ຈີນພົບຜູ້ຕິດເຊື້ອ ໂຄວິດ-19 ເພິ່ມອີກ 17 ຄົນ ຂະນະທີ່ເມືອງອູ໋ຮັນ ຍັງພົບຜູ້ປ່ວຍໃໝ່ອີກ

77

ຈີນກວດພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມອີກ 17 ຄົນ ເປັນສະຖິຕິສູງສຸດຕັ້ງແຕ່ທ້າຍເດືອນເມສາ ຜ່ານມາ ຂະນະທີ່ ເມືອງອູ໋ຮັນ ທີ່ເປັນສູນກາງການແຜ່ລະບາດ ເມື່ອທ້າຍປີ ຜ່ານມາ ກໍ່ກັບມາກວດພົບຜູ້ປ່ວຍໃໝ່ອີກຄັ້ງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນຈັນ ທີ 11 ພຶດສະພາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ເມື່ອວັນຈັນ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ປິ່ນປົວເຊົາດີແລ້ວ 78.144 ຫຼັງຈາກແພດໄດ້ອະນຸຍາດໃຫ້ຜູ້ປ່ວຍ 24 ຄົນ ອອກຈາກໂຮງໝໍ ເມື່ອວັນອາທິດ ຜ່ານມາ ເຮັດໃຫ້ຜູ້ປ່ວຍໃນລະບົບຍັງເຫຼືອ 141 ຄົນ ໃນນັ້ນ 9 ຄົນ ອາການຍັງວິກິດ.

ຂະນະທີ່ ພາຍໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 17 ຄົນ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 28 ເມສາ ແລະ ເຮັດໃຫ້ສະຖິຕິຜູ້ປ່ວຍເພິ່ມຂຶ້ນ 82.918 ຄົນ ໂດຍຜູ້ປ່ວຍກຸ່ມຫຼ້າສຸດ ແບ່ງເປັນຜູ້ເດີນທາງມາຈາກຕ່າງປະເທດ 7 ຄົນ ທັງໝົດກວດພົບຢູ່ເຂດປົກຄອງຕົນເອງມອງໂກເລຍໃນ ສ່ວນທີ່ເຫຼືອ 10 ຄົນ ແມ່ນຕິດເຊື້ອໃນປະເທດ ໂດຍ 5 ຄົນ ອາໄສຢູ່ເມືອງອູ໋ຮັນ ຖືເປັນການກວດພົບຜູ້ປ່ວຍລາຍວັນຫຼາຍທີ່ສຸດໃນເມືອງອູ໋ຮັນ ນັບຕັ້ງແຕ່ວັນທີ 11 ມີນາ ຜ່ານມາ.

ນອກຈາກນີ້, ຍັງເປັນວັນທີ 2 ຕິດຕໍ່ກັນດ້ວຍ ທີ່ເມືອງອູ໋ຮັນ ເມືອງເອກຂອງມົນທົນຫູເປີ່ຍ ຢືນຢັນກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ຫຼັງຈາກ ຢັ້ງຢືນພົບຜູ້ຕິດເຊື້ອຄົນທຳອິດໃນຮອບຫຼາຍກວ່າ 1 ເດືອນ ເມື່ອວັນອາທິດ ຜ່ານມາ.

ສ່ວນສະຖານະການຂອງກຸ່ມຜູ້ຕິດເຊື້ອຍັງບໍ່ມີອາການນັ້ນ ຍັງຢູ່ພາຍໃຕ້ການສັງເກດອາການຢ່າງໃກ້ຊິດ 794 ຄົນ ຫຼັງຈາກເມື່ອວັນອາທິດຜ່ານມາ ກວດພົບຜູ້ຕິດເຊື້ອລັກສະນະນີ້ 20 ຄົນ.