ວິທີປ້ອງກັນຕົວເອງຈາກພະຍາດໂຄວິດ – 19 ຂອງ ສາວວິນະດາ ພິສາລາດ

249

ການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ຍັງເພີ່ມຂຶ້ນທຸກມື້ໃນທົ່ວໂລກ ສາວວິນະດາ ພິສາລາດ ນາງສາວລາວ ປີ 2019 ໄດ້ມາແນະນຳວິທີຮັກສາສຸຂະພາບ ແລະ ວິທີປ້ອງກັນຕົວເອງບໍ່ໃຫ້ຕິດເຊື້ອພະຍາດ.

ວິນະດາ ພິສາລາດ ນາງສາວລາວ ປະຈໍາປີ 2019 ໃຫ້ສຳພາດວ່າ: ວິທີການຮັກສາສຸຂະພາບຂອງນ້ອງກໍຄືໝັ່ນດື່ມນໍ້າໝາກນາວອຸ່ນໆຕອນເຊົ້າ, ໝັ່ນລ້າງມື ແລະ ຫຼີກລຽງການສໍາຜັດທາງຕາ, ດັງ, ປາກກັບບຸກຄົນອື່ນ; ໄດ້ກັກຕົວເອງຢູ່ເຮືອນບໍ່ອອກໄປນອກເດັດຂາດ ແຕ່ຖ້າຈໍາເປັນແທ້ໆກໍຕ້ອງປ້ອງກັນຕົວເອງ ໂດຍການໃສ່ຜ້າອັດປາກທຸກໆຄັ້ງ ແລະ ຈະບໍ່ໄປຢູ່ໃນບ່ອນສຸ່ມສ່ຽງກໍຄືບ່ອນທີ່ມີຄົນຫຼາຍ ພ້ອມທັງໝັ່ນລ້າງມືດ້ວຍສະບູ ແລະ ພົກເຈລລ້າງມືທີ່ມີສ່ວນປະສົມຂອງທາດເຫຼົ້າຕິດຕົວຕະຫຼອດ.

ນອກຈາກນີ້, ນ້ອງຈະໃຊ້ໂຊຊຽວໃຫ້ເປັນປະໂຫຍດ ຄືນ້ອງໄດ້ໂພສຮູບພາບຜ່ານເຟສບຸ໊ກສ່ວນຕົວ ແລະ ແບ່ງປັນຂໍ້ມູນ – ຂ່າວສານທີ່ເຊື່ອຖືໄດ້ ແລະ ໄດ້ເຮັດຄລິບວິດີໂອກ່ຽວກັບການປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ ແລະ ຍັງໄດ້ເປັນໜຶ່ງກະບອກສຽງໃຫ້ທຸກໆຄົນເປັນກໍາລັງໃຈໃຫ້ບຸກຄະລາກອນກໍຄືແພດໝໍທີ່ໄດ້ເສຍສະຫຼະຕົວເອງໄປສ່ຽງເພື່ອພວກເຮົາທຸກໆຄົນ.

ສຸດທ້າຍນ້ອງຢາກໃຫ້ທຸກຄົນຄຳນຶງນໍາກັນວ່າພະຍາດໂຄວິດ – 19 ເປັນພະຍາດທີ່ຢູ່ໃກ້ຕົວພວກເຮົາ, ຢາກໃຫ້ທຸກຄົນມີສະຕິລະມັດລະວັງຂຶ້ນອີກຕື່ມບໍ່ເອົາຕົວເອງເຂົ້າໄປຢູ່ໃນບ່ອນສຸ່ມສ່ຽງທີ່ມີຄົນຫຼາຍ, ໃສ່ຜ້າອັດປາກທຸກໆຄັ້ງທີ່ມີຄວາມຈໍາເປັນຈະຕ້ອງອອກຈາກເຮືອນ ແລະ ຢາກໃຫ້ທຸກຄົນເສບຂ່າວຢ່າງມີສະຕິ ກວດສອບທີ່ມາຂອງຂ່າວກ່ອນທີ່ຈະແຊຣ໌, ຢຸດແຊຣ໌ ແລະ ສ້າງຂ່າວປອມທີ່ສ້າງຄວາມສັບສົນແກ່ສັງຄົມ.

ພ້ອມນັ້ນ, ຝາກເຖິງທຸກຄົນທີ່ຢາກຕິດຕາມຜົນງານການເຄື່ອນໄຫວວຽກງານຕ່າງໆໃນບົດບາດການເປັນນາງສາວລາວ ປີ 2019 ຂອງ ສາວວິນະດາ ພິສາລາດ ບໍ່ວ່າຈະເປັນການຖ່າຍແບບ, ຖ່າຍໂຄສະນາ, ການເຂົ້າຮ່ວມງານສະຫຼອງ ແລະ ງານອື່ນໆ ແມ່ນສາມາດຕິດຕາມຜົນງານຜ່ານທາງ    ເຟສບຸ໊ກ Miss Laos ( ນາງສາວລາວ ແລະ ເຟສບຸ໊ກສ່ວນຕົວ Vinada Phisalath.


0
ຂ່າວ: ແກ້ວ; ຮູບ: ວິນະດາ