ແຮງານລາວ ທີ່ຕົກຄ້າງຢູ່ດ່ານໜອງຄາຍ 349 ຄົນ ໄດ້ກັບຄືນປະເທດແລ້ວ

205

ອີງຕາມການລາຍງານຈາກ ເພສຂ່າວຈາກປະເທດໄທ ໃຫ້ຮູ້ວ່າ ຕອນເຊົ້າວັນທີ 7 ພຶດສະພາ 2020 ເວລາ 9:00 ບໍລິເວນຂ້າງເສັ້ນທາງ ແລະ ລານອາຄານການຄ້າ ຂົວມິດຕະພາບລາວ-ໄທ ຈັງຫວັດໜອງຄາຍ ເຈົ້າໜ້າທີ່ສາທາລະນາສຸກ ຈັງຫວັດໜອງຄາຍ ໄດ້ຮ່ວມກັນກວດຄັດກອງ ແລະ ເຮັດບັນທຶກປະຫວັດແຮງງານລາວ ຈຳນວນ 250 ຄົນ ທີ່ລໍຖ້າຂ້າມແດນກັບປະເທດ.

ພໍມາຮອດວັນທີ 09 ພຶດສະພາ 2020, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ປະຈຳດ່ານສາກົນ ຂົວມິດຕະພາບລາວ-ໄທ 1 ແມ່ນຈຶ່ງໄດ້ສືບຕໍ່ຮັບເອົາບັນດາແຮງງານລາວ ທີ່ເດີນທາງກັບຄືນເຂົ້າມາປະເທດ ລວມມີ 349 ຄົນ, ຍິງ 177 ຄົນ; ໃນນີ້ ເຈົ້າໜ້າທີ່ໄດ້ນໍາສົ່ງເຂົ້າສູນກັ່ນຕອງ ທີ່ສະໜາມຍິງປືນກອງທັບ ຫຼັກ 27 ເພື່ອໄຈ້ແຍກກໍລະນີສົງໄສຕິດເຊື້ອໂຄວິດ-19.

ໃນກໍລະນີສົງໄສແມ່ນຈະໄດ້ນຳສົ່ງໄປໂຮງໝໍທັນທີ, ແຕ່ຖ້າບໍ່ມີອາການຫຍັງ ສຳລັບຄົນຕ່າງແຂວງແມ່ນຈະໄດ້ມອບໃຫ້ຄະນະສະເພາະກິດ ຂອງແຕ່ລະແຂວງນຳຕົວໄປສູນກັກກັນຂອງແຂວງ ເພື່ອສືບຕໍ່ຕິດຕາມອາການ ເປັນໄລຍະເວລາ 14 ວັນ, ຖ້າບໍ່ມີອາການຫຍັງ ຈຶ່ງຈະໃຫ້ກັບເມືອບ້ານ ແລ້ວໄປຕິດຕາມອາການຂອງຕົນຕື່ມອີກ 14 ວັນ.

ເພື່ອເຮັດໃຫ້ທຸກຄົນທີ່ເຂົ້າມາໃນປະເທດລາວເຮົາ ມີຄວາມປອດໄພ ບໍ່ຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ເພີ່ມ ແລະ ເພື່ອເປັນການກັນບໍ່ໃຫ້ພະຍາດມີການແຜ່ຂະຫຍາຍອອກໄປວົງກວ້າງ.

ເຊິ່ງແຮງງານເຫຼົ່ານີ້ແມ່ນໄດ້ທະຍອຍກັນມາລໍຖ້າຂ້າມດ່ານເມື່ອລັດຖະບານເປີດດ່ານເປັນປົກກະຕິ ຈຳນວນໜຶ່ງກໍ່ມາຖ້າຫຼາຍມື້ ແລະ ອີກຈຳນວນໜຶ່ງກໍ່ໄດ້ທະຍອຍກັນມາຕາມຫຼັງ ເນື່ອງຈາກແຮງງານດັ່ງກ່າວນັ້ນ ຈຳນວນໜຶ່ງແມ່ນໄດ້ໝົດສັນຍາຈ້າງກັບຜູ້ຈ້າງງານ, ຈຳນວນໜຶ່ງແມ່ນຕົກງານຍ້ອນບັນດາໂຮງຈັກໂຮງງານ ຫຼື ຫົວໜ່ວຍທຸລະກິດ ຢູ່ປະເທດໄທໄດ້ຮັບຜົນກະທົບຈາກໂຄວິດອັນເຮັດໃຫ້ບໍ່ສາມາດດກຳເນີນກິດຈະການຕໍ່ໄດ້ໄດ້ ອັນຈຳເປັນຕ້ອງໄດ້ຍົກເລີກການຈ້າງງານ ແລະ ຖ້າແຮງງານລາວເຫຼົ່ານີ້ຈະຢູ່ລໍຖ້າຈົນກວ່າຫົວໜ່ວຍທຸລະກິດໄທຈະກັບມາເປີດໃຫ້ບໍລິການອີກຄັ້ງກໍ່ບໍ່ໄດ້ເພາະຕ້ອງເສຍຄ່າໃຊ້ຈ່າຍໃນການຢູ່, ການກິນ ແລະ ອື່ນໆອີກ ດັ່ງນັ້ນຈຶ່ງຂໍເລືອກທີ່ຈະກັບມາບ້ານກ່ອນ.

ຂໍ້ມູນ: ປກສ ນະຄອນຫຼວງວຽງຈັນ ແລະ ທີ່ມາຈາກເພຈ: ອີຈັນ.