ວົງຕິ່ງນ່ອຍໆ ປ່ອຍບົດເພງ “ ສະບາຍດີຫຼວງພະບາງ ” ພຽງ 2 ມື້ ຍອດທະລຸ 2 ແສນວິວ

154

ວົງດົນຕີຕິ່ງນ່ອຍໆ ເປັນວົງດົນຕີທີ່ນຳເອົາດົນຕີສາກົນມາປະສົມປະສານກັບການຫຼິ້ນດົນຕີພື້ນເມືອງລາວເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮູ້ຈັກ ເຊິ່ງປັດຈຸບັນນີ້ໄດ້ປ່ອຍຜົນງານເພງລົງທາງຢູທູບໄດ້ທັງໝົດ 7 ເພງ, ແຕ່ລະເພງແມ່ນໄດ້ຮັບຜົນຕອບຮັບຈາກແຟນເພງຫຼາຍພໍສົມຄວນ ແລະ ຫຼ້າສຸດກໍໄດ້ປ່ອຍບົດເພງ “ ສະບາຍດີຫຼວງພະບາງ ” ຖືວ່າໄດ້ຮັບຜົນຕອບຮັບເປັນຢ່າງດີ ພຽງແຕ່ 2 ມື້ ຍອດວິວທະລຸເຖິງ 2 ແສນວິວ.

ທ້າວ ສົມຫວັງ ໄຊສັກດີ ແລະ ທ້າວ ໄຊຍະວົງ ຕັນດາລາ ຕາງໜ້າວົງຕິ່ງນ່ອຍໆ ໃຫ້ສຳພາດວ່າ: ຈຸດເລີ່ມຕົ້ນການສ້າງເພງ “ ສະບາຍດີຫຼວງພະບາງ ” ສ່ວນໜຶ່ງແມ່ນໄດ້ຮັບແຮງບັນດານໃຈມາຈາກລູກເພຈ໌ຕິ່ງນ່ອຍໆ ເພາະວ່າມີຄົນຂໍເພງນີ້ເຂົ້າມາຫຼາຍ, ອີກຢ່າງໜຶ່ງກໍເປັນເອກະລັກຂອງຫຼວງພະບາງ ແຕ່ງໂດຍ ອາຈານ ອຸ່ນຄຳ ບັນດາສັກ ແລະ ພວກເຮົາໄດ້ນຳມາ ໂຄເວີ ໃນເວີຊັນຂອງພວກເຮົາເອງ.

ຜົນງານພວກເຮົາປ່ອຍວັນທີ 3 ເດືອນພຶດສະພາ 2020 ຜົນຕອບຮັບຂ້ອນຂ້າງດີ ເພາະວ່າພຽງແຕ່ 2 ມື້ ຍອດວິວທະລຸເຖິງ 2 ແສນ, ເນື້ອໃນຫຼັກໆຂອງບົດເພງແມ່ນເວົ້າເຖິງການຖາມໄຖ່ສະບາຍດີ, ອວຍພອນເມືອງຫຼວງພະບາງ ແລະ ເວົ້າເຖິງ ຄວາມອຸດົມຮັ່ງມີຂອງເມືອງຫຼວງພະບາງ ບໍ່ວ່າຈະເປັນທາງດ້ານປະເພນີ ແລະ ວັດທະນະທຳ, ສ່ວນແຮງບັນດານໃຈແມ່ນຢາກສົ່ງເສີມອະນຸຮັກເພງລາວອຳມະຕະ ໃຫ້ຄົນຮຸ່ນຫຼັງໄດ້ຮັບຊົມ ແລະ ຮັບຟັງ. ພ້ອມກັນນັ້ນ, ຍັງເປັນການອະນຸຮັກດົນຕີລາວເດີມໃຫ້ຢູ່ກັບລາວອີກດ້ວຍ.

ສຸດທ້າຍພວກເຮົາວົງດົນຕີຕິ່ງນ່ອຍໆ ຂໍຝາກແຟນເພງຕິດຕາມຮັບຊົມຮັບຟັງຜົນງານເພງພວກເຮົາໄດ້ທາງແຟນເພຈ໌ຕິ່ງນ່ອຍໆ ແລະ ຊ່ອງທາງຢູ່ທູບ Tingnoinoi ແລະ ຂອບໃຈທຸກທ່ານທີ່ຕິດຕາມ ແລະ ຮັບຊົມຜົນງານຂອງພວກເຮົາມາຕະຫຼອດ.

ຂ່າວ: ແກ້ວ; ຮູບຈາກ:  ວົງດົນຕີຕິ່ງນ່ອຍໆ