທ້ອງ ຮ່ວມສ້າງ​ຂະ​ບວນ​ອະ​ນາ​ໄມ ແລະ ສ້ອມ​ແປງ​ຄອງ​ເໝືອງ

170

ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການຜະລິດໃນລະດູຝົນທີ່ຈະມາເຖິງນີ້, ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2020 ຜ່ານມາ, ທ່ານ ທອງໄຫຼ ວິໄລພອນ ຮອງເຈົ້າເມືອງໆວິ​ລະ​ບູ​ລີ ແຂວງສະຫວັນນະເຂດ, ທ່ານ ຄໍາໃບ ໄຊຍະລິນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມຄະນະ ໄດ້ລົງໄປຊີ້ນໍາ-ນໍາພາ ອໍານາດການປົກຄອງບ້ານ ແລະ ປະຊາຊົນໃນ 3 ບ້ານຄື: ບ້ານທາດ, ບ້ານນາເຕີ້ ແລະ ບ້ານນາຍົມ ພ້ອມກັນເຮັດອະນາໄມ ແລະ ສ້ອມແປງຄອງເໝືອງ ຊົນລະປະທານນາເຕີ້ ໂດຍມີ ແຮງງານທັງໝົດ 143 ຄົນ, ຍິງ 22 ຄົນ.

ເຊິ່ງການສ້າງຂະບວນອະນາໄມໃນຄັ້ງນີ້, ແມ່ນນໍາໃຊ້ແຮງງານຂອງປະຊາຊົນເປັນສ່ວນໃຫຍ່ ໂດຍນໍາໃຊ້ອຸປະກອນເຊັ່ນ: ຈັກ ສະຕິນ, ຈົກ, ຊວ້ານ, ສຽມ, ພ້າ ສໍາລັບໜ້າວຽກແມ່ນຕັດຮື້ໄມ້ ທີ່ຕັນຢູ່ບ່ອນຈຸດທີ່ນໍ້າຮົ່ວອອກ ຢູ່ຄັນຄູແລ້ວເອົາຜ້າບັດປູເອົາ ແລ້ວເອົາດິນໃສ່ກະສອບມາຕັນຈຸດທີ່ຮົ່ວ, ຖາງຫຍ້າ, ຮື້ໄມ້ອອກ ຕາມຄອງເໝືອງບາງຈຸດ ແລະ ອື່ນໆ ທັງນີ້ກໍ່ເພື່ອເຮັດໃຫ້ນໍ້າ ໄຫຼໄປຕາມຄອງໄດ້ສະດວກ ຂຶ້ນ ແລະ ເພື່ອບໍ່ໃຫ້ນໍ້າບົກແຫ້ງ ທັງຮັບປະກັນມີນໍ້າຢ່າງພຽງພໍໃນການຜະລິດທັງລະດູແລ້ງ ແລະລະດູຝົນ.

ເຊິ່ງຄອງເໝືອງຊົນລະປະທານດັ່ງກ່າວນີ້ ມີຄວາມຍາວທັງໝົດເກືອບ 12 ກິໂລແມັດ, ສາມາດສະໜອງນໍ້າໃຫ້ເນື້ອທີ່ນາປີໄດ້ 500 ກວ່າ ເຮັກຕາ ແລະ ນາແຊງໄດ້ 100 ກວ່າເຮັກຕາ. ປະຈຸບັນ, ປະຊາຊົນທີ່ມີພື້ນທີ່ໃກ້ກັບຄອງເໝືອງນາເຕີ້ ແມ່ນໄດ້ລົງມືຕົກກ້າໄດ້ແລ້ວເປັນສ່ວນໃຫຍ່.ຈາກນັ້ນ, ທ່ານຮອງເຈົ້າເມືອງ ພ້ອມຄະນະກໍ່ໄດ້ເລາະເບິ່ງຄອງເໝືອງໃນຈຸດທີ່ ເປ່ເພ ເພື່ອພ້ອມກັນວາງແຜນ ສ້ອມແປງໃນຕໍ່ໜ້າ.

ຈາກ: ສະຫວັນພັດທະນາຂ່າວ